ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ
ກອງປະຊຸມປະຈຳປີວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການ ວິທະຍຸກະຈາຍສຽງ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ແຂວງ​ບໍ​ລິ​ຄຳ​ໄຊພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄັ້ງຢູ່ ສປປ ລາວ ແລະ ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນ ກາງພັກ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສະຫບ ກ​ານໂຄສະນາສກສາ ຄວາມສຽງໄພຈາກລະເບດບທນແຕກ ຜານລາຍການວທະຍ - image 1
 

ທ່ານ ບຸນເພັງ ສີສະຫວັດ ໄດ້ກ່າວວ່າ: ວຽກງານໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ ເປັນວຽກທີ່ມີຄວາມສຳຄັນຍິ່ງ ເພື່ອສ້າງຄວາມຮັບຮູ້, ຄວາມປອດໄພ ແລະ ວິທີຫຼີກລ່ຽງອັນຕະລາຍໃຫ້ແກ່ປະຊາຊົນ ເຊິ່ງປັດຈຸບັນວຽກ ງານດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໃນ 15 ແຂວງທົ່ວປະເທດ ໂດຍມີອົງການປະຕິບັດງານກ່ຽວຂ້ອງ 12 ອົງການ, ພ້ອມທັງໄດ້ຮ່ວມມືກັບກົມສື່ມວນຊົນ, ວິທະຍຸກະຈາຍສຽງແຫ່ງຊາດ ແລະ ສະຖານີວິທະຍຸ 11 ແຂວງ/ນະຄອນຫຼວງ, ເຖິງຢ່າງໃດກໍຕາມ ນັບແຕ່ປີ 2008 ເປັນຕົ້ນມາ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 756 ຄັ້ງ, ມີຜູ້ເຄາະຮ້າຍ 1,229 ຄົນ (ເສຍຊີວິດ 310 ຄົນ ແລະ ບາດເຈັບ 919 ຄົນ) ສະເພາະປີ 2026 ນີ້ ເກີດຂຶ້ນ 13 ຄັ້ງ, ມີຜູ້ເຄາະຮ້າຍ 24 ຄົນ (ບາດເຈັບ 23 ຄົນ ແລະ ເສຍຊີວິດ 1 ຄົນ). ໃນໄລຍະປີ 2015 ເຖິງປັດຈຸບັນ ໄດ້ຊ່ວຍເຫຼືອຜູ້ ຖືກເຄາະຮ້າຍ 1,936 ຄົນ (ລວມ 2,313 ເທື່ອຄັ້ງ) ດ້ວຍງົບປະມານກວ່າ 3.5 ຕື້ກີບ.

ທ່ານ ຍັງໃຫ້ຮູ້ຕື່ມວ່າ: ຕັ້ງແຕ່ປີ 1996 ຮອດເດືອນຕຸລາ 2026 ໄດ້ຈັດກິດຈະກຳໂຄສະນາແບບເຊິ່ງໜ້າຢູ່ 4,471 ບ້ານ, ເຂົ້າເຖິງຜູ້ໄດ້ຮັບຜົນປະໂຫຍດກວ່າ 6 ລ້ານເທື່ອຄົນ, ສຳລັບການໂຄສະນາຜ່ານລາຍການວິທະຍຸ 15 ແຂວງ ໃນປີ 2026 ນີ້ ໄດ້ອອກອາກາດ 752 ຄັ້ງ, ເຂົ້າເຖິງຜູ້ຟັງ 882,389 ຄົນ, ນອກຈາກນີ້ ຍັງໄດ້ມອບຄອມພິວເຕີ ແລະ ເຄື່ອງອັດສຽງ ໃຫ້ແກ່ວິທະຍຸທັງ 12 ພາກສ່ວນ ຜ່ານໂຄງການສ້າງຂີດຄວາມສາມາດ ດ້ານການຄຸ້ມຄອງຂໍ້ມູນຂ່າວສານ, ຈັດຕັ້ງໂດຍອົງການຊ່ວຍເຫຼືອລ້າປະຊາຊົນນອກແວ ແລະ ໄດ້ຮັບການສະໜັບສະໜູນໂດຍສະຫະລັດອາເມຣິກາ ລວມມູນຄ່າ 495,429,566 ກີບ.

