![]() |
ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນເວທີປຶກສາຫາລື ແລະ ສ້າງເຄືອຂ່າຍພາກທຸລະກິດໃຫ້ແກ່ຜູ້ປະກອບການ, ນັກທຸລະກິດ, ນັກລົງທຶນຂອງລາວ ແລະ ມາເລເຊຍ ແນໃສ່ຮັດແໜ້ນການຮ່ວມມືດ້ານການຄ້າ, ການລົງທຶນ, ພະລັງງານສະອາດ, ໂລຈິສຕິກ ແລະ ຂະແໜງການທີ່ມີທ່າແຮງປິ່ນອ້ອມການພັດທະນາເສດຖະກິດ-ສັງຄົມ ກໍຄືເພື່ອເຜີຍແຜ່ຂໍ້ມູນກ່ຽວກັບສະພາບແວດລ້ອມການລົງທຶນ, ນະໂຍບາຍສົ່ງເສີມການລົງທຶນ ແລະ ກາລະໂອກາດການລົງທຶນຢູ່ ສປປ ລາວ ໃຫ້ແກ່ນັກທຸລະກິດ ແລະ ນັກລົງທຶນມາເລເຊຍ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງຫຼາຍຂຶ້ນ ແນໃສ່ດຶງດູດການລົງທຶນຈາກມາເລເຊຍ ເຂົ້າມາ ສປປ ລາວ ໃຫ້ນັບມື້ນັບຫຼາຍຍິ່ງຂຶ້ນ. ພ້ອມດຽວກັນນີ້, ການຈັດກອງປະຊຸມຄັ້ງນີ້ຍັງເປັນເຫດການທີ່ມີຄວາມໝາຍສຳຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມາເລເຊຍ (1966–2026) ເພື່ອສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໃນພິທີກ່າວເປີດກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂອງການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃນໄລຍະຜ່ານມາ ຊຶ່ງມາເລເຊຍ ແມ່ນໜຶ່ງໃນ 4ປະເທດນັກລົງທຶນຕ່າງປະເທດອັນດັບຕົ້ນໆຢູ່ ສປປ ລາວ ດ້ວຍມູນຄ່າການລົງທຶນສະສົມປະມານ 946 ລ້ານໂດລາ ໃນຫຼາຍຂະແໜງການສຳຄັນ ເຊັ່ນ: ພະລັງງານສະອາດ, ທະນາຄານ, ເຂດເສດຖະກິດພິເສດ, ການປຸງແຕ່ງກະສິກຳ ແລະ ອຸດສາຫະກຳການຜະລິດ. ຂະນະດຽວກັນ, ການຄ້າສອງຝ່າຍກໍຂະຫຍາຍຕົວຢ່າງແຂງແຮງ ເພີ່ມຂຶ້ນເກືອບ 29%, ມີມູນຄ່າເກືອບ56 ລ້ານໂດລາ,ພ້ອມທັງມີການເຊື່ອມຈອດຍຸດທະສາດທີ່ກ້າວໜ້າ ເປັນຕົ້ນແມ່ນ ໂຄງການເຊື່ອມຕໍ່ພະລັງງານໄຟຟ້າ ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP), ເສັ້ນທາງລົດໄຟASEAN Express ທີ່ເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ, ການເພີ່ມຖ້ຽວບິນໂດຍກົງ ວຽງຈັນ-ກົວລາລຳເປີ ແລະ ການຮ່ວມມືດ້ານມາດຕະຖານອາຫານຮາລານ.
![]() |
ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນເຖິງວິໄສທັດຂອງ ສປປ ລາວ ໃນໄລຍະກ້າວສູ່ສັງກາດໃໝ່ແຫ່ງການພັດທະນາປະເທດ ໂດຍສະເພາະການກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026–2030) ເພື່ອຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນສູນກາງເຊື່ອມໂຍງເຊື່ອມຈອດໃນພາກພື້ນ ຄຽງຄູ່ກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ທີ່ເປີດກວ້າງ ແລະ ເຊື່ອມໂຍງກັບພາກພື້ນ ກໍຄືສາກົນ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ເຊື້ອເຊີນນັກທຸລະກິດມາເລເຊຍ ເຂົ້າມາລົງທຶນໃນ 4 ເສົາຄ້ຳຫຼັກ ຄື: 1. ເຂດເສດຖະກິດພິເສດ ແລະ ການພັດທະນາອຸດສາຫະກຳ; 2. ປັນຍາປະດິດ, ສູນຂໍ້ມູນ ແລະ ພື້ນຖານໂຄງລ່າງດີຈີຕອນ; 3. ບັນດາອຸດສາຫະກຳການຜະລິດ ແລະ 4. ການຂົນສົ່ງ, ໂລຈິສຕິກ, ທ່າບົກ ແລະ ຕ່ອງໂສ້ການສະໜອງໃນພາກພື້ນ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ສ້າງສັນ, ມີໄມຕີຈິດມິດຕະພາບ ແລະ ປະສົບຜົນສຳເລັດຕາມຄາດໝາຍ, ໂດຍມີຜູ້ຕາງໜ້າຈາກພາກລັດ, ສະພາການຄ້າ, ນັກທຸລະກິດແຖວໜ້າ ແລະ ນັກລົງທຶນຂອງທັງສອງປະເທດເຂົ້າຮ່ວມປະມານ 140 ຄົນ ຊຶ່ງເປັນຂີດໝາຍສຳຄັນໃນການສືບຕໍ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ທຸລະກິດລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ.
(ຂ່າວ: ກຕທ)


ຄໍາເຫັນ