ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I
ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຄະນະໂຄສະນາອບຮມ ແຂວງສາລະວນ ສະຫບຕລາຄາການນາພາຮອບດານຄງທ 4 ສະໄໝທ I - image 1
 

ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານ ຂອງຄະນະພັກຮາກຖານ ປະຈຳ 3 ເດືອນ (ກໍລະກົດ, ສິງຫາ ແລະ ເດືອນກັນຍາ) ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026; ຄະນະພັກຮາກຖານ ຖືສຳຄັນໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບ ແລະ ເນື້ອໃນເອກະສານສຳຄັນຂອງພັກ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຕໍ່ແນວທາງນະໂຍບາຍຂອງພັກ; ເຮັດໃຫ້ສະມາຊິກພັກ ແລະ ພະນັກງານມີແນວຄິດໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຮັກສາຄວາມສາມັກຄີ ແລະ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ການເມືອງ ເປັນຕົ້ນປະສານສົມທົບພາກສ່ວນກ່ຽວຂ້ອງໃນການຈັດກອງປະຊຸມເຊື່ອມຊຶມມະຕິ XII ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງສາລະວັນ, ຈັດຕັ້ງອົບຮົມຫົວຂໍ້ຕ່າງໆ ເຊັ່ນ: ອົບຮົມຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ແລະ ປະຊາຊົນລຽບຕາມຊາຍແດນ ປະຈຳປີ 2026. ຕິດຕາມ, ຊຸກຍູ້ການເຜີຍແຜ່ມະຕິ ແລະ ເອກະສານສຳຄັນໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ລວມມີ 22,486 ເທື່ອຄົນ, ຍິງ 9,130 ເທື່ອຄົນ, ເອົາໃຈໃສ່ຈັດຕັ້ງປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ ມີຈຳນວນພົນເຂົ້າຮ່ວມທັງໝົດ 4,429 ທ່ານ, ທັງໄດ້ນໍາພາຄົ້ນຄວ້າ, ປັບປຸງສ້າງຕາໜ່າງ ເພື່ອນຮ່ວມງານ, ຕິດຕາມເກັບກຳຫາງສຽງສັງຄົມ, ອັນພົ້ນເດັ່ນ ແມ່ນໄດ້ສຳເລັດການແຕ່ງຕັ້ງຄະນະຊີ້ນຳຂັ້ນແຂວງ ຕິດຕາມ, ເກັບກຳສະພາບແນວຄິດ, ຫາງສຽງສັງຄົມ ແລະ ສຳເລັດການຝຶກອົບຮົມວຽກງານດັ່ງກ່າວ.

ຄະນະໂຄສະນາອບຮມ ແຂວງສາລະວນ ສະຫບຕລາຄາການນາພາຮອບດານຄງທ 4 ສະໄໝທ I - image 2
 

ສຳລັບການນຳພາຕໍ່ວຽກງານສື່ມວນຊົນ ສາມາດເຄື່ອນໄຫວເກັບກຳຂ່າວ, ຜະລິດຂ່າວໄດ້ທັງໝົດ 1,152 ຂ່າວ, ໄດ້ອອກອາກາດທາງວິທະຍຸກະຈາຍສຽງໄດ້ 104 ຊົ່ວໂມງ, ປັດຈຸບັນທົ່ວແຂວງ ມີໂທລະໂຄ່ງທັງໝົດ ຈຳນວນ 538 ຊຸດ, ມີ 956 ປາກ ແລະ ບ້ານບໍ່ທັນມີໂທລະໂຄ່ງໃຊ້ 40 ບ້ານ, ນອກນັ້ນ, ກໍໄດ້ຕີລາການນຳພາວຽການອົງການຈັດຕັ້ງມະຫາ ຊົນ ແລະ ວຽກງານອື່ນໆ.

ຈາກນັ້ນ, ໄດ້ເຜີຍແຜ່ທິດທາງຈຸດສຸມໃນການເຄື່ອນໄຫວວຽກງານກວດກາ 5 ປີ (2026-2030) ແລະ ແຜນພັດທະນາວຽກງານກວດກາທົ່ວແຂວງສາລະວັນ ໄລຍະ 5 ປີ; ພ້ອມທັງຜ່ານເນື້ອໃນບົດໂອ້ລົມຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ທັງໄດ້ຕີລາຄາແຜນພັດທະນາວຽກງານ ແລະ ການປະຕິບັດງົບປະມານ.

ສະຫາຍ ມະໄລວອນ ສີປະເສີດ ໄດ້ເນັ້ນໃຫ້ຄະນະພັກ ແລະ ຄະນະໜ່ວຍພັກ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການນໍາພາວຽກງານການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເພີ່ມທະວີ ຕິດຕາມກວດກາ ແລະ ເອົາໃຈໃສ່ການປະເມີນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມທັງປັບປຸງແບບແຜນນໍາພາ-ແບບແຜນວິທີເຮັດວຽກ ຕິດພັນກັບການປະຕິບັດໜ້າທີ່ການເມືອງ ວຽກວິຊາສະເພາະໃຫ້ລະອຽດ ເພື່ອໃຫ້ສາມາດຕິດຕາມ ແລະ ປະເມີນຜົນໄດ້ຢ່າງມີປະສິດທິພາບ.

ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ກອງປະຊຸມປະຈຳປີວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການ ວິທະຍຸກະຈາຍສຽງ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ແຂວງ​ບໍ​ລິ​ຄຳ​ໄຊພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄັ້ງຢູ່ ສປປ ລາວ ແລະ ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນ ກາງພັກ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