ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ

ບຸນອອກພັນສາປະວໍຣະນາປີນີ້ຄຶກຄື້ນ! ພຸດທະສາສະນິກະຊົນຮ່ວມໃຈ ສືບສານປະເພນີ
ບັນຍາກາດການສະຫຼອງງານບຸນອອກພັນສາປະວໍຣະນາ ປະຈຳປີ 2026 ນີ້ ທີ່ນະຄອນຫຼວງວຽງຈັນ ຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຳຄັນທາງດ້ານຈິດໃຈຂອງພຸດທະສາສະນິກະຊົນລາວ ແລະ ສາກົນ ທີ່ໄດ້ພ້ອມກັນປະພຶດ ປະຕິບັດຕາມຫຼັກທຳຄຳສອນທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ. ພະອາຈານພວງປະເສີດ ພູມມາວົງ ຮອງປະທານ, ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ ໄດ້ໃຫ້ສໍາພາດຕໍ່ທີມຂ່າວ ທີ່ວັດອົງຕື້ວໍຣະມະຫະວິຫານ ວ່າ: ຄວາມໝາຍ ແລະ ຄວາມສຳຄັນຂອງວັນບຸນອອກພັນສາ ປະວໍຣະນາ (ວັນອອກພັນສາ) ຫຼື ວັນມະຫາປະວໍຣະນາ ຖືເປັນວັນສິ້ນສຸດການຈໍາພັນສາ, ຕະຫຼອດໄລຍະເວລາ 3 ເດືອນຂອງພະສົງ-ສາມະເນນ ຕາມພະວິນໂຍບັນຍັດ.

ໃນໄລຍະດັ່ງກ່າວ, ພະສົງໄດ້ພ້ອມກັນປະຕິບັດກິດຈະວັດ ແລະ ຜ່ານການກວດກາສອບສວນປາລະນາຕົນເອງ ເພື່ອຄວາມບໍລິສຸດຜຸດຜ່ອງ, ສ້າງຄວາມສາມັກຄີປອງດອງ ແລະ ຄວາມອົບອຸ່ນພາຍໃນຄະນະສົງ ກ່ອນທີ່ຈະເດີນທາງໄປສູ່ວັດວາອາຮາມຕ່າງໆ. ກິດຈະກຳ ແລະ ຄວາມໂດດເດັ່ນໃນປີນີ້ ງານບຸນປະເພນີທ້ອງຖິ່ນປະຊາຊົນບັນດາເຜົ່າທົ່ວປະເທດ ໄດ້ພ້ອມກັນຕັ້ງໜ້າເຮັດບຸນໃສ່ບາດ, ຖວາຍທານ ແລະ ເຮັດກິດຈະກຳວັດທະນະທຳປະເພນີອັນເປັນມູນມໍຣະດົກຂອງຊາດ, ງານບຸນຊ່ວງເຮືອ ເປັນອີກໜຶ່ງກິດຈະກຳວັດທະນະທຳທີ່ສະແດງເຖິງຄວາມສາມັກຄີຂອງຊຸມຊົນ ໂດຍສະເພາະຢູ່ທີ່ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ນະຄອນປາກເຊ. ກິດຈະກຳໄຕ້ໂຄມ ແລະ ປະດັບດວງດອກຈຳປາ ປີນີ້ມີຄວາມພິເສດເນື່ອງຈາກມີການຈັດກິດຈະກຳໄຕ້ໂຄມໄຟ ແລະ ຖວາຍດອກຈຳປາ (ຈຳນວນ 4,000 ດອກຕະ ຫຼອດ 3 ຄືນ) ທີ່ວັດອົງຕື້ວໍຣະມະຫາວິຫານ ເພື່ອເປັນສັນຍາລັກແຫ່ງຄວາມສະຫວ່າງ ແລະ ສັນຕິພາບ.

