ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ
ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສ​ສກສງເສມການສະໜບສະໜນຄ ເນນໃສການນຳພາໃນຂນທອງຖນ - image 1
 

ເພື່ອໃຫ້ການສະໜັບສະໜູນຄູມີປະສິດທິພາບ, ຈະຕ້ອງມີການສະທ້ອນໃຫ້ເຫັນເຖິງສະພາບຄວາມເປັນຈິງໃນຊີວິດປະຈຳວັນ ແລະ ສະເໜີແນວຄວາມຄິດທີ່ສາມາດນຳໄປປະຕິບັດໄດ້ຈິງໃນຫ້ອງຮຽນຂອງຄູ.ນີ້ຄືເຫດຜົນທີ່ວ່າ ຍ້ອນຫຍັງການສະໜັບສະໜູນຄູໂດຍມີການນຳພາຈາກຂັ້ນທ້ອງຖິ່ນຈິ່ງມີຄວາມສຳຄັນ, ຜູ້ຊ່ຽວຊານດ້ານການສຶກສາທີ່ເຮັດວຽກຢ່າງໃກ້ຊິດກັບຄູ ແລະ ໂຮງຮຽນໃນເຂດຕ່າງໆຂອງ ສປປ ລາວ ລ້ວນແຕ່ເຂົ້າໃຈເຖິງຄວາມຕ້ອງການຂອງທ້ອງຖິ່ນ,ເຂົາເຈົ້າສາມາດຊ່ວຍຮັບປະກັນໄດ້ວ່າ ການພັດທະນາວິຊາຊີບຄູ ແລະ ການສະໜັບສະໜູນຄູນັ້ນ ມີຄວາມສອດຄ່ອງກັບສະພາບການຕົວຈິງຂອງແຕ່ລະທ້ອງຖິ່ນ, ສາມາດນຳໄປປະຕິບັດໄດ້ ແລະ ເຊື່ອມໂຍງເຂົ້າກັບການສອນປະຈຳວັນຂອງຄູ.

ກະຊວງສຶກສາທິການ ແລະ ກິລາ(ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ”ໃນລະຫວ່າງວັນທີ 19-23 ຕຸລາຜ່ານມາ,ກອງປະຊຸມດັ່ງກ່າວໄດ້ຊ່ວຍໃຫ້ຜູ້ຝຶກອົບຮົມຄູ ສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງ ສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

ລະບົບສະໜັບສະໜູນຄູແບບໃໝ່ທີ່ສ້າງຂຶ້ນໂດຍ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບການສະໜັບສະໜູນຈາກແຜນງານບີຄວາ, ຊ່ວຍໃຫ້ຄູສາມາດປັບປຸງວິທີການສອນຂອງຕົນຜ່ານຄຳແນະນຳຢ່າງຕໍ່ເນື່ອງຈາກຄູທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ.ຜູ້ໃຫ້ຄຳແນະນຳຈະຊ່ວຍເຫຼືອຄູ ຜ່ານການສັງເກດການສອນ, ໃຫ້ຄຳແນະນຳກ່ຽວກັບການແຕ່ງບົດສອນ, ການສອນເປັນຄູ່ ແລະ ການໃຫ້ຄຳຄິດເຫັນເພື່ອການປັບປຸງ.ນອກຈາກນີ້, ເຂົາເຈົ້າຍັງຊ່ວຍໃຫ້ຄູໄດ້ແລກປ່ຽນແນວຄວາມຄິດ ແລະ ຮ່ວມມືກັນແກ້ໄຂສິ່ງທ້າທາຍຕ່າງໆທີ່ພົບໃນຫ້ອງຮຽນ,ການຊ່ວຍເຫຼືອຄູໃນການປັບປຸງວິທີການສອນນີ້ ຖືເປັນການປະກອບສ່ວນສຳຄັນໃນການສ້າງປະສົບການການຮຽນຮູ້ທີ່ດີຂຶ້ນໃຫ້ແກ່ນັກຮຽນ.

