ພະລັງງານໃໝ່ມີບົດບາດນໍາໜ້າພົ້ນເດັ່ນກວ່າເກົ່າຕໍ່ປະສິດທິຜົນຂອງວິສາຫະກິດອຸດສາຫະກໍາ. 3 ໄຕມາດຕົ້ນປີນີ້, ຜົນກໍາໄລຂອງອຸດສາຫະກໍາເຕັກໂນໂລຊີທັນສະໄໝຂະໜາດໃຫຍ່ຂອງຈີນເພີ່ມຂຶ້ນ 52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ກວມເອົາຫຼາຍກວ່າ 25% ຂອງຜົນກໍາໄລທັງໝົດຈາກວິສາຫະກິດອຸດສາຫະກໍາຂະໜາດໃຫຍ່.
ຂະນະທີ່ອຸດສາຫະກໍາເອເລັກໂຕຣນິກໄດ້ປະກອບສ່ວນຢ່າງພົ້ນເດັ່ນຕໍ່ການເຕີບໂຕຜົນກໍາໄລ, ສັງເກດໄດ້ຈາກຜົນກໍາໄລຂອງອຸດສາຫະກໍາດັ່ງກ່າວໄດ້ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ກາຍເປັນສິ່ງຄໍ້າປະກັນສໍາຄັນເຮັດໃຫ້ຜົນກໍາໄລຂອງວິສາຫະກິດອຸດສາຫະກໍາຂະໜາດໃຫຍ່ຮັກສາຈັງຫວະການເຕີບໂຕອ່າວໄວ.
ຄໍາເຫັນ