![]() |
ພະອາຈານໃຫຍ່ ມະຫາເຫວດ ມະເສໄນ ກ່າວວ່າ: ພະທາດຫຼວງວຽງຈັນ ເປັນປູຊະນີຍະສະຖານອັນສັກສິດ ແລະ ເປັນສູນລວມຈິດໃຈຂອງຊາວລາວ, ໂດຍສະເພາະພຸດທະສາສະນິກະຊົນ.
![]() |
ການທີ່ພະສົງຈາກຫຼາຍປະເທດ ແລະ ຕ່າງນິກາຍມາຮ່ວມພິທີສູດມົນໃນຄັ້ງນີ້ ສະແດງເຖິງຄຸນຄ່າຂອງພະທຳຄຳສອນ ແລະ ພະ ລັງແຫ່ງສັດທາ ທີ່ສາມາດເຊື່ອມສານຈິດໃຈຜູ້ຄົນໃຫ້ເປັນໜຶ່ງດຽວກັນ, ທ່ານຍັງໄດ້ເນັ້ນເຖິງຄວາມສຳຄັນຂອງການນຳຫຼັກທຳມາປະຕິບັດໃນຊີວິດປະຈຳວັນ ເພື່ອສ້າງຄວາມສະຫງົບສຸກໃຫ້ຕົນເອງ, ຄອບຄົວ ແລະ ສັງຄົມ, ກິດຈະກຳດັ່ງກ່າວ ເປັນສ່ວນໜຶ່ງຂອງການກະກຽມຕ້ອນຮັບກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ທີ່ກຳນົດຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
![]() |
ໃນພິທີຍັງເປີດໂອກາດໃຫ້ພຸດທະສາສະນິ ກະຊົນໄດ້ສຳຜັດກັບຄວາມງົດງາມຂອງຮູບແບບການສູດມົນ ຕາມສາຍທຳມະເນຍຂອງພຸດທະສາສະໜາທັງ 3 ນິກາຍ ຄື: ເຖຣະວາດ, ມະຫາຍານ ແລະ ວັດຊະຣະຍານ. ເຖິງແມ່ນຈະມີຮູບແບບພິທີກຳແຕກຕ່າງກັນ ແຕ່ລ້ວນມີຈຸດມຸ້ງໝາຍຮ່ວມກັນໃນການສືບທອດຄຳສອນຂອງພະພຸດທະເຈົ້າ ແລະ ສົ່ງເສີມຄວາມເມດຕາ, ຄວາມສາມັກຄີ ແລະ ການຢູ່ຮ່ວມກັນຢ່າງສັນຕິ.
![]() |
ການຮ່ວມສູດມົນ ແລະ ອະທິຖານເພື່ອສັນຕິພາບໃນຄັ້ງນີ້ ຈຶ່ງສະ ທ້ອນເຖິງຄວາມຫວັງຮ່ວມກັນຂອງມວນມະນຸດ ໃນການຫຼຸດຜ່ອນຄວາມຂັດແຍ້ງ, ຢຸດຕິສົງຄາມ, ແກ້ໄຂບັນຫາຄວາມທຸກຍາກ ແລະ ຮ່ວມກັນຮັບມືກັບໄພພິບັດຕ່າງໆ. ພ້ອມນີ້, ຍັງເປັນການສົ່ງຕໍ່ຄຸນຄ່າຂອງຄວາມເມດຕາ, ການບໍ່ບຽດບຽນ ແລະ ການໃຫ້ອະໄພ ເພື່ອເປັນຮາກຖານສຳຄັນໃນການສ້າງສັນຕິພາບທີ່ຍືນຍົງໃຫ້ສັງຄົມ ແລະ ໂລກ.
![]() |
ໃນຕອນທ້າຍ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນປະກອບພິທີສູດມົນ ແລະ ວຽນທຽນບູຊາພະທາດຫຼວງ ດ້ວຍຈິດໃຈສັດທາ ແລະ ຕັ້ງຈິດອະທິຖານຂໍພອນໃຫ້ປະຊາຊົນທຸກຊາດ ທຸກພາສາມີຄວາມຜາສຸກ, ປອງດອງສາມັກຄີ ແລະ ສາມາດຢູ່ຮ່ວມກັນດ້ວຍຄວາມຮັກ, ຄວາມເມດຕາ ແລະ ສັນຕິສຸກຢ່າງຍືນຍົງ.
![]() |
ຂ່າວ-ພາບ: ບຸນອູ້ມ






ຄໍາເຫັນ