ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ
ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ຖອດ​ຖອນ​ບດ​ຮຽນບນລງກສາງຮາກຖານການເມອງຢຕາແສງຫວຍໂອດ - image 1
 

ທ່ານ ຄໍາເກັ່ງ ຈັນທະວີສຸກ ກຳມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ບັ້ນຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ຕາແສງຫ້ວຍໂອດເມືອງປາກອູ ໄດ້ດຳເນີນໃນລະຫວ່າງວັນທີ່ 27 ກັນຍາ ຫາ ວັນທີ່ 2 ຕຸລາ 2026 ໂດຍເລ່ງໃສ່ 7 ບ້ານເປົ້າໝາຍຄື: ບ້ານຫ້ວຍໂອດ, ບ້ານບວກຄວາຍ, ບ້ານພູປັກເກີ, ບ້ານຫ້ວຍເລີນ, ບ້ານຜາປົ່ນ, ບ້ານຢານາງ ແລະບ້ານຫ້ວຍເຢັນ, ລວມມີ 850 ຄອບຄົວ, ພົນລະເມືອງທັງໝົດ 5,158 ຄົນ, ຍິງ 2,370 ຄົນ, ປັດຈຸບັນ ມີຄອບຄົວພົ້ນທຸກ 592 ຄອບຄົວ, ຄອບຄົວທຸກຍາກ 258 ຄອບຄົວ, ຄອບຄົວພັດທະນາ 293 ຄອບຄົວ, ປະກອບມີ 3 ເຜົ່າຄື: ເຜົ່າມົ້ງ, ເຜົ່າກຶມມຸ ແລະເຜົ່າລາວລຸ່ມຈໍານວນໜຶ່ງ, ຜົນການຈັດຕັ້ງປະຕິບັດ ໃນການລົງຮາກຖານຄັ້ງນີ້ ຄະນະຊີ້ນໍາຂັ້ນແຂວງ-ຂັ້ນເມືອງ ແລະຄະນະຮັບຜິດຊອບ ໄດ້ນໍາເອົາເອກະສານສຳຄັນເຜີຍແຜ່ໃຫ້ປະຊາຊົນ ຮັບຮູ້ເຂົ້າໃຈ ພ້ອມດໍາເນີຊີວິດການເມືອງ ສາມາດຕີລາຄາຈັດປະເພດ ສະມາຊິກພັກຢູ່ພາຍໃນກຸ່ມຫ້ວຍໂອດມີທັງໝົດ 86 ສະຫາຍ, ຍິງ 6 ສະຫາຍ ໄດ້ປະເພດແຂງ 80 ສະຫາຍ, ກາງ 2 ສະຫາຍ, ອອ່ນ 1 ສະຫາຍ ແລະບໍ່ໄດ້ຈັດປະເພດ 3 ສະຫາຍ.

ຈາກນັ້ນ ຄະນະຊີ້ນໍາຂອງແຂວງ ແລະເມືອງ ໄດ້ຂຶ້ນປະກອບຄໍາເຫັນ ຕໍ່ກັບການລົງກໍ່ສ້າງຮາກຖານການເມືອງ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໃນກຸ່ມຕໍ່ໄປ ໃຫ້ໄດ້ຮັບຜົນດີ.

ຖອດ​ຖອນ​ບດ​ຮຽນບນລງກສາງຮາກຖານການເມອງຢຕາແສງຫວຍໂອດ - image 2
 

ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້,ພ້ອມທັງສະເໜີໃຫ້ຄະນະພັກ-ຄະນະກຳມະການປົກຄອງເມືອງ ສືບຕໍ່ຊີ້ນໍາ-ນໍາພາວຽກງານຮອບດ້ານ ໃນຕາແສງຫ້ວຍໂອດຢ່າງໃກ້ສິດຕິດແທດ, ນໍາພາຈັດຕັ້ງປະຕິບັດວຽກງານ ໃຫ້ເປັນລະບົບເພື່ອຍົກສູງບົດບາດ ສິດ-ໜ້າທີ່ ຂອງວຽກງານຕາແສງ ໃຫ້ໜັກແໜ້ນເຂັ້ມແຂງ, ຊຸກຍູ້ທ່າແຮງດ້ານການພັດທະນາຊົນນະບົດ ສົ່ງເສີມການປູກ-ການລ້ຽງ ເພືອແກ້ໄຂຄວາມທຸກຍາກ ໃຫ້ຫຼຸດນ້ອຍຖອຍລົງ, ສຶກສາອົບຮົມການເມືອງແນວຄິດ ໃຫ້ການຈັດຕັ້ງບ້ານ ປະຊາຊົນແຕ່ລະບ້ານ ເຂົ້າໃຈຕໍ່ແນວທາງລະບຽບກົດໝາຍຂອງພັກຢ່າງທົ່ວເຖິງ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ບັນດາບ້ານພາຍໃນຕາແສງຫ້ວຍໂອດ ໃຫ້ມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ ຢ່າງໜັກແໜ້ນ.

ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ມອບງົບປະມານ ຈໍານວນ 30,000,000 ກີບ ເພື່ອຊຸກຍູ້ວຽກງານພາຍໃນຕາແສງຫ້ວຍໂອດ ຕື່ມອີກ.

ຂ່າວ-ພາບ: ຄຳອ້ວນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ກອງປະຊຸມປະຈຳປີວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການ ວິທະຍຸກະຈາຍສຽງ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ແຂວງ​ບໍ​ລິ​ຄຳ​ໄຊພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄັ້ງຢູ່ ສປປ ລາວ ແລະ ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນ ກາງພັກ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

​ ສະພາບການຜະລິດກະສິກຳຢູ່ ເມືອງໄຊບົວທອງ ໃນປີ 2026 ນີ້ ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນ້ຳຖ້ວມ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ລະບົບຊົນລະປະທານ, ເນື້ອທີ່ນາ, ສັດລ້ຽງ ແລະໜອງປາຂອງປະຊາຊົນ ລວມມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ.
ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 5 ສະໄໝທີ ll

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 5 ສະໄໝທີ ll

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 5 ສະໄໝທີ llຂຶ້ນໃນວັນທີ 27 ຕຸລາຜ່ານ​ມາ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີຮອງເລຂາພັກແຂວງ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ທັງ 5 ເມືອງ ຕະຫຼອດຮອດເລຂາຄະນະພັກ-ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