![]() |
ໂອກາດດັ່ງກ່າວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ກ່າວວ່າ: ມື້ນີ້, ຖືວ່າເປັນໂອກາດອັນດີ ທີ່ຂ້າພະເຈົ້າໄດ້ມີໂອກາດມາຮ່ວມພິທີໃສ່ບາດ ໃນງານບຸນອອກພັນສາປະວໍຣະນາ ຢູ່ທີ່ວັດອົງຕື້ແຫ່ງນີ້. ບັນຍາກາດໃນມື້ນີ້ມີຄວາມຟົດຟື້ນຫຼາຍ ໂດຍສະເພາະການນຳພາຂອງນະຄອນຫຼວງວຽນຈັນ ທີ່ໄດ້ແບ່ງປັນກັນໄປຮ່ວມເຮັດບຸນຕັກບາດຢູ່ຫຼາຍວັດໃນຂອບເຂດ 9 ຕົວເມືອງ, ທ່ານຍັງໄດ້ເນັ້ນໜັກວ່າ: ງານບຸນປະເພນີປີນີ້ ບໍ່ພຽງແຕ່ເປັນການສ້າງບຸນກຸສົນເທົ່ານັ້ນ, ແຕ່ຍັງເປັນການສະແດງອອກເຖິງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ການອະນຸລັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວເຮົາ.
![]() |
ນອກຈາກນີ້, ທີ່ເມືອງຈັນທະບູລີ ກໍມີກິດຈະກຳວຽນທຽນ, ໄຕ້ໂຄມໄຟ, ຈຸດບັ້ງພຸ, ບັ້ງໄຟບູຊາ, ໄຫຼເຮືອໄຟຢູ່ຈຸດຜາມໄຊແຄມຂອງຢ່າງເປັນທາງການ ຊຶ່ງຈະມີການເຂົ້າຮ່ວມຂອງພະເຖຣານຸຖະຣະ, ພໍ່, ແມ່, ປະຊາຊົນ, ຍາດໂຍມ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງຄັບຄາໜາແໜ້ນ ແລະ ການກະກຽມງານຊ່ວງເຮືອປະ ເພນີ ທ່າວັດຈັນ ຊຶ່ງສ້າງຄວາມເບີກບານມ່ວນຊື່ນໃຫ້ທຸກຄອບຄົວ.
![]() |
ໃນຕອນທ້າຍ, ທ່ານໄດ້ເຊີນຊວນພໍ່, ແມ່, ປະຊາຊົນທຸກທົ່ວໜ້າ ຈົ່ງສືບຕໍ່ເຂົ້າຮ່ວມກິດຈະກຳວັດທະນະທຳ ແລະ ສ້າງບຸນກຸສົນຮ່ວມກັນ ດ້ວຍຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍ.
(ຂ່າວ: ແສງຈັນ)



ຄໍາເຫັນ