![]() |
ກອງປະຊຸມອັນມີຄວາມໝາຍຄວາມສຳຄັນຍິ່ງທາງດ້ານການເມືອງນີ້ ຈະໄດ້ດຳເນີນເປັນເວລາ 5 ວັນ (913 ພະຈິກ 2026) ແລະ ໄດ້ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຂົ້າຮ່ວມໃນພິທີດັ່ງກ່າວ ມີບັນດາສະຫາຍ ຄະນະພັກ, ຄະນະນຳ, ຕາງໜ້າພາຍໃນ ສມປຊ, ພ້ອມດ້ວຍຕາງໜ້າຫົວໜ້າ ແລະ ຄະນະອຳນວຍການ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ, ຕາງໜ້າຄະນະຈັດຕັ້ງແຂວງຫຼວງນໍ້າທາ, ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ຄະນະກວດກາແຂວງຫຼວງນໍ້າທາ, ຫ້ອງວ່າການປົກຄອງແຂວງຫຼວງນໍ້າທາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີເປີດກອງປະຊຸມ, ຜູ້ແທນທັງໝົດໄດ້ຮັບຟັງການລາຍງານສະພາບຈຸດພິເສດ ແລະ ສະ ພາບການພັດທະນາເສດຖະກິດ-ສັງຄົມ ຈາກທ່ານ ຄຳກິ່ງ ຜຸຍຫຼ້າມະນີວົງ ຊຶ່ງໄດ້ສະທ້ອນໃຫ້ເຫັນເຖິງບັນຍາກາດອັນຟົດຟື້ນ ແລະ ຄວາມເອົາໃຈໃສ່ ຂອງອົງຄະນະພັກອົງການປົກຄອງແຂວງຫຼວງນໍ້າທາ ໃນການຊຸກຍູ້ສົ່ງເສີມວຽກງານການສຶກສາອົບຮົມທິດສະດີການເມືອງຢູ່ທ້ອງຖິ່ນ; ຈາກນັ້ນ, ທ່ານ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ແລະ ແນະນຳເນື້ອໃນຈິດໃຈອັນເລິກເຊິ່ງ. ທ່ານໄດ້ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ລວງເລິກ ແລະ ກາຍເປັນພຶດຕິກຳຕົວຈິງ. ພ້ອມດຽວກັນນັ້ນ, ພວກເຮົາຍັງຢືນຢູ່ທ່າມກາງກະແສຟອງແຫ່ງການປ່ຽນແປງຂອງສະຖານະການໂລກ ແລະ ພາກພື້ນ ທີ່ຜັນແປໄປຢ່າງວ່ອງໄວ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນການຫັນປ່ຽນສູ່ລະບຽບໂລກຫຼາຍຂົ້ວ, ການແຂ່ງຂັນຍຸດທະສາດ, ຂໍ້ຂັດແຍ່ງທາງພູມສາດການເມືອງ, ການກ້າວກະໂດດຂອງເຕັກໂນໂລຊີ (AI) ແລະ ວິກິດການປ່ຽນແປງສະພາບອາກາດ ຊຶ່ງໄດ້ສົ່ງຜົນກະທົບແບບຕ່ອງໂສ້ມາກະທົບໃສ່ ສປປ ລາວ ຢ່າງຫຼີກລ່ຽງບໍ່ໄດ້.
ໃນເງື່ອນໄຂ ແລະ ສະພາບແວດລ້ອມດັ່ງກ່າວ, ທ່ານ ຫົວໜ້າ ສມປຊ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ:"ອາວຸດອັນແຫຼມຄົມທີ່ສຸດທີ່ຈະພາປະເທດຊາດ ຜ່ານຜ່າວິກິດການໄປໄດ້ ບໍ່ແມ່ນອັນອື່ນໃດ, ຫາກແຕ່ແມ່ນຄຸນນະພາບຂອງຄົນ". ພັກ ແລະ ລັດ ຮຽກຮ້ອງຕ້ອງການຖັນແຖວພະນັກງານລັດຖະກອນ ແລະ ສະມາຊິກພັກ ທີ່ບໍ່ພຽງແຕ່ມີຫຼັກໝັ້ນການເມືອງໜັກແໜ້ນເທົ່ານັ້ນ, ແຕ່ຍັງຕ້ອງມີວິໄສທັດ, ມີຄວາມຮູ້ທັນຍຸກທັນສະໄໝ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ສາມາດໝູນໃຊ້ທິດສະດີມາກເລນິນ ເຂົ້າໃນການແກ້ໄຂບັນຫາຕົວຈິງຂອງທ້ອງຖິ່ນຢ່າງມີຫົວຄິດປະດິດສ້າງ. ຊຶ່ງພາລະກຳອັນໜັກໜ່ວງ ແລະ ມີກຽດສະຫງ່ານີ້ ແມ່ນຕົກຢູ່ເທິງບ່າໄຫຼ່ຂອງບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ທີ່ປຽບເໝືອນ "ເບົ້າຫຼໍ່" ອັນສັກສິດພາຍໃຕ້ການຊີ້ນຳນຳພາ ຂອງຄະນະພັກແຕ່ລະຂັ້ນ.
