ຂ່າວລະບຸວ່າ: BoC ໄດ້ຂຶ້ນອັດຕາດອກເບ້ຍ 0.25% ເປັນ 2.50%, ສອດຄ່ອງກັບຄວາມຄາດຫວັງຂອງຕະຫຼາດ ແລະ ຍັງໄດ້ເພີ່ມການຄາດຄະເນອັດຕາເງິນເຟີ້ສຳລັບປີ 2027 ເປັນ 3.1% ຈາກ 2.0%.
ນອກຈາກນັ້ນ, BoC ຄາດວ່າ: ເສດຖະກິດການາດາຈະຂະຫຍາຍຕົວ 1.0% ໃນປີນີ້ ຊຶ່ງສູງກວ່າການຄາດຄະເນໃນເດືອນກໍລະກົດທີ່ 0.7%.
ເຖິງວ່າຈະມີການຂຶ້ນອັດຕາດອກເບ້ຍໃນວັນທີ 28 ຕຸລາ, ແຕ່ອັດຕາດອກເບ້ຍນະໂຍບາຍຂອງການາດາແມ່ນຍັງຄົງຢູ່ຕໍ່າກວ່າລະດັບເຄິ່ງກາງຂອງອັດຕາດອກເບ້ຍທີ່ເປັນກາງ ຊຶ່ງເປັນລະດັບອັດຕາດອກເບ້ຍທີ່ບໍ່ກະຕຸ້ນ ຫຼື ຊະລໍຕົວຂອງເສດຖະກິດ. ໂດຍ BoC ປະເມີນວ່າລະດັບເຄິ່ງກາງດັ່ງກ່າວແມ່ນຢູ່ທີ່ 2.75%.
ຕະຫຼາດການເງິນຄາດວ່າ: BoC ຈະມີການຂຶ້ນອັດຕາດອກເບ້ຍຕື່ມອີກ 0.25% ໃນເດືອນມັງກອນ 2027 ແລະ ຄາດວ່າອັດຕານະໂຍບາຍຈະເພີ່ມຂຶ້ນເປັນ 3.25% ພາຍໃນເດືອນທັນວາຂອງປີໜ້າ.
ຄໍາເຫັນ