ທ່ານລຳພູນຫຼວງໄຊ, ຫົວໜ້າກົມພັດທະນາຄູແລະການບໍລິຫານການສຶກສາໄດ້ອະທິບາຍວ່າ: ເອກະສານຝຶກອົບຮົມຈະມີປະໂຫຍດສູງສຸດກໍຕໍ່ເມື່ອມີຄວາມຊັດເຈນ, ສາມາດນຳໄປປະຕິບັດໄດ້ຈິງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງຄູ ແລະ ໂຮງຮຽນຕ່າງໆໃນ ສປປ ລາວ. ຜ່ານກອງປະຊຸມສຳມະນານີ້, ສະຖາບັນສ້າງຄູກຳລັງມີບົດບາດເປັນເຈົ້າການຫຼາຍຂຶ້ນໃນການສ້າງເນື້ອໃນສຳລັບການຝຶກອົບຮົມ ແລະ ການສະໜັບສະໜູນຄູ. ເຂົາເຈົ້າກຳລັງນຳໃຊ້ຄວາມຮູ້ທາງດ້ານວິຊາການ, ປະສົບການຈາກການຈັດກອງປະຊຸມຝຶກອົບຮົມທີ່ຜ່ານມາ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການໃນການສະໜັບສະໜູນຄູໃນທ້ອງຖິ່ນ ເພື່ອພັດທະນາ ແລະ ປັບປຸງເອກະສານດັ່ງກ່າວໃຫ້ດີຂຶ້ນ.

ສ​ສກສງເສມການສະໜບສະໜນຄ ເນນໃສການນຳພາໃນຂນທອງຖນ - image 2
 

ທ່ານ ສີລຳພອນ ເທບບູລີ, ອາຈານສອນຈາກ ມະຫາວິທະຍາໄລສ້າງຄູແຫ່ງຊາດ, ວິທະຍາເຂດສະຫວັນນະເຂດ ໄດ້ກ່າວວ່າ: ພວກເຮົາໄດ້ນຳເອົາ ສະຖານະການຕົວຈິງໃນຫ້ອງຮຽນມາພັດທະນາເອກະສານຝຶກອົບຮົມ, ຕົວຢ່າງເຊັ່ນ: ພວກເຮົາກຳລັງປຶກສາກ່ຽວກັບວິທີການສະໜັບສະໜູນນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນຫຼັກຢູ່ໃນຄອບຄົວ ແລະ ວິທີການແນະນຳຄູທີ່ຕ້ອງສອນນັກຮຽນ 3 ຂັ້ນຮຽນໃນຫ້ອງຮຽນດຽວ, ຕົວຢ່າງເຫຼົ່ານີ້ຈະຊ່ວຍໃຫ້ການຝຶກອົບຮົມມີລັກສະນະປະຕິບັດໄດ້ຈິງ ແລະ ເໝາະສົມກັບການສອນຂອງຄູ.

ກອງປະຊຸມດັ່ງກ່າວເນັ້ນໃສ່ການປະຕິບັດຕົວຈິງເປັນຫຼັກ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ນຳໃຊ້ປະສົບການຂອງຕົນໃນການສະໜັບສະໜູນຄູ, ຄັດເລືອກເອົາຂໍ້ມູນທີ່ເປັນປະໂຫຍດ ແລະ ປ່ຽນຂໍ້ມູນເຫຼົ່ານັ້ນໃຫ້ເປັນຫຼັກສູດຝຶກອົບຮົມທີ່ທີມງານສະໜັບສະໜູນຄູສາມາດນຳໄປໃຊ້ໃນສະພາບຕົວຈິງຢູ່ໂຮງຮຽນໄດ້.

ທ່ານນາງ ສາຍສຸລີສໍພູພຽງ, ອາຈານສອນຈາກ ມະຫາວິທະຍາໄລສ້າງຄູແຫ່ງຊາດ, ວິທະຍາເຂດຄັງໄຂ ໄດ້ກ່າວວ່າ: ກອງປະຊຸມນີ້ມີຄວາມສຳຄັນຫຼາຍ ເພາະມັນເປີດໂອກາດໃຫ້ຄູຈາກ 3 ສະຖາບັນໄດ້ເຮັດວຽກຮ່ວມກັນ ແລະ ແລກປ່ຽນປະສົບການ, ພວກເຮົາບໍ່ພຽງແຕ່ກະກຽມເອກະສານເທົ່ານັ້ນ, ແຕ່ຍັງໄດ້ທົດລອງກິດຈະກຳຕ່າງໆ ແລະ ປຶກສາຫາລືກ່ຽວກັບວິທີທີ່ທີມງານສະໜັບສະໜູນຄູຈະນຳເອົາກິດຈະກຳເຫຼົ່ານັ້ນໄປໃຊ້ເພື່ອຊ່ວຍເຫຼືອຄູໃນໂຮງຮຽນ. ສິ່ງເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດຈັດການຝຶກອົບຮົມສະໜັບສະໜູນຄູທີ່ຈະມາເຖິງນີ້ ໃຫ້ມີລັກສະນະປະຕິບັດຕົວຈິງ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງຄູໄດ້ດີຂຶ້ນ.

