![]() |
ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 26 ຕຸລານີ້ ທີ່ ແຂວງຫຼວງພະບາງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພົງໄຊສັກ ອິນຖາລາດຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າລັດຖະບານ ສປປ ລາວ ແລະ ທ່ານ ນາງ ມິເຊວ ເອົ້າລໍອຸປະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ຕາງໜ້າລັດຖະບານອາເມຣິກາ, ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ແລະ ພະແນກການກ່ຽວຂ້ອງ, ຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ, ໂຄງການເກັບກູ້ລະເບີດແຫ່ງຊາດ ແລະບໍລິສັດ ເທັດທຣາ ເທັກ.
![]() |
ສູນຂໍ້ມູນຂ່າວສານທີ່ປັບປຸງໃໝ່ແຫ່ງນີ້ ຈະເປັນແຫຼ່ງສຶກສາຮຽນຮູ້ ແລະເຜີຍແຜ່ຂໍ້ມູນຂ່າວສານ ເພື່ອສ້າງຄວາມຮັບຮູ້ແກ່ສັງຄົມ ກ່ຽວກັບຜົນກະທົບດ້ານມະນຸດສະທຳ ແລະ ເສດຖະກິດຈາກລະເບີດບໍ່ທັນແຕກ, ພ້ອມທັງໃຫ້ຜູ້ມາຢ້ຽມຊົມໄດ້ຮຽນຮູ້ເຖິງຄວາມສຳຄັນ ຂອງການໂຄສະນາສຶກສາຄວາມສ່ຽງ, ການສຳຫຼວດ ແລະການເກັບກູ້ ເພື່ອຫຼຸດຜ່ອນໄພອັນຕະລາຍຈາກລະເບີດທີ່ຕົກຄ້າງ ໃນ ສປປ ລາວ.
ທ່ານ ນາງ ມິເຊວ ເອົ້າລໍ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ສສປ ລາວ–ສະຫະລັດອາເມຣິກາ ໃນການແກ້ໄຂບັນຫາ ດ້ານມະນຸດສະທຳທີ່ເກີດຈາກລະເບີດບໍ່ທັນແຕກ ພ້ອມຢືນຢັນວ່າ ສະຫະລັດອາເມຣິກາ ຈະສືບຕໍ່ສະໜັບສະໜູນວຽກງານເກັບກູ້ບະເບີດບໍ່ທັນແຕກ ຢູ່ ສປປ ລາວ, ໃຫ້ໄດ້ຮັບຜົນດີຂື້ນໃນຕໍ່ໜ້າ. ພ້ອມນັ້ນທ່ານໄດ້ກ່າວເຖິງແນວຄິດ “ເສັ້ນທາງສູ່ຄວາມປອດໄພ” ເຊິ່ງເປັນວຽກງານຂອງທີມສຳຫຼວດດ້ານວິຊາການ ແລະທີມເກັບກູ້ຈຳນວນ 64 ທີມ ທີ່ກຳລັງປະຕິບັດງານຢູ່ 6 ແຂວງ ຄື: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຫຼວງພະບາງ ແລະຫົວພັນ.
![]() |
ໃນຂະນະດຽວກັນ, ທ່ານ ພົງໄຊສັກ ອິນຖາລາດ ໄດ້ເນັ້ນວ່າ: ສູນຂໍ້ມູນຂ່າວສານແຫ່ງນີ້ ມີບົດບາດສຳຄັນໃນການສ້າງຄວາມຮັບຮູ້ແກ່ສັງຄົມ ພ້ອມຢືນຢັນຄວາມໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງໃນປາງສົງຄາມ, ເພື່ອປົກປ້ອງຊີວິດ ແລະຄວາມເປັນຢູ່ຂອງປະຊາຊົນ. ພ້ອມທັງຕີລາຄາສູງຕໍ່ການສືບຕໍ່ຮ່ວມມືກັບສະຫະລັດອາເມຣິກາ ແລະຄູ່ຮ່ວມພັດທະນາອື່ນໆ ເພື່ອຮ່ວມກັນສ້າງອະນາຄົດ ທີ່ປອດໄພຍິ່ງຂຶ້ນໃຫ້ແກ່ຊຸມຊົນທີ່ໄດ້ຮັບຜົນກະທົບ.
ພາຍຫຼັງສຳເລັດພິທີມອບ-ຮັບ ຜູ້ເຂົ້າຮ່ວມໄດ້ຢ້ຽມຊົມຫ້ອງວາງສະແດງທີ່ປັບປຸງໃໝ່ ເຊິ່ງຈັດສະແດງອຸປະກອນກວດກູ້ລະເບີດ, ລູກລະເບີດທີ່ຕົກຄ້າງຈາກສົງຄາມ ແລະເລື່ອງລາວຈາກຜູ້ທີ່ໄດ້ຮັບຜົນກະທົບຈາກລູກລະເບີດ ຜ່ານການແກະສະຫຼັກ ຈາກຊິ້ນສ່ວນລູກລະເບີດ ຕື່ມອີກ.
ຂ່າວ: ດາວອນ ມະນີວັນ



ຄໍາເຫັນ