![]() |
ກິດຈະກໍາພາຍໃນວັດ ປະກອບມີ: ຟັງເທດ, ວຽນທຽນ, ຊົມການສະແດງ ສິລະປະ-ວັນນະຄະດີ, ເປົ່າແຄນ ແລະ ກິດຈະກໍາອື່ນໆ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມປະທັບໃຈ ຕໍ່ວັດທະນະທໍາຂອງລາວເປັນຢ່າງດີ.
![]() |
ນອກນັ້ນ, ຍັງມີສະຖານທີ່ວາງສະແດງວິຖີຊີວິດຂອງແມ່ຍິງລາວ ຄື: ກີ່ຕໍ່າຫູກ, ຫຼາເຂັນຝ້າຍ ແລະ ເຄື່ອງມືການຜະລິດ ທີ່ສະແດງເຖິງສີໄມ້ລາຍມື ກໍຄືຫັດຖະກໍາຕໍ່າຜ້າແພ, ສິ້ນ, ເຄື່ອງປະດັບເອ້ຢ້ອງຂອງຄົນລາວດັ້ງເດີມຈົນເຖິງ ຍຸກປັດຈຸບັນ.
![]() |
ພາຍຫຼັງຊົມການສະແດງແລ້ວ ຄະນະນໍາຍັງໄດ້ແຫ່ຂະບວນໄປທີ່ແຄມຂອງເພື່ອຈຸດບັ້ງພຸ ບັ້ງໄຟບູຊາ ແລະ ໄຫຼເຮືອໄຟຢູ່ຈຸດຜາມໄຊແຄມຂອງອີກດ້ວຍ.
![]() |
(ຂ່າວ: ແສງຈັນ)




ຄໍາເຫັນ