BOK ລະບຸວ່າ: ດັດຊະນີຄວາມເຊື່ອໝັ້ນຂອງຜູ້ບໍລິໂພກໂດຍລວມ (CCSI) ຊຶ່ງເປັນຕົວຊີ້ວັດຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຕໍ່ເສດຖະກິດ, ຫຼຸດລົງ 1.2 ຈຸດໃນເດືອນຕຸລາ ເມື່ອທຽບກັບເດືອນກ່ອນໜ້ານີ້, ມາຢູ່ທີ່ 105.4 ຊຶ່ງປີ້ນກັບສູ່ທ່າອ່ຽງທີ່ຫຼຸດລົງຫຼັງຈາກເພີ່ມຂຶ້ນ 2.1 ຈຸດໃນເດືອນກັນຍາ.
ເຖິງແມ່ນວ່າດັດຊະນີຍັງຄົງຢູ່ເໜືອລະດັບ 100 ຊຶ່ງສະທ້ອນໃຫ້ເຫັນເຖິງຜູ້ບໍລິໂພກຈໍານວນຫຼວງຫຼາຍທີ່ມີທັດສະນະໃນທາງບວກຕໍ່ເສດຖະກິດຫຼາຍກວ່າຜູ້ທີ່ມີທັດສະນະທາງລົບ, ແຕ່ຄວາມເຄັ່ງຕຶງທາງພູມິສາດການເມືອງທີ່ຍືດເຍື້ອ ແລະ ຄວາມຜັນຜວນໃນຕະຫຼາດຫຼັກຊັບ ສ ເກົາຫຼີ ໄດ້ທຳລາຍຄວາມໝັ້ນໃຈຂອງຜູ້ບໍລິໂພກ.
ຜົນການສຳຫຼວດ ທີ່ດຳເນີນລະຫວ່າງວັນທີ 13-20 ຕຸລາ ຜ່ານມາ, ແມ່ນອີງໃສ່ຄວາມຄິດເຫັນຂອງຄົວເຮືອນທົ່ວປະເທດຈຳນວນ 2,000 ກວ່າຄົວເຮືອນ.
ສຳລັບດັດຊະນີຊີ້ວັດທ່າອ່ຽງລາຍໄດ້ຂອງຄົວເຮືອນຫຼຸດລົງ 1 ຈຸດມາຢູ່ທີ່ 101, ໂດຍປະເຊີນກັບແຮງກົດດັນຈາກການແກ້ໄຂຂອງຕະຫຼາດຫຼັກຊັບ ແລະ ອັດຕາດອກເບ້ຍທີ່ເພີ່ມຂຶ້ນ.
ໃນຂະນະດຽວກັນ, ດັດຊະນີຊີ້ວັດທ່າອ່ຽງເສດຖະກິດພາຍໃນປະເທດຫຼຸດລົງ 2 ຈຸດມາຢູ່ທີ່ 88, ເນື່ອງຈາກຄວາມຜັນຜວນຂອງຕະຫຼາດຫຼັກຊັບ ແລະ ຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນຈາກຂໍ້ຂັດແຍ່ງໃນຕາເວັນອອກກາງໄດ້ບົດບັງປັດໄຈໃນທາງບວກຈາກການສົ່ງອອກທີ່ເຂັ້ມແຂງ.
ທັງນີ້, BOK ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍຢ່າງຕໍ່ເນື່ອງໃນເດືອນກໍລະກົດ ແລະ ສິງຫາ ຜ່ານມາ, ເຮັດອັດຕາດອກເບ້ຍເພີ່ມຂຶ້ນເປັນ 3.00%.
ສຳລັບການຄາດຄະເນອັດຕາເງິນເຟີ້ ຊຶ່ງເປັນຕົວຊີ້ວັດທັດສະນະຂອງຜູ້ບໍລິໂພກກ່ຽວກັບອັດຕາທົ່ວໄປໃນໄລຍະ 12 ເດືອນຂ້າງໜ້າ ຢູ່ທີ່ 2.7% ໃນເດືອນຕຸລາ, ຍັງຄົງບໍ່ປ່ຽນແປງຈາກເດືອນກັນຍາ.
ຄໍາເຫັນ