ສ່ວນການກະກຽມຕ້ອນຮັບກອງປະຊຸມພຸດທະສາສະໜາເພື່ອສັນຕິພາບ ລະດັບສາກົນປີນີ້ຍິ່ງໃຫຍ່ເປັນພິ ເສດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ໂດຍລັດຖະບານລາວ ແລະ ອົງການພຸດທະສາສະໜາສຳພັນ ໄດ້ເຫັນດີຮ່ວມກັບຄະນະຕ່າງປະເທດ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຂຶ້ນໃນວັນທີ 28 ຕຸລາ ທີ່ຫໍປະຊຸມແຫ່ງຊາດ, ໂດຍມີຜູ້ຕາງໜ້າຈາກ 30 ກວ່າປະເທດ (ປະມານ 450 ທ່ານ) ເຂົ້າຮ່ວມເພື່ອສົ່ງເສີມສັນຕິພາບ ແລະ ມິດຕະພາບຮ່ວມກັນ. ການສະໜັບສະໜູນຈາກພາກສ່ວນທຸລະກິດ ແລະ ສັງຄົມ ຜົນສຳເລັດຂອງງານບຸນ ແລະ ກິດຈະກຳຕ່າງໆໃນປີນີ້ ໄດ້ຮັບການສະໜັບສະໜູນ ແລະ ຮ່ວມແຮງຮ່ວມໃຈຈາກຫຼາຍພາກສ່ວນທຸລະກິດ ແລະ ນິຕິບຸກຄົນ ເຊັ່ນ: ທະນາຄານເອັສທີ ແບງກ໌ (ST Bank), ທະນາຄານ ແອວດີບີ (LDB Bank), ທະນາຄານພັດທະນາລາວ, ບໍລິສັດອະສັງຫາລິມະຊັບ ແລະ ບໍລິສັດໂຕໂຍຕ້າທົ່ງຂັນຄຳ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ສັດທາຂອງປວງຊົນທຸກທົ່ວໜ້າ. ໂອກາດດັ່ງກ່າວ ພະອາຈານພວງປະເສີດ ພູມມາວົງ ຍັງໄດ້ອວຍພອນໃຫ້ພຸດທະສາສະນິກະຊົນທຸກໆທ່ານ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນ ແລະ ຮ່ວມກັນສືບສານວັດທະນະທຳອັນດີງາມຂອງຊາດລາວໄວ້ຕະຫຼອດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີເອດທີ ກຼຸບ ມອບ 2.5 ຕື້ກີບ ຊ່ວຍແຂວງຄໍາມ່ວນ ສ້າງຫ້ອງການຕາແສງ

ບໍລິສັດ ພີພີ ເອດທີ ກຼຸບ (PPST Group) ໄດ້ມອບເງິນ 2.5 ຕື້ກີບ ໃຫ້ແຂວງຄໍາມ່ວນເພື່ອປະກອບສ່ວນກໍ່ສ້າງຫ້ອງການຕາແສງ ແນໃສ່ສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບການບໍລິການປະຊາຊົນຢູ່ຂັ້ນຮາກຖານ.
ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ກະໂທງ ໄດ້ຮັບຄວາມສົນໃຈຫຼາຍ ໃນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທ່າວັດຈັນ

ມວນຊົນຈໍານວນຫຼາຍໄດ້ພ້ອມໃຈ ກັນຫຼັ່ງໄຫຼເຂົ້າຮ່ວມປະເພນີການໄຫຼເຮືອໄຟ (ລອຍກະໂທງ) ໃນງານບຸນ ອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ໃນຄໍ່າຄືນຂອງວັນທີ 26 ຕຸລາຜ່ານມາ ຊຶ່ງເປັນຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ຈັດຂຶ້ນໃນມື້ເພັງ 15 ຄໍ່າ (ວັນສິນໃຫຍ່) ເພື່ອເປັນການສະແດງຄວາມເຄົາລົບ ແລະ ຂໍຂະມາຕໍ່ພະແມ່ ຄົງຄາ ​ຕາມຄວາມເຊື່ອທາງພຸດທະສາສະໜາ.
ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ຮອງປະທານປະເທດ ຕິດຕາມໂຄງການ​ພັດ​ທະ​ນາຢູ່ຄຳມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຕິດຕາມຄວາມຄືບໜ້າບັນດາໂຄງການສຳຄັນຢູ່ແຂວງຄຳມ່ວນ ເພື່ອຕິດຕາມຜົນການດຳເນີນງານ ແລະ ເລັ່ງແກ້ໄຂບັນດາບັນຫາຄົງຄ້າງ, ໃນ​ວັນ​ທີ 25 ຕຸ​ລາ​ຜ່ານ​ມາ, ໃຫ້ການຕ້ອນຮັບ ແລະ ຮ່ວມຕິດຕາມ ໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ.
ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈອາສາສະໝັກຊາວໜຸ່ມຕະລຸມບອນໃນງານບຸນຊ່ວງເຮືອ ທີ່ນະຄອນປາກເຊ

ໃນວັນທີ 25 ຕຸລາ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຢ້ຽມຢາມໃຫ້ກຳລັງໃຈ ແລະ ມອບເຄື່ອງມືຮັບໃຊ້ການປະຕິບັດງານໃຫ້ອາສາສະໝັກຊາວໜຸ່ມ “ຕະລຸມບອນ” ທີ່ຮ່ວມປະຕິບັດໜ້າທີ່ໃນງານບຸນ ອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ປີ 2026 ແຂວງຈຳປາສັກ.
ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ເພີ່ມເຕີມ