![]() |
ສະຫາຍ ພອຍຄໍາ ຮຸ່ງບຸນຍວງກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອພ້ອມກັນທົບທວນຄືນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XlIຂອງພັກ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ Il ຂອງອົງຄະນະພັກ ແຂວງໄຊສົມບູນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງຄັ້ງທີ 2 ສະໄໝທີ llກໍຄືການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ໄລຍະ 9 ເດືອນ ຜ່ານມາ ແລະ ຄົ້ນຄວ້າວາງທິດທາງແຜນການ ປະຈໍາ 3 ເດືອນທ້າຍປີ 2026 ເພື່ອໃຫ້ເຫັນດ້ານຕັ້ງໜ້າຜົນສໍາເລັດ, ບັນຫາຄົງຄ້າງ, ສາເຫດ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ພ້ອມນີ້ ສະຫາຍ ຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າວິເຄາະ, ວິໄຈ ແຕ່ລະຫາບັນຫາ ໃຫ້ເລິກເຊິ່ງ ພ້ອມທັງສຸມໃສ່ປະກອບຄຳຄິດ-ຄຳເຫັນ ເພື່ອພ້ອມກັນຊອກຫາວິທີແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ວາງທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນກວ່າເກົ່າ.
![]() |
ສະຫາຍ ວັນຄໍາເກັ່ງ ຢ່າຊົງກົວ, ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ການນໍາພາ-ຊີ້ນໍາວຽກງານຮອບດ້ານ ປະຈໍາໄຕມາດ lllແລະ ທິດທາງແຜນການ ປະຈໍາໄຕມາດ lVປີ 2026 ຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ. ຕະຫຼອດໄລຍະ 9 ເດືອນຜ່ານມາ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍສຸມໃສ່ລົງພົບປະໂອ້ລົມ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຕ່າງໆ ຂອງພັກ-ລັດຖະບານ, ຂອງແຂວງ ໃຫ້ຄະນະນໍາແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ເມືອງ ແລະ ຕາແສງ ພ້ອມນີ້ ກໍໄດ້ສຸມໃສ່ນໍາພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນກັບການລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງແຂງແຮງ ໃນນີ້ ໄດ້ສຸມໃສ່ລົງຕິດຕາມ, ຊຸກຍູ້ພະນັກງານປະຈໍາຢູ່ 13 ບ້ານ ຈຸດສຸມ, ສຸມໃສ່ຈັດຕັ້ງປະຕິບັດແຜນແກ້ໄຂຄອບຄົວທຸກຍາກໃນທົ່ວແຂວງ ຈໍານວນ 409 ຄອບຄົວ, ບ້ານທຸກຍາກ 4 ບ້ານ, ບ້ານພັດທະນາ 6 ບ້ານ, ເມືອງພົ້ນທຸກ 1 ເມືອງ, ສຸມໃສ່ລົງຕິດຕາມ, ຊຸກຍູ້ພະນັກງານກໍາລັງປະຈໍາຢູ່ບ້ານຈຸດສຸມ ຂອງແຂວງປົກກະຕິ, ສຸມໃສ່ນໍາພາຈັດຕັ້ງປະຕິບັດແຜນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 5 ບ້ານ, 816 ຄອບຄົວ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໄດ້ 4 ບ້ານ, ເອົາໃຈໃສ່ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ພາຍໃນແຂວງ ຊຶ່ງສາມາດມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 17 ເລື່ອງ, ຜູ້ຖືກຫາໄດ້ 47 ຄົນ, ຢຶດຂອງກາງຢາບ້າໄດ້ 807 ເມັດ, ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 1.945 ກວ່າຕື້ກີບ ນອກນີ້ຍັງໄດ້ຕິດຕາມ, ກວດກາ ແລະ ຄຸ້ມຄອງການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ ມາຮອດປັດຈຸບັນໃນທົ່ວແຂວງ ມີມູນຄ່າທັງໝົດ 706,795,265,000 ກີບ ສ່ວນວຽກງານອື່ນໆ ທີ່ປິ່ນອ້ອມ ກໍມີຜົນສຳເລັດຕາມລະດັບຄາດໝາຍ. ຈາກນັ້ນ ພາກສ່ວນຕ່າງໆ ກໍໄດ້ລາຍງານບັນດາໜ້າວຽກຂອງຕົນ ພ້ອມທັງປະກອບຄຳຄິດ-ຄຳເຫັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ. ຊຶ່ງກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ ຈຶ່ງຈະສໍາເລັດ.
ຂ່າວ: ໄຊສົມບູນ


ຄໍາເຫັນ