ຂ່າວ: ສສກ

ຄໍາເຫັນ

ຂ່າວສືກສາ-ກິລາ

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ໃນວັນທີ 25 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໄດ້ຈັດພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

ຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026

​ ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026 ໃນລະຫວ່າງວັນທີ 21-22 ຕຸລານີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາ ສະຫະພັນກິລາກະຕໍ້ແຂວງ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການ ຫົວໜ້າຂະແໜງກິລາ-ກາຍຍະກຳແຂວງ ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2  ຢ່າງເປັນທາງການ

ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ

ໃນວັນທີ 21 ຕຸລານີ້, ໄດ້ຈັດພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ (ນວ), ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ສາຍສະໝອນ ງາມສີ ວ່າການແທນ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.
ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ປະທານ ຄພລ ຕິດຕາມໃຫ້ກຳລັງໃຈທັບນັກກິລາຄົນພິການລາວ ສ້າງຜົນງານໃນເອຊຽນ ພາຣາເກມ ຄັ້ງທີ V ທີ່ປະເທດຍີ່ປຸ່ນ

ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ) ເດີນທາງເຂົ້າຮ່ວມຢ້ຽມຢາມ ແລະ ໃຫ້ກຳລັງໃຈທັບນັກກິລາຄົນພິການທີມຊາດລາວ ໃນການແຂ່ງຂັນ ງານມະຫະກຳກິລາຄົນພິການອາຊີ ຄັ້ງທີ V ຫຼື (5th Asian Para Games Aichi-Nagoya 2026) ຈັດຂຶ້ນໃນລະຫວ່າງ ວັນທີ 18–24 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX

ເມື່ອບໍ່ດົນມານີ້, ທີ່ສະຖາບັນຣັຕນະບໍລິຫານທຸລະກິດ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ສູນຄະນິດຄິດໄວສະມາດແມັດ (Smart Math) ຮ່ວມກັບພະແນກສຶກສາທິການ ແລະ ກິລາ ນວ ຈັດການແຂ່ງຂັນຄະນິດຄິດໄວ ຊີງແຊັມວຽງຈັນ ຄັ້ງທີ IX ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະບໍລິຫານທຸລະກິດ, ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສຸກພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະຜູ້ບໍລິ ຫານ, ຄູ-ອາຈານ, ນັກຮຽນ ພ້ອມດ້ວຍຜູ້ປົກຄອງເຂົ້າຮ່ວມ.
ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກລອຍນໍ້າອ່າງຄໍາ ຍາດໄດ້ 66 ຫຼຽນຄຳ ຄອງແຊັມແຂ່ງຂັນລອຍນ້ຳວຽງຈັນແຊັມປ້ຽນຊິບ 2026

ນັກກິລາລອຍນໍ້າ ສະໂມສອນລອຍນໍ້າອ່າງຄໍາ ສາມາດປະກາດສັກດາໃນວົງການກິລາລອຍນໍ້າລາວ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງສະໂມສອນ ຍາດໄດ້ 66 ຫຼຽນຄຳ, 26 ຫຼຽນເງິນ ແລະ 16 ຫຼຽນທອງ ລວມ 108 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກິລາລອຍນ້ຳ "ວຽງຈັນແຊັມປ້ຽນຊິບ 2026 ຊີງຫຼຽນ ແລະ ຂັນປະທານສະຫະພັນກິລາລອຍນໍ້າ ແລະ ດຳນ້ຳແຫ່ງຊາດ.
ເພີ່ມເຕີມ