ການຢຶດດັ່ງກ່າວແມ່ນສ່ວນໜຶ່ງຂອງການສືບສວນກ່ຽວກັບເຄືອຂ່າຍທີ່ສົງໃສວ່າລັກລອບນຳເຂົ້າເຊມິຄອນດັກເຕີທີ່ມີປະສິດທິພາບສູງຜ່ານສະໜາມບິນໃຫຍ່ຂອງມາເລເຊຍ. ໂດຍເຊີບເວີດັ່ງກ່າວໄດ້ຖືກຄົ້ນພົບໃນລະຫວ່າງການກວດ ກາສິນຄ້າໃນເຂດການຄ້າເສລີຂອງສະໜາມບິນ.
ທ່ານ ນາງ ອັສປາລີລາ ອັກ ຕູອາ ຫົວໜ້າກົມພາສີມາເລເຊຍ ໄດ້ເປີດເຜີຍວ່າ, ຜົນການສືບສວນເບື້ອງຕົ້ນຊີ້ໃຫ້ເຫັນວ່າສິນຄ້າດັ່ງກ່າວມີຕົ້ນກຳເນີດມາຈາກປະເທດໃນອາຊີ ແລະ ມີຈຸດໝາຍປາຍທາງໄປຍັງປະເທດໜຶ່ງໃນພາກພື້ນດຽວກັນ ຊຶ່ງການສົ່ງອອກຕ້ອງໄດ້ຮັບໃບອະນຸຍາດການຄ້າ.
ເຈົ້າໜ້າທີ່ຍັງພົບວ່າ: ເຊີບເວີເຫຼົ່ານີ້ຖືກແຈ້ງຂໍ້ມູນປອມວ່າເປັນຊິ້ນສ່ວນເອເລັກໂຕຣນິກ, ກ່ອນທີ່ຈະຖືກລັກລອບຜ່ານມາເລເຊຍເພື່ອຫຼີກລ່ຽງຂໍ້ຈຳກັດການສົ່ງອອກໄປຍັງຈຸດໝາຍປາຍທາງ. ໃນຂະນະດຽວກັນ, ບໍລິສັດມາເລເຊຍທີ່ອຳນວຍຄວາມສະດວກໃນການຂົນສົ່ງໄດ້ຖືກເອີ້ນເຂົ້າມາໃຫ້ຂໍ້ມູນ ເພື່ອປະກອບການສືບສວນ - ສອບສວນແລ້ວ.
ທ່ານນາງ ອັສປາລີລາ ກ່າວວ່າ: ເຈົ້າໜ້າທີ່ສົງໃສວ່າການຂົນສົ່ງຄັ້ງນີ້ອາດຈະເຊື່ອມໂຍງກັບເຄືອຂ່າຍດຽວກັນທີ່ພະຍາຍາມລັກລອບສິນຄ້າທີ່ຄ້າຍຄືກັນ ຊຶ່ງກົມພາສີສະກັດກັ້ນໄດ້ໃນເດືອນມິຖຸນາຜ່ານມາ, ໂດຍພົບຄະດີທີ່ກ່ຽວຂ້ອງເຄືອຂ່າຍດັ່ງກ່າວຢ່າງໜ້ອຍ 5 ຄະດີ ແລະ ມີການຢຶດຊິບທີ່ມີມູນຄ່າຫຼາຍກວ່າ 100 ລ້ານຣິງກິດມາເລເຊຍ. ຢ່າງໃດກໍຕາມ, ທ່ານປະຕິເສດທີ່ຈະໃຫ້ລາຍລະອຽດເພີ່ມເຕີມຍ້ອນວ່າການສືບສວນຍັງດຳເນີນຢູ່.
ຄໍາເຫັນ