ໄວໜຸ່ມໃນທົ່ວພາກພື້ນອາຊີ ແລະ ປາຊີຟິກ ໄດ້ຮັບການສຶກສາດີກວ່າເກົ່າ, ມີການເຊື່ອມຈອດກັນ ຫຼາຍຂຶ້ນ ແລະ ມີຄວາມຮັບຮູ້ກ່ຽວກັບສິດທິຂອງຕົນເອງຫຼາຍຂຶ້ນທຽບໃສ່ເມືອກ່ອນ. ແຕ່ເຖິງຢ່າງໃດກໍ ຕາມ, ຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ, ຄວາມບໍ່ສະເໝີພາບ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມຂັດແຍ່ງກຳລັງກາຍເປັນສິ່ງກີດຂວາງໄວໜຸ່ມຈຳນວນຫຼວງຫຼາຍບໍ່ສາມາດເປັນເຈົ້າຕົນເອງ ແລະ ສາມາດສ້າງຊີວິດໃນຮູບແບບທີ່ພວກເຂົາປາຖະໜາ, ອີງຕາມບົດລາຍງານສະຖານະພາບປະຊາ ກອນໂລກ ປະຈຳປີ 2026 ຂອງອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA).
ບົດລາຍງານດັ່ງກ່າວມີຊື່ວ່າ: “ຄົນຮຸ່ນສືບທອດ: ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມເພື່ອສ້າງ ອະນາຄົດຂອງເຂົາເຈົ້າ”; ພາກພື້ນອາຊີ ແລະ ປາຊີຟິກເປັນທີ່ຢູ່ອາໄສຂອງໄວໜຸ່ມເກືອບໜຶ່ງຕື້ຄົນ ທີ່ມີອາຍຸ ລະຫວ່າງ 10-24 ປີ. ໃນທົ່ວພາກພື້ນ, ທ່າອ່ຽງທາງດ້ານປະຊາກອນມີຄວາມແຕກຕ່າງກັນ ຫຼາຍພໍສົມຄວນ, ໃນນັ້ນພາກພື້ນອາຊີຕາເວັນອອກກຳລັງຜະເຊີນກັບສະພາບການຫຼຸດລົງຂອງອັດຕາການ ເກີດ, ຄຽງຄູ່ກັບການເພີ່ມຂຶ້ນຢ່າງວອງໄວຂອງຈຳນວນປະຊາກອນທີ່ອາຍຸສູງ. ສຳລັບໃນອາຊີໃຕ້, ປະຊາກອນສ່ວນຫຼາຍຍັງແມ່ນໄວໜຸ່ມ; ຂະນະດຽວກັນ, ໃນຫຼາຍຂົງເຂດຂອງພາກພື້ນປາຊີຟິກກໍພົບເຫັນ ການເພີ່ມຂຶ້ນຂອງຈຳນວນປະຊາກອນ ຊຶ່ງປະກອບມີປະຊາກອນໄວໜຸ່ມນ້ອຍເປັນຈຳນວນຫຼາຍ.
ບົດລາຍງານໄດ້ຍົກໃຫ້ເຫັນຄວາມບໍ່ສອດຄ່ອງກັນລະຫວ່າງທ່າແຮງບົ່ມຊ້ອນຂອງໄວໜຸ່ມທີ່ເພີ່ມຂຶ້ນ ແລະ ໂອກາດທີ່ພວກເຂົາຄວນໄດ້ຮັບ. ໃນທົ່ວໂລກ, ໄວໜຸ່ມ 1 ໃນ 5 ຄົນແມ່ນຍັງນອນຢູ່ນອກລະ ບົບການຈ້າງງານ, ການສຶກສາ ຫຼື ການຝຶກອົບຮົມພັດທະນາທັກສະການເຮັດວຽກ, ໃນນີ້ ໄວໜຸ່ມຍິງມີ ໂອກາດໄດ້ຮັບຜົນກະທົບຈາກສະພາບດັ່ງກ່າວຫຼາຍກວ່າຜູ້ຊາຍເຖິງສອງເທົ່າ.
ອີງຕາມຜົນການສໍາຫຼວດຂອງອົງການ UNFPA ໃນຈຳນວນໄວໜຸ່ມ 108,000 ຄົນໃນ 73 ປະເທດ, ອາຍຸ 18-39 ປີທີ່ສາມາດເຂົ້າເຖິງອິນເຕີເນັດໄດ້. 91% ຂອງຜູ້ຕອບແບບສອບຖາມກ່າວວ່າ ພວກເຂົາຕ້ອງການມີລູກຢ່າງໜ້ອຍໜຶ່ງຄົນ ແລະ ຂະນດຽວກັນ 72% ຂອງຜູ້ຕອບແບບສອບຖາມ ລາຍງານວ່າຄວາມບໍ່ໝັ້ນຄົງທາງດ້ານການເງິນແມ່ນອຸປະສັກຕໍ່ການມີລູກ.
