ວັນທີ 24 ພະຈິກຜ່ານມາ, ຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຈັດກິດຈະກຳ “ອ້າຍຊ່ວຍນ້ອງ” ໂດຍລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນ, ເຄື່ອງກິລາ ແລະ ສິ່ງຂອງຈຳເປັນໃຫ້ 2 ໂຮງຮຽນຄື: ໂຮງ ຮຽນ ມ.ຕົ້ນ ຈັນຕໍ ແລະ ໂຮງຮຽນປະຖົມໂພນສະອາດ ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 28 ລ້ານກີບ.
ການມອບເຄື່ອງຄັ້ງນີ້, ເພື່ອປະກອບສ່ວນສົ່ງເສີມການຮຽນ-ການສອນ, ປັບປຸງສະພາບແວດລ້ອມການຮຽນຮູ້ ແລະ ຊ່ວຍເຫຼືອສັງຄົມ. ຜ່ານການຮ່ວມແຮງ ຮ່ວມໃຈ ຂອງອົງການຈັດຕັ້ງຊາວໜຸ່ມ ແລະ ພາກສ່ວນທຸລະ ກິດ, ເພື່ອສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ ແລະ ວັນສ້າງຕັ້ງກອງເຍົາວະຊົນທັນວາ ພ້ອມທັງເປັນການສະເຫຼີມສະຫຼອງວັນຫັນເປັນທຸລະກິດຂອງທະນາຄານ BCEL ຄົບຮອບ 37 ປີ, ມຸ່ງສົ່ງເສີມນ້ຳໃຈແຫ່ງການແບ່ງປັນ, ຄວາມເອື້ອອາທອນ ແລະ ຈິດໃຈອາສາສະໝັກຂອງຊາວໜຸ່ມ ໃນການມີສ່ວນຮ່ວມພັດທະນາສັງຄົມ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກໍລະກັນ ພົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ໄຊລະຄອນ ອິນທີວົງ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ນາງ ຜ່ອງໃສ ເປືອງຈັນທີ ຮອງຜູ້ ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງອັດຕະປື ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
 |
| |
ທ່ານ ນາງ ຜ່ອງໃສ ເປືອງຈັນທີ ໄດ້ກ່າວສະແດງຄວາມຊົມເຊີຍ ພ້ອມເນັ້ນເຖິງຄວາມສຳຄັນຂອງກິດຈະ ກຳດັ່ງກ່າວ ເພື່ອສົ່ງເສີມການສຶກສາ ແລະ ສ້າງໂອກາດທີ່ດີໃຫ້ນັກຮຽນ. ພ້ອມທັງຢືນຢັນວ່າ ກິດຈະກຳນີ້ເປັນການສະແດງອອກເຖິງນ້ຳໃຈອັນດີງາມຂອງອົງການຈັດຕັ້ງຊາວໜຸ່ມ ແລະ ພາກສ່ວນທຸລະກິດທີ່ຮ່ວມກັນປະກອບ ສ່ວນຊ່ວຍເຫຼືອສັງຄົມ, ສົ່ງເສີມການສຶກສາ ແລະ ປູກຝັງຈິດໃຈແຫ່ງການແບ່ງປັນໃຫ້ເຍົາວະຊົນ ເພື່ອຮ່ວມກັນສ້າງສັງຄົມໃຫ້ດີງາມ ແລະ ຍືນຍົງ. ກິດຈະກຳ “ອ້າຍຊ່ວຍນ້ອງ” ເປັນກິດຈະກຳທີ່ສະທ້ອນໃຫ້ເຫັນເຖິງນ້ຳໃຈແຫ່ງການແບ່ງປັນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ພ້ອມທັງເປັນການປູກຝັງຈິດໃຈທີ່ດີໃຫ້ເຍົາວະຊົນໃຫ້ຮູ້ຈັກເອື້ອເຟື້ອເພື່ອແຜ່ ແລະ ມີສ່ວນຮ່ວມສ້າງສັງຄົມໃຫ້ດີຂຶ້ນ. “ອ້າຍຊ່ວຍນ້ອງ ແບ່ງປັນນ້ຳໃຈສ້າງອະນາຄົດໃຫ້ເຍົາວະຊົນ”
ຂ່າວ: ສິນໄຊ
ຄໍາເຫັນ