ສະຫບ ກ​ານໂຄສະນາສກສາ ຄວາມສຽງໄພຈາກລະເບດບທນແຕກ ຜານລາຍການວທະຍ - image 2
 

ກອງປະຊຸມຄັ້ງນີ້ ແມ່ນເນັ້ນໃສ່ການສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດລາຍການວິທະຍຸ “ເສັ້ນທາງສູ່ປອດໄພ” ໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລືບາງວຽກຈຸດສຸມຄື: ການປະເມີນຮູບການ, ພາສາ ແລະ ປະສິດທິພາບຂອງສື່ໂຄສະນາ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍ; ການຜັນຂະຫຍາຍການຈັດລາຍການໄປສູ່ສື່ອອນລາຍ; ການນຳເອົານະໂຍບາຍ ການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍເຂົ້າໃນເນື້ອໃນໂຄສະນາໃຫ້ຫຼາຍຂຶ້ນ; ການສົ່ງບົດລາຍງານຜ່ານລະບົບອອນລາຍ; ການຂະຫຍາຍຄວາມຮ່ວມມືກັບກອງວິທະຍຸຊາວໜຸ່ມ/ກອງທັບ ແລະ ພັດທະນາໂຄງການໂທລະໂຄ່ງບ້ານ-ໂຮງຮຽນໃນໄລຍະຕໍ່ໄປ.

ທັງນີ້ກໍເພື່ອຊຸກຍູ້ວຽກງານໂຄສະນາສຶກສາໄພຈາກລະເບີດບໍ່ທັນແຕກ ຜ່ານສື່ວິທະຍຸ ແລະ ສື່ອອນລາຍ ໃຫ້ມີປະສິດທິພາບສູງຂຶ້ນ ເພື່ອປົກປ້ອງຊີວິດ ແລະ ຄວາມປອດໄພຂອງປະຊາຊົນບັນດາເຜົ່າຈາກໄພອັນຕະລາຍຈາກລະເບີດບໍ່ທັນແຕກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

​ ສະພາບການຜະລິດກະສິກຳຢູ່ ເມືອງໄຊບົວທອງ ໃນປີ 2026 ນີ້ ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນ້ຳຖ້ວມ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ລະບົບຊົນລະປະທານ, ເນື້ອທີ່ນາ, ສັດລ້ຽງ ແລະໜອງປາຂອງປະຊາຊົນ ລວມມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ.
ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 5 ສະໄໝທີ ll

ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 5 ສະໄໝທີ ll

ຄະນະບໍລິຫານງານພັກ ແຂວງໄຊສົມບູນ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 5 ສະໄໝທີ llຂຶ້ນໃນວັນທີ 27 ຕຸລາຜ່ານ​ມາ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີຮອງເລຂາພັກແຂວງ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ທັງ 5 ເມືອງ ຕະຫຼອດຮອດເລຂາຄະນະພັກ-ໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ ແລະ ທົບທວນນະໂຍບາຍປະກັນສັງຄົມ ພ້ອມຊຸກຍູ້ປະຊາຊົນເຂົ້າເຖິງສິດຜົນປະໂຫຍດ

ຄໍາມ່ວນ ເຜີຍແຜ່ ແລະ ທົບທວນນະໂຍບາຍປະກັນສັງຄົມ ພ້ອມຊຸກຍູ້ປະຊາຊົນເຂົ້າເຖິງສິດຜົນປະໂຫຍດ

ວັນທີ 28 ຕຸລານີ້, ໄດ້ຈັດກອງປະຊຸມ ເຜີຍແຜ່ຊຸດຜົນປະໂຫຍດທາງການແພດ ແລະ ທົບທວນຄືນກ່ຽວກັບນະໂຍບາຍຕາມກົດໝາຍ ວ່າດ້ວຍປະກັນສັງຄົມ ສະບັບປັບປຸງ, ໂດຍການເປັນປະທານຂອງທ່ານ ນາງ ມີເພັດ ແກ້ວດວງດີ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຄໍາມ່ວນ, ມີບັນ ດາພະແນກການ, ຂະແໜງການພາກລັດ ແລະ ຫົວໜ່ວຍທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