ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026
ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຖາບນຣຕະນະບລຫານທລະກດ ສຳເລດສກສກສາ 2025-2026 - image 1
 

 

ໂອກາດນີ້, ທ່ານ ບຸນເທືອງ ມູນລາສີ ຜູ້ອຳນວຍການສະຖາບັນຣັຕະນະບໍລິຫານທຸລະກິດ ໃຫ້ຮູ້ວ່າ: ສະຖາບັນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດຢ່າງເຂັ້ມງວດ ເພື່ອສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິບັດ, ມີຄວາມຮູ້ຄວາມສາມາດ ແລະ ອອກຮັບໃຊ້ສັງຄົມຢ່າງມີຄຸນນະພາບ. ປັດຈຸບັນສະຖາບັນມີພະນັກງານ ແລະ ຄູ-ອາຈານທັງໝົດ 146 ທ່ານ, ອາຈານຮັບເຊີນ 41 ທ່ານ, ມີນັກສຶກສາທັງໝົດ 2,789 ຄົນ ຍິງ 1,219 ຄົນ ໄດ້ເປີດສອນທັງໝົດ 11 ຫຼັກສູດດັ່ງນີ້: ຫຼັກສູດປະລິນຍາຕີ (ປົກກະຕິ): ມີ 7 ສາຂາວິຊາຄື: ບໍລິຫານທຸລະກິດທົ່ວໄປ, ການເງິນ-ການທະນາຄານ, ການຕະຫຼາດ, ການທ່ອງທ່ຽວ, ພາສາອັງກິດທຸລະກິດ, ພາສາອັງກິດທົ່ວໄປ ແລະ ພາສາຈີນສຳລັບການສຶກສາ; ຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ: ປະກອບມີ 3 ສາຂາວິຊາຄື: ຫຼັກສູດປະລິນຍາໂທ: ໂຄງການຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ໃນສາຂາການບໍລິຫານການເງິນໃນສົກສຶກສາຜ່ານມານີ້, ມີຜູ້ສຳເລັດການສຶກສາທັງໝົດ 251 ຄົນ ຍິງ 176 ຄົນ ປະກອບມີ: ສາຂາພາສາອັງກິດທຸລະກິດ 61 ຄົນ, ການເງິນ-ການທະນາຄານ 65 ຄົນ, ບໍລິຫານທຸລະກິດທົ່ວໄປ 94 ຄົນ ແລະ ການຕະຫຼາດ 31 ຄົນ.

ສະຖາບນຣຕະນະບລຫານທລະກດ ສຳເລດສກສກສາ 2025-2026 - image 2
 

ທ່ານ ບຸນເທືອງ ມູນລາສີ ໃຫ້ຮູ້ຕື່ມວ່າ: ວຽກງານກິດຈະກຳສັງຄົມ ແລະ ການພົວພັນຮ່ວມມືສາກົນ ນອກຈາກການຮຽນ-ການສອນໃນຫ້ອງແລ້ວ, ສະຖາບັນ ຍັງໄດ້ສ້າງຂະບວນການຟົດຟື້ນ ເຊັ່ນ: ວຽກງານແຮງງານສຶກສາ ແລະ ຈິດອາສາ, ຈັດກິດຈະກໍາອະນາໄມສິ່ງແວດລ້ອມ ແລະ ບໍລິຈາກເລືອດສົມທົບກັບສູນເລືອດແຫ່ງຊາດເປັນປະຈຳປີລະ 2 ຄັ້ງ, ໄດ້ນຳພານັກສຶກສາທັດສະນະໂຮງຈັກ-ໂຮງງານ ທັງພາຍໃນ ແລະ ຕ່າງປະເທດ ລວມທັງການແລກປ່ຽນວັດທະນະທຳທີ່ ສປຈີນ ແລະ ຍັງໄດ້ເຊັນສັນຍາ MOU ຮ່ວມມືທາງດ້ານວິຊາການກັບມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆ ຢູ່ ສປ ຈີນ, ຫວຽດນາມ, ໄທ ແລະ ອິນເດຍ ເພື່ອເປີດໂອກາດໃຫ້ນັກສຶກສາລາວ ໄດ້ໄປຝຶກງານ ແລະ ຫາປະສົບການ.

ສຳລັບທິດທາງແຜນການສົກສຶກສາ 2026-2027 ເພື່ອມຸ່ງໝັ້ນ ແລະ ກ້າວສູ່ວິໄສທັດປີ 2030, ສະຖາບັນ ໄດ້ວາງວຽກຈຸດສຸມ 5 ດ້ານຄື: ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ນັກສຶກສາ, ສືບຕໍ່ຮັບນັກຮຽນຈົບຊັ້ນ ມ.7 ເຂົ້າຮຽນໃນແຕ່ລະ ລະບົບ, ປັບປຸງ ແລະ ສ້າງຫຼັກສູດໃໝ່ໃຫ້ຕອບສະໜອງຕະຫຼາດແຮງງານຕາມ 10 ມາດຖານ ແລະ 50 ຕົວຊີ້ວັດ, ມຸ່ງເນັ້ນສ້າງວາລະສານຄົ້ນຄວ້າວິທະຍາສາດ ແລະ ພັດທະນາໂຄງລ່າງພື້ນຖານໃຫ້ທັນສະໄໝ ແລະ ສົ່ງເສີມບຸກຄະລາກອນໄປຍົກລະດັບຊັ້ນສູງ ແລະ ເປີດກວ້າງການຮ່ວມມືສາກົນຢ່າງມີປະສິດທິຜົນ.