ໃນລະຫວ່າງການນຳສະເໜີບົດລາຍງານທີ່ນະຄອນຫຼວງແຄນເບີຣາ, ທ່ານ ປີໂອສະມິດ (Pio Smith) ຜູ້ອຳນວຍການອົງການ UNFPA ປະຈຳພາກພື້ນອາຊີ ແລະ ປາຊີຟິກ, ໄດ້ຮຽກຮ້ອງໃຫ້ມີການ ລົງທຶນຫຼາຍຂຶ້ນເພື່ອສ້າງອະນາຄົດສຳລັບໄວໜຸ່ມ. "ໄວໜຸ່ມມີທ່າແຮງບົ່ມຊ້ອນຢ່າງຫຼວງຫຼາຍ, ແຕ່ຫຼາຍ ຄົນຍັງປະເຊີນກັບອຸປະສັກຕ່າງໆໃນການບັນລຸທ່າແຮງດັ່ງກ່າວ. ໃນທົ່ວພາກພື້ນອາຊີ ແລະ ປາຊີຟິກ, ຄວາມບໍ່ໝັ້ນຄົງທາງດ້ານເສດຖະກິດ, ຄວາມບໍ່ສະເໝີພາບ ແລະ ວິກິດການຕ່າງໆກຳລັງຈຳກັດໂອກາດ ແລະ ທາງເລືອກຂອງພວກເຂົາ"; “ພວກເຮົາຈຳເປັນຕ້ອງລົງທຶນໃສ່ການສຶກສາ, ສ້າງວຽກເຮັດງານທຳທີ່ ດີ, ສົ່ງເສີມສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນລວມທັງສິດທິດັ່ງກ່າວ, ພ້ອມທັງເປີດໂອກາດ ໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມປະກອບຄຳຄິດເຫັນຢ່າງແທ້ຈິງ ໃນການຕັດສິນບັນຫາຕ່າງໆທີ່ສົ່ງຜົນກະທົບຕໍ່ ອະນາຄົດຂອງພວກເຂົາ,”
ບົດລາຍງານຍັງຊີ້ໃຫ້ເຫັນຄວາມຄືບໜ້າທີ່ສຳຄັນໃນດ້ານພັດທະນາສຸຂະພາບຂອງໄວໜຸ່ມ. ອັດຕາການມີລູກໃນໄວໜຸ່ມໄດ້ຫຼຸດລົງເຄິ່ງໜຶ່ງໃນລະຫວ່າງປີ 2000-2023 ຢູ່ພາກພື້ນອາຊີໃຕ້, ອາຊີຕາ ເວັນອອກ ແລະ ປາຊີຟິກ. ເຖິງຢ່າງໃດກໍຕາມ, ຄວາມຄືບໜ້າດັ່ງກ່າວຍັງບໍ່ທັນທົ່ວເຖິງທຸກບ່ອນ ໃນນັ້ນ ລວມທັງອຸປະສັກທີ່ແກ່ຍາວໃນການເຂົ້າເຖິງການບໍລິການທີ່ຈຳເປັນ ແລະ ແຮງກົດດັນດ້ານງົບປະມານທີ່ ເພີ່ມຂຶ້ນ, ທັງໝົດນີ້ ກຳລັງກາຍເປັນສິ່ງກີດຂວາງໄປສູ່ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານໃນ ໄລຍະຜ່ານມາ.
ໄວໜຸ່ມຍັງຮຽກຮ້ອງໃຫ້ເຂົາເຈົ້າມີບົດບາດ ແລະ ໄດ້ຮັບສິດຫຼາຍຂຶ້ນຕໍ່ການຕັດສິນໃຈທີ່ສົ່ງຜົນກະ ທົບຕໍ່ຊີວິດຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະມີການໂຄສະນາຂົນຂວາຍ, ຮຽກຮ້ອງ ແລະ ນຳສະເໜີແນວທາງແກ້ໄຂບັນຫາຕ່າງໆກໍຕາມ, ແຕ່ສັດສ່ວນຜູ້ທີ່ຕາງໜ້າໃຫ້ໄວໜຸ່ມໃນຂະບວນການຕັດ ສິນໃຈໃນລະດັບນະ ຍບາຍຍັງຈຳກັດ.
ບົດລາຍງານດັ່ງກ່າວຮຽກຮ້ອງໃຫ້ບັນດາລັດຖະບານສ້າງເງື່ອນໄຂເພື່ອກ້າວໄປສູ່ການມີວຽກເຮັດ ງານທຳທີ່ດີ, ປົກປ້ອງສຸຂະພາບ ແລະ ສິດທິທາງດ້ານສຸຂະພາບຈະເລີນພັນຂອງໄວໜຸ່ມ ແລະ ກ້າວຂ້າມຂະບວນການປຶກສາຫາລືພຽງຢ່າງດຽວໄປສູ່ການເປີດໂອກາດໃຫ້ໄວໜຸ່ມໄດ້ມີສ່ວນຮ່ວມທີ່ຈະແຈ້ງໃນຂະບວນການ ການກຳນົດນະໂຍບາຍ, ວາງແຜນ ແລະ ຈັດສັນງົບປະມານ.
ງານເຜີຍແຜ່ບົດລາຍງານທີ່ນະຄອນຫຼວງແຄນເບີຣາ ແມ່ນຈັດຂຶ້ນໂດຍອົງການວາງແຜນຄອບຄົວ ອົສຕຣາລີ ແລະ ກຸ່ມສະມາຊິກລັດຖະສະພາອົສຕຣາລີວ່າດ້ວຍປະຊາກອນ ແລະ ການພັດທະນາ, ງານດັ່ງກ່າວໄດ້ເຕົ້າໂຮມເອົາບັນດາສະມາຊິກລັດຖະສະພາ, ບັນດາຕົວແທນໄວໜຸ່ມ ແລະ ຄູ່ຮ່ວມພັດທະ ນາຕ່າງໆເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ອົສຕຣາລີເປັນຄູ່ຮ່ວມງານທີ່ຍາວນານຂອງອົງການ UNFPA, ໂດຍໄດ້ໃຫ້ການສະໜັບສະໜູນ ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນລວມທັງສິດທິດັ່ງກ່າວ, ຄວາມສະເໝີພາບລະ ຫວ່າງຍິງ-ຊາຍ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳໃນທົ່ວພາກພື້ນອາຊີ ແລະ ປາຊີຟິກ.
ຄໍາເຫັນ