ທ່ານ ໂຕເລິມ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ກ່າວຄຳເຫັນໃນພິທີວ່າ: ວັນທີ 24 ພະຈິກ 1946, ຢູ່ໂຮງລະຄອນໃຫຍ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານ ໂຮ່ຈິມິນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນເປີດກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 1. ກອງປະຊຸມສືບທອດຈິດໃຈໂຄງຮ່າງວັດທະນະທຳ ຫວຽດນາມ ປີ 1943 ດ້ວຍ 3 ຫຼັກການຄື: ຊົນຊາດ, ວິທະຍາສາດ, ມະຫາຊົນ ແລະ ຕັ້ງວັດທະນະທຳເຂົ້າໃນການພົວພັນຢ່າງສະໜິດແໜ້ນກັບພາລະກຳຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.
ທ່ານ ໂຕເລິມ ໃຫ້ຮູ້ວ່າ: ໃນກອງປະຊຸມ, ປະທານ ໂຮ່ຈິມິນ ໄດ້ຢັ້ງຢືນວ່າ, ວັດທະນະທຳຕ້ອງສ່ອງແສງເຍືອງທາງໃຫ້ແກ່ປະຊາຊົນກ້າວເດີນ”. ເພິ່ນຖືຄວາມຜາສຸກຂອງປະຊາຊົນເປັນພື້ນຖານໃຫ້ວັດທະນະທຳໃໝ່, ຍົກສູງສະຕິເປັນເຈົ້າຕົນເອງ, ຕັກເຕືອນພວກເຮົາຮ່ຳຮຽນສິ່ງທີ່ດີງາມຂອງໂລກ, ດັດປັບຄວາມລຶ້ງເຄີຍທີ່ບໍ່ດີໃນສັງຄົມ ແລະ ເບິ່ງແຍງດູແລຮຸ່ນໜຸ່ມ. ການເບິ່ງແຍງດູແລວັດທະນະທຳແມ່ນເຕົ້າໂຮມຈິດໃຈຄົນ, ຫັນນ້ຳໃຈຮັກຊາດຂອງປະຊາຊົນແຕ່ລະຄົນກາຍເປັນກຳລັງແຮງແຫ່ງການກະທຳທີ່ເປັນເອກະພາບຂອງທົ່ວທັງຊາດ. ບົດຮຽນນີ້ຍັງມີຄຸນຄ່າເໝືອນເດີມມາຮອດປັດຈຸບັນ.
ໃນສັງກາດພັດທະນາໃໝ່, ມະຕິເລກທີ 80 ຂອງກົມການເມືອງ ແລະ ມະຕິເລກທີ 28 ຂອງສະພາແຫ່ງຊາດໄດ້ກຳນົດບັນດາແຜນນະໂຍບາຍ, ນະໂຍບາຍພັດທະນາວັດທະນະທຳ. ສິ່ງສຳຄັນທີ່ສຸດແມ່ນນຳບັນດານະໂຍບາຍເຂົ້າໃນຊີວິດຕົວຈິງ, ເສີມຂະຫຍາຍບົດບາດຂອງວັດທະນະທຳໃນການກຳນົດທິດທາງພັດທະນາປະເທດຊາດ, ການເຕີບໂຕເສດຖະກິດຕ້ອງຕິດພັນກັບຄຸນນະພາບການດຳລົງຊີວິດ ແລະ ການພັດທະນາຢ່າງຮອບດ້ານຂອງມະນຸດ.
ຄໍາເຫັນ