![]() |
ຫຼັງຈາກນັ້ນ, ທ່ານ ພອນວິໄລ ພົມວຽງໄຊ ຮອງຫົວໜ້າກົມຄຸ້ມຄອງການຮຽນການສອນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນການສອນ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027. ບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ:
ໃນສົກປີຜ່ານມາ, ບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ຍາດມາໄດ້ຜົນງານອັນພົ້ນເດັ່ນໃນ 8 ດ້ານຫຼັກ ດັ່ງນີ້:
1). ວຽກງານການເມືອງແນວຄິດ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວຄູອາ ຈານ ແລະ ນັກສຶກສາຢ່າງເປັນປົກກະຕິ ຜ່ານການຈັດຕັ້ງເຊື່ອມຊຶມເອກະສານ 247 ຄັ້ງ (ມີຜູ້ເຂົ້າຮ່ວມ 7.028 ເທື່ອຄົນ) ແລະ ໂຄສະນາເຜີຍແຜ່ 134 ຄັ້ງ (ມີຜູ້ເຂົ້າຮ່ວມ 8.184 ເທື່ອຄົນ) ເຮັດໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ຫຼາຍໜ່ວຍພັກໄດ້ຮັບການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; 2). ການເປີດຊຸດຮຽນທົ່ວປະເທດ (ສົກປີ 2025-2026)ການຈັດຕັ້ງປະຕິບັດການຮຽນການສອນໃນລະບົບຕ່າງໆ ຢູ່ບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ທົ່ວປະເທດ ສາມາດເປີດຊຸດຮຽນໄດ້ດັ່ງນີ້: ລະບົບທິດສະດີການເມືອງຫົວຂໍ້ສະເພາະ 10 ວັນ ສໍາລັບເລຂາພັກບ້ານ ແລະ ຄະນະພັກບ້ານ: ຈັດໄດ້ທັງໝົດ 61 ຊຸດ, ມີຜູ້ເຂົ້າຝຶກອົບຮົມທັງໝົດ 4.149 ຄົນ (ຍິງ 697 ຄົນ); ລະບົບທິດສະດີການເມືອງ ຂັ້ນຕົ້ນ: ຈັດໄດ້ທັງໝົດ 46 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 2.223 ຄົນ (ຍິງ 618 ຄົນ); ລະບົບທິດສະດີການເມືອງ ຂັ້ນກາງ: ຈັດໄດ້ທັງໝົດ 39 ຊຸດຮຽນ, ມີຜູ້ເຂົ້າຮຽນທັງໝົດ 2.008 ຄົນ (ຍິງ 442 ຄົນ); ນອກຈາກນີ້, ຍັງມີລະບົບຮຽນທີ່ພວມສືບຕໍ່ດໍາເນີນໃນຊ່ວງທ້າຍປີ 2026 ຕື່ມອີກ ຄື: ລະບົບຂັ້ນຕົ້ນ 15 ຊຸດ (ຜູ້ຮຽນ 776 ຄົນ) ແລະ ລະບົບຂັ້ນກາງ 19 ຊຸດ (ຜູ້ຮຽນ 1.129 ຄົນ); 3). ການປະຕິບັດຫຼັກສູດການຮຽນການສອນ: ສາມາດຈັດຕັ້ງການຮຽນການສອນທັງ 3 ລະບົບ (ຫົວຂໍ້ສະເພາະ 10 ວັນ, ຂັ້ນຕົ້ນ ແລະ ຂັ້ນກາງ) ໄດ້ຢ່າງເປັນຂະບວນຟົດຟື້ນ, ພ້ອມທັງມີບາງໂຮງຮຽນ (ເຊັ່ນ: ສະຫວັນນະເຂດ ແລະ ວຽງຈັນ) ສາມາດສ້າງຜະລິດຕະພັນຫຼັກສູດໃໝ່ ເຊັ່ນ: ຫຼັກສູດບຳລຸງທິດສະດີການເມືອງສຳລັບເລຂາພັກເມືອງ 5 ວັນ ແລະ ຫຼັກສູດອົບຮົມວຽກງານຕາແສງ; 4). ວຽກງານຄົ້ນຄວ້າວິທະຍາສາດ: ພະນັກງານ ແລະ ຄູອາຈານ ໄດ້ຕັ້ງໜ້າຄົ້ນຄວ້າວິທະຍາສາດທັງ 3 ພາກ ແລະ ທົ່ວປະເທດ ໂດຍປະຕິບັດສຳເລັດ 4 ຫົວຂໍ້ໃຫຍ່ ແລະ 38 ຫົວຂໍ້ຍ່ອຍ ຊຶ່ງສະແດງໃຫ້ເຫັນເຖິງການເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ; 5). ການກໍ່ສ້າງ ແລະ ບຳລຸງຄູ: ຖັນແຖວພະນັກງານ ແລະ ຄູອາຈານ ຈຳນວນ 46 ຄົນ (ຍິງ 22 ຄົນ) ໄດ້ຮັບການຍົກລະດັບໃນດ້ານຕ່າງໆ ເຊັ່ນ: ປະລິນຍາເອກ 4 ຄົນ, ປະລິນຍາໂທ 24 ຄົນ, ປະລິນຍາຕີ 6 ຄົນ, ພ້ອມທັງຂັ້ນກາງ ແລະ ຂັ້ນຕົ້ນ; 6). ການປະເມີນຜົນການຮຽນການສອນ: ໄດ້ເອົາໃຈໃສ່ນຳພາຊີ້ນຳວຽກງານວິຊາການຢ່າງເປັນປົກກະຕິ, ຕິດຕາມກວດກາ ແລະ ປະເມີນຜົນການຮຽນການສອນ (ກວດກາປະຈຳວິຊາ, ບົດລາຍງານ ແລະ ປ້ອງກັນບົດຈົບຂັ້ນ) ໂດຍຖືເອົາຄຸນນະພາບເປັນຫຼັກ; 7). ການແຂ່ງຂັນຍ້ອງຍໍ "ສອນດີ, ສອນເກັ່ງ": ໄດ້ຮັບການຈັດປະເພດໂຮງຮຽນ "ສອນດີ, ສອນເກັ່ງ" ປະຈຳປີ 2026 ໃນ 18 ໂຮງຮຽນ ຊຶ່ງແບ່ງເປັນ ປະເພດ I ມີ 07 ໂຮງຮຽນ, ປະເພດ II ມີ 9 ໂຮງຮຽນ ແລະ ປະເພດ III ມີ 2 ໂຮງຮຽນ ແລະ 8. ການຮ່ວມມືກັບຕ່າງປະເທດ: ໄດ້ພົວພັນຮ່ວມມືກັບແຂວງແຮກສ່ຽວ ແລະ ປະເທດໃກ້ຄຽງ (ສສ ຫວຽດນາມ, ສປ ຈີນ) ຜ່ານການຍົກລະດັບວິຊາສະເພາະຢູ່ຕ່າງປະເທດ 11 ຄົນ, ຝຶກອົບຮົມໄລຍະສັ້ນ 32 ຄົນ, ທັດສະນະສຶກສາ 17 ຄົນ ພ້ອມທັງຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນຮ່ວມກັນ.
ພ້ອມດຽວກັນນັ້ນ, ບົດສະຫຼຸບຍັງໄດ້ຕີລາຄາຢ່າງພາວະວິໄສຕໍ່ຂໍ້ຄົງຄ້າງ ແລະ ສາເຫດ ເປັນຕົ້ນແມ່ນ ຂໍ້ຈຳກັດດ້ານງົບປະມານ, ພື້ນຖານໂຄງລ່າງ, ຄວາມຫຼຸດໂຕນກັນທາງດ້ານຄວາມຮູ້ຂອງເປົ້າໝາຍສົ້ນເຂົ້າ, ການໝູນໃຊ້ວິທີສອນແບບໃໝ່ທີ່ຍັງຊັກຊ້າ, ພ້ອມທັງຖອດຖອນບົດຮຽນອັນລໍ້າຄ່າ 5 ປະການ ເພື່ອເປັນເຂັມຊີ້ທິດໃນການຈັດ ຕັ້ງປະຕິບັດວຽກງານ; ສຳລັບ ທິດທາງແຜນການ ສົກປີ 2026-2027, ກອງປະຊຸມໄດ້ກຳນົດຈຸດສຸມທີ່ສຳຄັນ ໄດ້ແກ່: ສືບຕໍ່ຍົກສູງວຽກງານການເມືອງແນວຄິດ, ເອົາໃຈໃສ່ຈັດຕັ້ງປະຕິບັດຫຼັກສູດທິດສະດີການເມືອງ ຂັ້ນຕົ້ນ ແລະ ຂັ້ນກາງ (ສະບັບປັບປຸງ 2026) ໃຫ້ມີຄຸນນະພາບສູງ, ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດມີປະສິດທິພາບ, ຍົກສູງຄຸນນະພາບການຄົ້ນຄວ້າວິທະຍາສາດ ແລະ ເພີ່ມທະວີການປະສານງານສາຍຕັ້ງສາຍຂວາງ ລະຫວ່າງ ສມປຊ ກັບ ໂຮງຮຽນທ້ອງຖິ່ນ ໃຫ້ໂລ່ງລ່ຽນວ່ອງໄວທັນສະໄໝ.
ກອງປະຊຸມສະຫຼຸບຖອດຖອນບົດຮຽນດັ່ງກ່າວ ຈະໄດ້ສືບຕໍ່ດຳເນີນວາລະການປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ຕັ້ງບັນຫາສົນທະນາຢ່າງເລິກເຊິ່ງ ລະຫວ່າງ ບັນດາຜູ້ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທົ່ວປະເທດ ໄປຈົນເຖິງວັນທີ 16 ພະຈິກ 2026 ເພື່ອຮັບປະກັນໃຫ້ພາລະກິດກໍ່ສ້າງ ແລະ ບຳລຸງພະນັກງານນຳພາຄຸ້ມຄອງ ແຕ່ລະຂັ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນໄລຍະໃໝ່ນີ້ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ.
(ຂ່າວ: ສມປຊ)


ຄໍາເຫັນ