ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ສຳລັບກິດຈະກຳສຳຄັນໃນມື້ນີ້, ມີການແຂ່ງຂັນເຮືອຊ່ວງມິດຕະພາບລາວ-ໄທ ລະຫວ່າງແຂວງຄຳມ່ວນ ແລະ ແຂວງນະຄອນພະນົມ, ພ້ອມການໄຫຼເຮືອໄຟປະຍຸກຂະໜາດໃຫຍ່ 13 ລໍາ, ກະໂທງສາຍ 2,569 ດວງ ແລະ ການສະແດງຈູດພຸ 1,000 ລູກ ເພື່ອສ້າງສີສັນໃຫ້ງານບຸນໃນປີນີ້ ມີບັນຍາກາດຟົດຟື້ນມ່ວນຊື່ນ ທັງເປັນການອະນຸລັກຮັກສາ ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໃວ້ຢ່າງຍືນຍົງ.
ຂ່າວ: ມະນີວັນ
ຄໍາເຫັນ