ຂ່າວແຈ້ງວ່າ: ຄຽງຄູ່ກັບມະນຸດນໍາໃຊ້ວັດຖຸເຊື້ອໄຟຟອດຊິວຢ່າງຕໍ່ເນື່ອງ ບວກກັບການຂະຫຍາຍຕົວຂອງປະກົດການແອວນີໂຢຮ້າຍແຮງທີ່ເກີດຂຶ້ນໃນປັດຈຸບັນ, ຄາດວ່າຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນຊັ້ນບັນຍາກາດຍັງຈະສືບຕໍ່ເພີ່ມຂຶ້ນຢ່າງພົ້ນເດັ່ນໃນປີ 2026.
ທ່ານ ໂຄ ບາເຣດ ຮອງເລຂາທິການໃຫຍ່ອົງການອຸຕຸນິຍົມໂລກ ໃຫ້ຮູ້ວ່າ: ເລື່ອງນີ້ໄດ້ເພີ່ມຄວາມອາດເປັນໄປໄດ້ຂອງການເກີດສະພາບອາກາດທີ່ຮຸນແຮງ ແລະ ຈະສ້າງຄວາມສ່ຽງທີ່ກ່ຽວຂ້ອງໃຫ້ແກ່ເສດຖະກິດ-ສັງຄົມຂອງພວກເຮົາ. ກາກບອນດິອັອກຊິດ ຈະຄົງຕົວຢູ່ໃນຊັ້ນບັນຍາກາດເປັນເວລາດົນນານ ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດຂອງໂລກໃນຫຼາຍສິບປີຈົນເຖິງຂັ້ນຫຼາຍຮ້ອຍປີຕໍ່ໜ້າ.
ຄໍາເຫັນ