ຂໍ້ສະເໜີນີ້ຈະຊ່ວຍໃຫ້ສາມາດເກັບຮັກສານ້ຳມັນດິບຂອງ ຊາອຸດິດ ອາຣັບບີ ໃນສະຖານທີ່ເກັບຮັກສາໃຕ້ດິນເທິງເກາະຈຸຣົງ, ເພື່ອຊ່ວຍໃຫ້ສິງກະໂປສາມາດຕອບສະໜອງຄວາມຕ້ອງການດ້ານພະລັງງານໄດ້ໃນໄລຍະການຢຸດສະງັກຂອງການສະໜອງ, ພ້ອມທັງເສີມຂະຫຍາຍຄວາມໝັ້ນຄົງ, ຄວາມຍືດຍຸ່ນດ້ານພະລັງງານຂອງປະເທດ ແລະ ປັບປຸງຄວາມຍືດຍຸ່ນຂອງລະບົບຕ່ອງໂສ້ການສະໜອງນ້ຳມັນດິບຂອງຊາອຸດິດ ອາຣັບບີ ໃນອາຊີຕາເວັນອອກສ່ຽງໃຕ້.
ໜຶ່ງໃນສາມຄົວເຮືອນ ຂອງອົສຕຣາລີປະເຊີນກັບຄວາມບໍ່ໝັ້ນຄົງດ້ານອາຫານ
ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ບົດລາຍງານໃໝ່ຈາກ Foodbank Australia ຊຶ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານຂອງອົສຕຣາລີ ເປີດເຜີຍວ່າ, ປະມານໜຶ່ງສ່ວນສາມ ຫຼື 33% ຂອງຄົວເຮືອນອົສຕຣາລີປະສົບກັບຄວາມບໍ່ໝັ້ນຄົງດ້ານອາຫານໃນ 12 ເດືອນຜ່ານມາ ຊຶ່ງເພີ່ມຂຶ້ນຈາກ 32.5% ໃນປີ 2024 ແລະ 32.8% ໃນປີ 2025. ໂດຍຄອບຄົວທີ່ມີລູກແມ່ນກຸ່ມທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ.
ຄໍາເຫັນ