ໃນການແຂ່ງຂັນລາຍການນີ້, ມີນັກກິລາຜ່ານເຂົ້າຮອບສຸດທ້າຍທັງໝົດ 22 ຄົນ, ໂດຍ ພູຜາ ຈັນທະວົງ ຖືກຈັດໃຫ້ເປັນມືວາງອັນດັບ 3 ຂອງລາຍການ. ຕະຫຼອດການແຂ່ງຂັນ ພູຜາ ໄດ້ສະແດງຟອມການຫຼິ້ນທີ່ແຂງແກ່ນໄດ້ຢ່າງໂດດເດັ່ນ ສາມາດສ້າງຜົນງານໃນແຕ່ລະຮອບ ກໍຄື ຮອບ 32 ຄົນ ເອົາຊະນະ ນັກເທັນນິດເຈົ້າພາບ (ໄທ) ຊຶ່ງເປັນມືວາງອັນດັບທີ 6 ຂອງລາຍການ ສ່ວນຮອບ 16 ຄົນ ກໍເອົາຊະນະ Aidan Wong ນັກເທັນນິດຈາກ ສິງກະໂປ 2-0 ເຊັດ ດ້ວຍຄະແນນ 4-2 ແລະ 4-1 ຜ່ານເຂົ້າຮອບ 8 ຄົນສຸດທ້າຍ ຫຼື ຮອບກ່ອນຮອງຊະນະເລີດ ກໍລະເບີດຟອມເກັ່ງໄລ່ເອົາຊະນະ Mattias Hadiwidjaja ນັກເທັນນິດຈາກອິນໂດເນເຊຍ 2-0 ເຊັດ ດ້ວຍຄະແນນ 5-3 ແລະ 4-0.
ຜ່ານເຂົ້າຮອບຮອງຊະນະເລີດ ກໍສາມາດເອົາຊະນະມືວາງອັນດັບ 2 ຂອງລາຍການຢ່າງ ຄີນ ອຸນໂອພາດ ນັກເທັນນິດເຈົ້າພາບ (ໄທ) ໄປແບບຂາດຮອຍ 2-0 ເຊັດ ດ້ວຍຄະແນນ 4-2 ແລະ 4-0 ກ່ອນໃນຮອບຊີງຊະນະເລີດ ພູຜາ ຕ້ອງໂຄຈອນມາພົບກັບ ຊົນລະພູມ ສຸມັງຄະລະ ນັກເທັນນິດເຈົ້າພາບ ຊຶ່ງເປັນມືວາງອັນດັບ 1 ຂອງລາຍການ ເຮັດໃຫ້ການແຂ່ງຂັນເປັນໄປຢ່າງຕື່ນເຕັ້ນ ແລະ ສູສີ ກ່ອນທີ່ ພູຜາ ຈະໃຊ້ສະມາທິ ແລະ ຄວາມແຂງແກ່ນ ຕີໄດ້ຢ່າງໜ້ຽວແໜ້ນ ໄລ່ເອົາຊະນະໄປໄດ້ໃນໄລຍະຊຸບເປີໄທເບຣກ (Tie-break) ດ້ວຍຄະແນນ 2-1 ເຊັດ (4-2, 2-4 ແລະ 10-8) ຄະແນນ ເຮັດໃຫ້ ພູຜາ ຈັນທະວົງ ຄວ້າລາງວັນຊະນະເລີດ ຮຸ່ນເຍົາວະຊົນ U-14 ລາຍການ Junior Tennis Championship 2026 ໄປຄອງໄດ້ຢ່າງຍິ່ງໃຫຍ່.
ສຳລັບ ລາຍການຕໍ່ໄປ ໃນລະຫວ່າງວັນທີ 15-16 ພະຈິກ 2026 ນີ້ ພູຜາ ຈັນທະວົງ ມີແຜນຈະສືບຕໍ່ເຂົ້າຮ່ວມແຂ່ງຂັນເທັນນິດ ຊີງແຊັມນານາຊາດ ຢູ່ທີ່ປະເທດຍີ່ປຸ່ນ ຊຶ່ງເປັນລາຍການຂອງສະຫະພັນເທັນນິດນານາຊາດ ຈັດຂຶ້ນ ສ່ວນຜົນງານຂອງ ພູຜາ ຈະເປັນແນວໃດນັ້ນ ຈະຂໍລາຍງານໃຫ້ບັນດາທ່ານຊາບຕື່ມອີກ.
ຂ່າວ: ສົງການ ພັນແພງດີ
ຄໍາເຫັນ