![]() |
ແມ່ ພັນ ໄຊສະຫວັດ ແມ່ຄ້າຂາຍເຂົ້າຫຼາມໃນງານບຸນ ປະຊາຊົນບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນໃນວັນທີ 25 ຕຸລາຜ່ານມາ ທີ່ທ່າວັດຈັນ ວ່າ: ປີນີ້ເຂົ້າຫຼາມໄດ້ຂາຍດີ ເຖິງວ່າຕົ້ນທຶນຈະເພີ່ມຂຶ້ນ ບັນຍາກາດການຄ້າຂາຍໃນງານບຸນຊ່ວງເຮືອທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ປີນີ້ເຕັມໄປດ້ວຍຄວາມເບີກ ບານມ່ວນຊື່ນ ມີທັງຜູ້ຂາຍ ແລະ ຜູ້ຊື້, ບັນດາຮ້ານຄ້າຕ່າງໆໄດ້ມີການວາງຂາຍອາຫານພື້ນເມືອງຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນ "ເຂົ້າຫຼາມ" ອາຫານພື້ນເມືອງຍອດນິຍົມທີ່ໄດ້ຮັບຄວາມສົນໃຈທັງພາຍໃນ ນວ ກໍຄືຕ່າງແຂວງ.
ແມ່ ພັນ ໄຊສະຫວັດ ໄດ້ເລົ່າໃຫ້ຟັງວ່າ: ແຕ່ລະປີ ພໍຮອດວັນບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອທ່າວັດຈັນ ກໍໄດ້ມີການຫ້າງຫາກະກຽມເຄື່ອງພື້ນບ້ານມາຂາຍ ໂດຍສະເພາະແມ່ນເຂົ້າໃໝ່, ເຜືອກ, ມັນ, ໝາກພ້າວ ເພື່ອປະສົມເຂົ້າກັນ ແລ້ວເຜົາໃຫ້ກາຍເປັນເຂົ້າຫຼາມ ຊຶ່ງໄດ້ເອົາມາວາງຂາຍຢູ່ໃນງານບຸນຊ່ວງເຮືອເປັນປະຈຳທຸກໆປີຢ່າງຕໍ່ເນື່ອງ, ໂດຍມີຫຼາຍຂະໜາດ, ຫຼາຍລາຄາ ເພື່ອໃຫ້ລູກຄ້າສາມາດເລືອກຊື້ໄດ້ຕາມຄວາມຕ້ອງການ, ລາຄາຂາຍມີຕັ້ງແຕ່ 20,000 ຫາ 50,000 ກີບຕໍ່ບັ້ງ ຊຶ່ງມີປະຊາຊົນໃຫ້ຄວາມສົນໃຈນິຍົມຊົມຊອບກິນເປັນຈຳນວນຫຼາຍ. ສາມາດສ້າງລາຍຮັບປະມານ 20 ຫາ 30 ລ້ານກີບໃນຕໍ່ລະປີ.
ຄວາມນິຍົມດ້ວຍຄຸນນະພາບ ແລະ ຄວາມອ່ອນນຸ້ມຂອງເຂົ້າຫຼາມ, ເຮັດໃຫ້ມີລູກຄ້າປະຈຳ ແລະ ລູກຄ້າບໍ່ປະຈໍາ ທຽວແວ່ວຽນ-ແວ່ຊື້ອຸດໜູນຢ່າງບໍ່ຂາດສາຍ ຈົນບາງມື້ສິນຄ້າຂາຍໝົດກ່ອນເວລາ, ສະຖານທີ່ຂາຍເຂົ້າຫຼາມແຊບ ຕັ້ງຢູ່ເສັ້ນທາງລົງແຄມຂອງ ຊ້າຍສວຍກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ງານບຸນຊ່ວງເຮືອທ່າວັດຈັນປີນີ້ ຈຶ່ງບໍ່ພຽງແຕ່ເປັນງານປະເພນີອັນຍິ່ງໃຫຍ່ທາງວັດທະນະທຳເທົ່ານັ້ນ, ແຕ່ຍັງເປັນໂອກາດອັນດີໃຫ້ປວງຊົນ ແລະ ຜູ້ປະກອບການ ສາມາດສ້າງລາຍຮັບ ແລະ ພັດທະນາເສດຖະກິດຄອບຄົວໄດ້ເປັນຢ່າງດີ.

ຄໍາເຫັນ