![]() |
ໂອກາດນີ້ ທ່ານເລຂາຄະນະພັກ ນວ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນວ ຂອງທ່ານ ສຸພາກິດ ເຈຍລະວະນົນ ທີ່ຕາງໜ້າໃຫ້ຄະນະຜູ້ ແທນກໍຄື ກຸ່ມບໍລິສັດ ຊີພີ ເວົ້າລວມການເດີນທາງມາຢ້ຽມຢາມຄັ້ງນີ້ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືແບບຍຸດທະສາດຮອບດ້ານລະຫວ່າງສອງພັກສອງລັດ, ປະຊາຊົນ ແລະ ວິສາຫະ ກິດລາວ-ຈີນ-ໄທ ກໍຄືການພົວພັນຮ່ວມມືລະຫວ່າງ ນວ ຈີນ ແລະ ໄທ ພ້ອມນີ້ ທ່ານຍັງໄດ້ລາຍງານໃຫ້ຊາບກ່ຽວກັບການພັດທະນາເສດຖະຫິດ-ສັງຄົມຂອງ ນວ ໂດຍສັງເຂບວ່າ: ໃນຜ່ານມາ ນວ ໄດ້ສຸມທຸກກຳລັງໃນການຈັດຕັ້ງປະຕິບັດໂດຍສະເພາະວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດ- ການເງິນ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດອຸດສາ ຫະກຳ, ກະສິກຳ, ຫັດຖະກຳ ແລະ ການພັດທະນາຕົວເມືອງແບບຍືນຍົງ ພ້ອມທັງສ້າງເຄືອຂ່າຍ ແລະ ການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ຍົກສູງມາດຕະຖານສິນຄ້າ ສ້າງຕະຫຼາດພາຍໃນ ແລະ ຕ່າງ ປະເທດໃຫ້ມີການຂະຫຍາຍຕົວເປັນແຕ່ລະບາດກ້າວຕິດພັນກັບການສ້າງບຸກຄະລາກອນທີ່ສຳນານງານ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມໃຫ້ໄດ້ຫຼາຍຂຶ້ນ ຊຶ່ງ ນວ ມີທ່າແຮງຫຼາຍດ້ານເປັນຕົ້ນມີພື້ນຖານອຸດສາຫະກຳເບົາຫຼາຍ ມີພື້ນທີ່ກະສິກຳກວ້າງ ຊຶ່ງເປັນທ່າແຮງໃຫ້ແກ່ດ້ານກະສິກຳຕົວເມືອງທີ່ໃຊ້ເຕັກໂນໂລຊີທັນສະໄໝ ແລະ ສະມັດຕະພາບສູງ ຍ້ອນເປັນສູນກາງ ແລະ ທັງເປັນປະຕູເຂົ້າ-ອອກປະເທດ ເປັນສູນກາງດ້ານການລົງທຶນຂະໜາດໃຫຍ່ ຈຶ່ງເໝາະແກ່ການພັດທະນາທາງດ້ານອະສັງຫາລິມະຊັບ ມີແຫຼ່ງທ່ອງທ່ຽວຫຼາຍເປັນຕົ້ນ ແຫຼ່ງທ່ອງທ່ຽວທຳມະຊາດ ປະຫວັດສາດ ວັດທະນະທຳ ແລະ ກະສິກຳ ຊຶ່ງເປັນທ່າແຮງໃຫ້ແກ່ການສົ່ງເສີມການທ່ອງທ່ຽວ ຍ້ອນສະພາບທີ່ຕັ້ງພູມສັນຖານຕິດກັບປະເທດທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດດີ ທັງເປັນໃຈກາງຂອງປະເທດ ແລະ ພາກພື້ນ ມີທາງລົດໄຟລາວ-ຈີນ ແລະ ທາງດ່ວນ ຈຶ່ງເປັນເງື່ອນໄຂອັນດີໃຫ້ແກ່ການບໍລິການຂົນສົ່ງສິນຄ້າ ແລະ ເປັນສູນກາງການຄ້າລະຫວ່າງປະເທດ ລວມເຖິງການພັດທະນາດ້ານການສື່ສານ ນຳໃຊ້ເຕັກໂນໂລຊີທັນສະໄໝຂະຫຍາຍສະຖາບັນການສຶກສາລະດັບສູງທີ່ໄດ້ມາດຕະຖານສາກົນ.
ຜ່ານການຮັບຟັງແນວຄິດຂອງທ່ານ ສຸພະກິດ ເຈຍລະວະນົນ ກ່ຽວກັບທິດທາງການຮ່ວມມືລະຫວ່າງ ນວ ກັບກຸ່ມບໍລິສັດໃນການລົງທຶນຂະແໜງການລົງທຶນສູນຄຳນວນ AI ແລະ ໂຄງການຝຸ່ນໂປຕາສຢູ່ ນວ ແລະ ຂະແໜງການອື່ນໆ ເພື່ອຊຸກຍູ້ເສີມຂະຫຍາຍທ່າແຮງ ແລະ ພັດທະນເສດຖະກິດ-ສັງຄົມຂອງ ນວ ໃຫ້ໄດ້ຮັບການພັດທະນເປັນກ້າວໆ ຂ້າພະເຈົ້າເຫັນດີສະໜັບສະໜູນ ແລະ ເພື່ອເປັນພື້ນຖານໃນການສຶກສາຄວາມເປັນໄປໄດ້ຫາກເຫັນວ່າມີໂອກາດຮ່ວມມືກັນໄດ້ກໍອາດມີການສ້າງບົດບັນທຶກຮ່ວມມືນຳກັນ ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ທັງສອງຝ່າຍໄດ້ມີການຄົ້ນຄວ້າ ແລະ ປຶກສາຫາລືໃນລາຍລະອຽດແຕ່ລະກິດຈະກຳ ຕອນທ້າຍທ່ານຍັງໄດ້ອວຍພອນໃຫ້ທ່ານປະທານກຳມະການຂອງເຄືອຈະເລີນໂພກກະພັນພ້ອມຄະນະຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ຮ່ວມກັນຊຸກຍູ້ການຮ່ວມມືລະຫວ່າງ ນວ ສປປ ລາວ-ໄທ-ຈີນ ກໍຄືການຮ່ວມມືກັບກຸ່ມບໍລິສັດ ຊີພີ ໃຫ້ປາກົດຜົນເປັນຈິງ.
ຕອນທ້າຍ, ທ່ານ ສຸພາກິດ ເຈຍລະວະນົນ ໄດ້ສະແດງຄວາມຂອບໃຈມາຍັງທ່ານເລຂາຄະນະພັກ ນວ ພ້ອມຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ການລົງທຶນ ແລະ ທ່າແຮງຂອງ ນວ ໃຫ້ຄະນະຊາບ ເພື່ອຈະເປັນຂໍ້ມູນພື້ນຖານນໍາໄປຄົ້ນຄວ້າພິຈາລະ ນາມາລົງທຶນໂຄງການຕ່າງໆຢູ່ ນວ.
(ແຫຼ່ງຂ່າວ: ວຽງຈັນໃໝ່)

ຄໍາເຫັນ