ສະຖາບນຣຕະນະບລຫານທລະກດ ສຳເລດສກສກສາ 2025-2026 - image 3
 

ໂອກາດດັ່ງກ່າວ, ທ່ານ ໄກສອນ ເພັງໂສພາ ກ່າວວ່າ: ໃນປັດຈຸບັນປັດໄຈສຳຄັນໃນການນຳພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາແມ່ນ "ຊັບພະຍາກອນມະນຸດ" ທີ່ມີຄຸນນະພາບເທົ່ານັ້ນ. ດ້ວຍເຫດນີ້, ກົມການສຶກສາຊັ້ນສູງ ຈຶ່ງໄດ້ວາງເປົ້າໝາຍລວມຢ່າງຈະແຈ້ງວ່າ ຮອດປີ 2030, ຕ້ອງຮັບປະກັນໃຫ້ພົນລະເມືອງລາວ ໄດ້ເຂົ້າຮຽນການສຶກສາຊັ້ນສູງທີ່ມີຄຸນນະພາບ, ໄດ້ຮັບໂອກາດໃນການສຶກສາຢ່າງຕໍ່ເນື່ອງ, ທົ່ວເຖິງ ແລະ ເທົ່າທຽມ. ສະນັ້ນ, ໃນຜົນສຳເລັດຄັ້ງນີ້ຂໍຕີລາຄາສູງ ແລະ ເນັ້ນໜັກເຖິງບົດບາດອັນສຳຄັນຂອງການສຶກສາພາກເອກະຊົນ ໃນການປະກອບສ່ວນພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໂດຍລວມ ແລະ ໂດຍສະເພາະສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຊ່ວຍແບ່ງເບົາພາລະຂອງລັດຖະບານ ໃນການຂະຫຍາຍໂອກາດການເຂົ້າເຖິງການສຶກສາຊັ້ນສູງໃຫ້ລູກ-ຫຼານປະຊາຊົນລາວ. ຊ່ວຍກະຕຸ້ນໃຫ້ເກີດການແຂ່ງຂັນໃນການຍົກລະດັບຄຸນນະພາບການສຶກສາ ສາມາດສ້າງ ແລະ ປະຕິບັດຫຼັກສູດທີ່ຕອບສະໜອງໄດ້ຢ່າງວ່ອງໄວຕໍ່ຄວາມຕ້ອງການຕົວຈິງຂອງຕະຫຼາດແຮງງານໃນຍຸກປັດຈຸບັນ.

ເພື່ອໃຫ້ບັນລຸວິໄສທັດທີ່ກ່າວມານັ້ນ, ຂໍໃຫ້ຄະນະອຳນວຍການ ແລະ ຄູ-ອາຈານ ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມໃນການຍົກລະດັບຄຸນນະພາບຫຼັກສູດ ແລະ ການສິດສອນ: ຕ້ອງເອົາໃຈໃສ່ປັບປຸງຫຼັກສູດການຮຽນການສອນໃຫ້ສອດຄ່ອງກັບມາດຕະຖານຫຼັກສູດແຫ່ງຊາດ, ເພື່ອຮັບປະກັນວ່າ ນັກສຶກສາທີ່ຮຽນຈົບໄປ ຕ້ອງມີຄວາມຮູ້ຄວາມສາມາດ, ມີອາຊີບ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ; ການສົ່ງເສີມການສຶກສາສາຍວິທະຍາສາດ ແລະ ເຕັກໂນໂລຊີ: ສະຖາບັນຣັຕະນະບໍລິຫານທຸລະກິດ ມີທ່າແຮງໂດຍກົງ. ສະນັ້ນ, ຕ້ອງຊຸກຍູ້ສົ່ງເສີມການສຶກສາໃນສາຍ STEM (ວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳສາດ ແລະ ຄະນິດສາດ) ໃຫ້ມີກຳລັງຂຶ້ນ ແລະ ການຮ່ວມມື ແລະ ການຫັນເປັນທັນສະໄໝ: ຕ້ອງເພີ່ມທະວີການຮ່ວມມືລະຫວ່າງສະຖາບັນການສຶກສາກັບພາກຸລະກິດທັງພາກລັດ ແລະ ເອກະຊົນ. ພ້ອມນັ້ນ, ຕ້ອງນຳໃຊ້ດີຈີຕອນໃນການຄຸ້ມຄອງບໍລິຫານ ແລະ ການຮຽນ-ການສອນ ໃຫ້ມີຄວາມທັນສະໄໝ.

ໃນພິທີ, ໄດ້ມອບທຶນການສຶກສາໃຫ້ຜູ້ທີ່ມີຜົນການຮຽນດີ ຮຽນເກັ່ງ ແລະ ມອບໃບຍ້ອງຍໍໃຫ້ນັກສຶກສາດີເດັ່ນ ດ້ານຮຽນ ແລະ ການເຄື່ອນໄຫວກິດຈະກຳນອກຫຼັກສູດ.

(ພາບ-ຂ່າວ: ໂດຍ ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ໃນວັນທີ 25 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໄດ້ຈັດພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

​ ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026 ໃນລະຫວ່າງວັນທີ 21-22 ຕຸລານີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາ ສະຫະພັນກິລາກະຕໍ້ແຂວງ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການ ຫົວໜ້າຂະແໜງກິລາ-ກາຍຍະກຳແຂວງ ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ເພີ່ມເຕີມ