![]() |
ໃນວຽກງານປ້ອງກັນຄວາມສະຫງົບປອດໄພ ເຖິງແມ່ນວ່າພາກວ່າສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງ ເພື່ອໃຫ້ມີຄວາມສະຫງົບປອດໄພ 100% ຊຶ່ງກຳນົດຈຸດປ້ອງກັນ 18 ຈຸດ. ມີກຳລັງປ້ອງກັນທັງໝົດມີ 1,002 ຄົນ. ໃນນີ້, ກໍາລັງຊາວໜຸ່ມ 289 ຄົນ ລວມມີກຳລັງ ປກສ-ປກຊ ນະຄອນຫຼວງ, ປກສ-ກປຊ ເມືອງຈັນທະບູລີ, ກຳລັງ ປກສ ບ້ານ 30 ບ້ານ ແລະ ກຳລັງຊາວໜຸ່ມຂອງເມືອງ ເພື່ອເຂົ້າຮ່ວມໃນການປະຕິບັດໜ້າທີ່ກວດກາ, ປ້ອງກັນເວນຍາມຕາມທາງຮ່ອມທາງຊອຍ ແລະ ຕາມຈຸດຕ່າງໆ ທີ່ໄດ້ກຳນົດໄວ້ ແຕ່ຜູ້ໄປທ່ຽວກໍຕ້ອງມີສະຕິຊ່ວຍເຈົ້າໜ້າທີ່ໃນການຮັກສາຊັບສິນເງິນ-ຄໍາຂອງທ່ານໃຫ້ດີ ເພື່ອບໍ່ໃຫ້ເປັນເປົ້າໝາຍສາຍຕາຂອງກຸ່ມຄົນບໍ່ດີ ເກີດເຫດການແຫກກະເປົາ, ປາດກະເປົາຂອງທ່ານ. ສິ່ງສໍາຄັນ ຖ້າຫາກທ່ານພາລູກ-ຫຼານໄປທ່ຽວກໍຄວນເບິ່ງແຍງລູກ-ຫຼານຂອງຕົນໃຫ້ດີ ເພື່ອບໍ່ໃຫ້ເກີດຫຼົງກັນ ດີແທ້ໃຫ້ຂຽນຊື່, ເບີໂທ, ທີ່ຢູ່ ຂອງພໍ່ແມ່ຕິດໄວ້ຖົງໂສ້ງ, ຖົງເສື້ອລູກ-ຫຼານໄວ້ຍິ່ງເປັນການດີ. ແນວໃດກໍຕາມ ຖ້າຫາກມີການພັດຫຼົງກັນໃຫ້ແຈ້ງຫາພາກສ່ວນກ່ຽວຂ້ອງ ຫຼື ຄະນະຮັບຜິດຊອບວຽກງານປະຊາສໍາພັນ ເພື່ອໃຫ້ປະກາດແຈ້ງທາງໂທລະໂຄ່ງໃຫ້ຜູ້ພັດຫຼົງໄດ້ຮັບຊາບ. ໃນງານບຸນປີນີ້ມີໂທລະໂຄ່ງເຖິງ 15 ຈຸດ ໃຫ້ບໍລິຫານຢ່າງທົ່ວເຖິງພາຍໃນງານບຸນ.
ຢ່າງໃດກໍຕາມ ຂໍໃຫ້ຜູ້ໄປທ່ຽວງານບຸນ ຈົ່ງມີສະຕິຕໍ່ປະກົດການຫຍໍ້ທໍ້ຕ່າງໆ, ທ່ຽວຢ່າງເບີກບານມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ, ປອດໄພ ພ້ອມໃຫ້ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວຕໍ່ສາຍຕາຜູ້ພົບເຫັນ ໄດ້ໄປແລ້ວປີໜ້າຢາກໄປທ່ຽວອີກ.

ຄໍາເຫັນ