![]() |
ໂອກາດນີ້, ທ່ານ ຄຳຜາຍ ສີສະຫວັນ ກ່າວວ່າ: ການແຂ່ງຂັນຄັ້ງນີ້, ບໍ່ພຽງແຕ່ເປັນເວທີສະແດງຄວາມສາມາດທາງດ້ານການກິລາເທົ່ານັ້ນ, ແຕ່ຍັງເປັນສັນຍາລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ. ສະນັ້ນ, ຂໍໃຫ້ບັນດານັກກິລາທຸກຄົນຈົ່ງທຸ້ມເທກຳລັງກາຍ, ກຳລັງໃຈ, ໃຊ້ເວລາໃນການແຂ່ງຂັນເພື່ອຝຶກຝົນ ແລະ ແລກປ່ຽນບົດຮຽນປະສົບການ ຊຶ່ງກັນ ແລະ ກັນ ເພື່ອຍົກສູງມາດຕະຖານກິລາເບສບອນຂອງລາວໃຫ້ສູງຂຶ້ນ. ພ້ອມກັນນີ້, ການແຂ່ງຂັນດັ່ງກ່າວຍັງເປັນໂອກາດສຳຄັນໃນການຄົ້ນຫານັກກິລາທີ່ມີພອນສະຫວັນ ແລະ ສ້າງແຮງບັນດານໃຈໃຫ້ນັກກິລາຮຸ່ນໃໝ່.
![]() |
ຕອນທ້າຍພິທີ, ທ່ານ ຄຳຜາຍ ສີສະຫວັນ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງສະ ຖານເອກອັກຄະລັດຖະທູດ ສ ເກົາຫຼີ, ກຸ່ມບໍລິສັດ iM Financial Group, ຄະນະຈັດງານ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ຄະນະກຳມະການ ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ທີ່ໄດ້ປະກອບສ່ວນເຮັດໃຫ້ການແຂ່ງຂັນຄັ້ງນີ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.
![]() |
ສຳລັບການແຂ່ງຂັນໃນຄັ້ງນີ້, ມີທີມເຂົ້າຮ່ວມທັງໝົດ 8 ທີມຄື: ທີມ Lao J Brothers (ຍິງ-ຊາຍ), ທີມມະຫາວິທະຍາໄລແຫ່ງຊາດ Miracle (ຍິງ-ຊາຍ), ທີມໂຮງຮຽນ ມສ ວຽງຈັນ (ຍິງ-ຊາຍ), ທີມມະຫາວິທະຍາໄລສຸພານຸວົງ Red Rider (ຊາຍ), ທີມຫຼັກ 16 Warriors (ຊາຍ), ທີມ LJ OTONS (ຊາຍ), ທີມ Lao Old JBr (ຊາຍ) ແລະ ທີມ Umpire and Fayston Volunteer (ຊາຍ). ການແຂ່ງຂັນຈະດຳເນີນໄປນັບແຕ່ວັນທີ 12-15 ພະຈິກ 2026 ທີ່ສະໜາມກິລາເບສບອນແຫ່ງຊາດ ຫຼັກ 16.
(ຂ່າວ-ພາບ: ພັດສອນ)



ຄໍາເຫັນ