ກອງປະຊຸມຄັ້ງນີ້, ໄດ້ທົບທວນ ແລະ ສັງລວມຄືນ ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນປະຈໍາໄຕມາດ III ປີ 2026, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ແລະ ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 3 ເດືອນຜ່ານມາ ຊຶ່ງມີຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໄດ້ສຸມໃສ່ການເຜີຍແຜ່, ເຊື່ອມຊຶມມະຕິ, ຄຳສັ່ງຂອງພັກ ແລະ ແນວທາງນະໂຍບາຍຕ່າງໆ ໃຫ້ຊັ້ນຄົນ, ສາສະນິກະຊົນ ແລະ ອົງການພາຄີຢ່າງກວ້າງຂວາງ. ການສ້າງຄວາມສາມັກຄີປອງດອງ ອົງການພາຄີໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນໃນການພັດທະນາເສດຖະກິດ-ສັງຄົມ. ການຕິດຕາມກວດກາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮ່ວມມືກັບພາກ ສ່ວນຕ່າງໆ ໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການຜັນຂະຫຍາຍ 2 ວາລະແຫ່ງຊາດ. ສຳລັບທິດທາງ ແລະ ວຽກງານຈຸດສຸມໄຕມາດ IV ປີ 2026 ເພື່ອສືບຕໍ່ຜັນຂະຫຍາຍບັນດາມະຕິຕ່າງໆ ຕິດພັນກັບມະຕິກອງປະຊຸມຄັ້ງທີ XII ຂອງພັກ, ມະ ຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ແລະ ມະຕິກອງປະຊຸມໃຫຍ່ຂອງບັນດາອົງການຈັດຕັ້ງມະຫາຊົນ, ກອງປະຊຸມໄດ້ຮ່ວມກັນກຳນົດທິດທາງຈຸດສຸມສຳລັບ 3 ເດືອນຕໍ່ໜ້າ (ໄຕມາດ IV), ສືບຕໍ່ລົງເລິກໃກ້ຊິດຕິດແທດກັບປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ, ຫັນປ່ຽນຢ່າງແຂງແຮງໃນການເຄື່ອນໄຫວວຽກງານຕ່າງໆ, ຊຸກຍູ້ໃຫ້ອົງການພາຄີແຕ່ລະຂັ້ນ ປັບປຸງກົນໄກການປະສານງານໃຫ້ມີຄວາມຄ່ອງຕົວ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ. ພ້ອມກັນນັ້ນ, ກອງປະຊຸມ ໄດ້ມີການສະເໜີປັບປຸງຮ່າງມະຕິຮ່ວມຂອງ 5 ອົງການ, ສະເໜີຄົ້ນຄວ້າຮ່າງແຜນຜັນຂະຫຍາຍມະຕິ 4 ຮ່ວມຄື: 1) ຮ່ວມກັນສຶກສາອົບຮົມຂົນຂວາຍໃຫ້ປະຊາຊົນໄປຕາມທິດດຽວກັນ, 2) ຮ່ວມກັນຕິດຕາມກວດກາ, ສ່ອງແສງ ແລະ ໃຫ້ຄໍາປຶກສາຕາມລັດຖະທໍາມະນູນ, ກົດໝາຍ ແລະ ຂໍ້ກຳນົດ 01/ຄລສພ, 3) ສ້າງການຫັນປ່ຽນແກ້ໄຂຄວາມທຸກຍາກ ແລະ ສ້າງລາຍຮັບຮ່ວມກັນ, 4) ລົງເຄື່ອນໄຫວຮ່ວມກັນຂອງ 5 ອົງການ.
ໃນຕອນທ້າຍ, ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ຕີລາຄາລວມຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ ໄດ້ເນັ້ນໜັກໃຫ້ບັນດາອົງການພາຄີ ຈົ່ງເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງຕາມພາລະບົດບາດຂອງຕົນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ ຈັດຕັ້ງປະຕິບັດຕາມເນື້ອໃນ 4 ຮ່ວມຂອງ 5 ອົງການ, ເອົາໃຈໃສ່ດ້ານການເມືອງ-ແນວຄິດໃຫ້ໜັກແໜ້ນກວ່າເກົ່າ, ເຂົ້າຮ່ວມຕັ້ງໜ້າຂະບວນການລວມຕ່າງໆ ໂດຍສະເພາະ ເຂົ້າຮ່ວມປະຕິບັດວາລະແຫ່ງຊາດ, ຮ່ວມກັນເຮັດໜ້າທີ່ສໍາຄັນໃນການເກັບກຳຫາງສຽງຂອງສັງຄົມ ເພື່ອລາຍງານຕໍ່ສະພາແຫ່ງຊາດ. ພ້ອມກັນນັ້ນ, ຫັນເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນເປັນຮູບປະທຳຢ່າງແທ້ຈິງ.
(ຂ່າວ-ພາບ: ສຸກສຳລານ + ວັນນາ)
ຄໍາເຫັນ