ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື
ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ຜນການແຂງຂນຊວງເຮອປະເພນ ໃນງານບນອອກພນສາປະວຣະນາປ 2026 ທແຂວງອດຕະປ - image 1
 

1) ເຮືອປະເພດ 35 ສີພາຍຊາຍ (ເຮືອປະເພນີ) ຊະນະເລີດແມ່ນເຮືອ ປກສ ແຂວງອັດຕະປື ໄດ້ຮັບເງິນລາງວັນ 35,000,000 ກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ເຮືອເມືອງສາມັກຄີໄຊ ໄດ້ຮັບເງິນລາງວັນ 32,000,000 ກີບ, ທີສາມ ເຮືອພະແນກການເງິນແຂວງ ໄດ້ຮັບເງິນລາງວັນ 29,000,000 ກີບ;

ຜນການແຂງຂນຊວງເຮອປະເພນ ໃນງານບນອອກພນສາປະວຣະນາປ 2026 ທແຂວງອດຕະປ - image 2
 

2) ເຮືອປະເພດ 22 ສີພາຍຊາຍ (ເຮືອປະເພນີ) ຊະນະເລີດ ເຮືອເມືອງພູວົງ ໄດ້ຮັບເງິນລາງວັນ 25,000,000 ລ້ານກີບ, ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ເຮືອພະແນກ ຍທຂ ແຂວງ ໄດ້ຮັບເງິນລາງວັນ 22,000,000 ລ້ານກີບ, ທີສາມ ເຮືອເມືອງສະໝາມໄຊ ໄດ້ຮັບເງິນລາງວັນ 19,000,000 ລ້ານກີບ.

3) ເຮືອປະເພດ 22 ສີພາຍຊາຍ (ເຮືອສູດ) ຊະນະເລີດເຮືອພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ຮັບເງິນລາງວັນ 25,000,000 ລ້ານກີບ, ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ເຮືອຕາແສງສົມບູນ (ເມືອງພູວົງ) ໄດ້ຮັບເງິນລາງວັນ 22,000,000 ລ້ານກີບ, ທີສາມ ເຮືອບ້ານໃຫຍ່ເຊກະໜານ ໄດ້ຮັບເງິນລາງວັນ 9,500,000 ລ້ານກີບ.

ຜນການແຂງຂນຊວງເຮອປະເພນ ໃນງານບນອອກພນສາປະວຣະນາປ 2026 ທແຂວງອດຕະປ - image 3
 

4) ເຮືອປະເພດ 12 ສີພາຍຊາຍ (ເຮືອປະເພນີ) ຊະນະເລີດ ເຮືອບ້ານຊອກລຸ່ມ ໄດ້ຮັບເງິນລາງວັນ 17,000,000 ລ້ານກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ເຮືອຊາວໝຸ່ມແຂວງ ໄດ້ຮັບເງິນລາງວັນ 14,000,000 ລ້ານກີບ, ທີສາມ ເຮືອບ້ານໂຊກຄໍາ ໄດ້ຮັບເງິນລາງວັນ 11,000,000 ລ້ານກີບ.

5) ເຮືອປະເພດ 12 ສີພາຍຊາຍ (ເຮືອສູດ) ຊະນະເລີດ ເຮືອເມືອງສາມັກຄີໄຊ ທອບ 99 ໄດ້ຮັບເງິນລາງວັນ 17,000,000 ລ້ານກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ເຮືອຟາມງົວບ້ານປຸຍ ໄດ້ຮັບເງິນລາງວັນ 14,000,000 ລ້ານກີບ, ຮອງຊະນະເລີດ ເຮືອກຸ່ມລົດສິບລໍ້ ໄດ້ຮັບເງິນລາງວັນ 11,000,000 ລ້ານກີບ.

ຜນການແຂງຂນຊວງເຮອປະເພນ ໃນງານບນອອກພນສາປະວຣະນາປ 2026 ທແຂວງອດຕະປ - image 4
 

6) ເຮືອປະເພດ 12 ສີພາຍຍິງທົ່ວໄປ ຊະນະເລີດ ເຮືອພະແນກ ຍທຂ ແຂວງ ໄດ້ຮັບເງິນລາງວັນ 17,000,000 ກີບ ພ້ອມຂັນ 1 ໜ່ວຍ, ຮອງຊະນະເລີດ ເຮືອເທບອິນຊີ ໄດ້ຮັບເງິນລາງວັນ 14,000,000 ກີບ, ທີສາມ ເຮືອເມືອງຊານໄຊ ໄດ້ຮັບເງິນລາງວັນ 5,500,000 ກີບ. ຂ່າວ: ວົງສະໄໝ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ກອງປະຊຸມປະຈຳປີວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການ ວິທະຍຸກະຈາຍສຽງ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ແຂວງ​ບໍ​ລິ​ຄຳ​ໄຊພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄັ້ງຢູ່ ສປປ ລາວ ແລະ ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນ ກາງພັກ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

​ ສະພາບການຜະລິດກະສິກຳຢູ່ ເມືອງໄຊບົວທອງ ໃນປີ 2026 ນີ້ ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນ້ຳຖ້ວມ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ລະບົບຊົນລະປະທານ, ເນື້ອທີ່ນາ, ສັດລ້ຽງ ແລະໜອງປາຂອງປະຊາຊົນ ລວມມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ.
ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 5 ສະໄໝທີ ll

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 5 ສະໄໝທີ ll

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 5 ສະໄໝທີ llຂຶ້ນໃນວັນທີ 27 ຕຸລາຜ່ານ​ມາ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີຮອງເລຂາພັກແຂວງ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ທັງ 5 ເມືອງ ຕະຫຼອດຮອດເລຂາຄະນະພັກ-ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ ແລະ ທົບທວນນະໂຍບາຍປະກັນສັງຄົມ ພ້ອມຊຸກຍູ້ປະຊາຊົນເຂົ້າເຖິງສິດຜົນປະໂຫຍດ

ຄໍາມ່ວນ ເຜີຍແຜ່ ແລະ ທົບທວນນະໂຍບາຍປະກັນສັງຄົມ ພ້ອມຊຸກຍູ້ປະຊາຊົນເຂົ້າເຖິງສິດຜົນປະໂຫຍດ

ວັນທີ 28 ຕຸລານີ້, ໄດ້ຈັດກອງປະຊຸມ ເຜີຍແຜ່ຊຸດຜົນປະໂຫຍດທາງການແພດ ແລະ ທົບທວນຄືນກ່ຽວກັບນະໂຍບາຍຕາມກົດໝາຍ ວ່າດ້ວຍປະກັນສັງຄົມ ສະບັບປັບປຸງ, ໂດຍການເປັນປະທານຂອງທ່ານ ນາງ ມີເພັດ ແກ້ວດວງດີ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຄໍາມ່ວນ, ມີບັນ ດາພະແນກການ, ຂະແໜງການພາກລັດ ແລະ ຫົວໜ່ວຍທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