ເຈົ້າໜ້າທີ່ຈາກສະຫະພັນວິສາຫະກິດໄຟຟ້າຈີນໃຫ້ຮູ້ວ່າ: ເລື່ອງນີ້ໝາຍຄວາມວ່າຖານະຄວາມເປັນຫຼັກຂອງພະລັງງານໃໝ່ໃນໂຄງປະກອບກຳລັງຕິດຕັ້ງໄຟຟ້າຂອງຈີນໄດ້ຮັບການປັບປຸງຕື່ມອີກ. ພ້ອມດຽວກັນນີ້, ການສ້າງລະບົບໄຟຟ້າຮູບແບບໃໝ່ທີ່ຖືເອົາພະລັງງານໃໝ່ເປັນຫຼັກ ໄດ້ຮັບຄວາມຄືບໜ້າສໍາຄັນຕາມໄລຍະ. ໃນອະນາຄົດ, ພະລັງງານ ໃໝ່ຈະບັນລຸການຍົກລະດັບດ້ານຄຸນນະພາບບົນພື້ນຖານການຂະຫຍາຍຕົວດ້ານປະລິມານ ແລະ ຈະກາຍເປັນສິ່ງທີ່ປອດໄພ ແລະ ໜ້າເຊື່ອຖືແທນພະລັງງານແບບດັ້ງເດີມເທື່ອລະກ້າວ ເພື່ອສະໜອງສິ່ງຄໍ້າປະກັນທີ່ໜັກແໜ້ນໃຫ້ແກ່ການລະບາຍກາກບອນເຖິງລະດັບສູງສຸດກ່ອນປີ 2030 ແລະ ບັນລຸຄວາມເປັນກາງທາງກາກບອນກ່ອນປີ 2060.
ຄໍາເຫັນ