![]() |
ໂອກາດນີ້, ທ່ານ ສອນ ໄຊ ວັນນະໄຊ ກ່າວວ່າ: ການເດີນທາງມາແຂວງຈຳປາສັກຄັ້ງນີ້ ເພື່ອເຂົ້າຮ່ວມກອງປະຊຸມວິຊາການການທ່ອງທ່ຽວ ແລະ ບັນດາກິດຈະກຳປິ່ນອ້ອມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ກຳປູເຈຍ ຄົບຮອບ 70 ປີ ທີ່ແຂວງແຂວງຈຳປາສັກ, ຈຶ່ງຖືໂອກາດເຂົ້າພົບປະຢ້ຽມຢາມທ່ານເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເພື່ອຂໍຮັບຮູ້ສະພາບການພົວພັນຮ່ວມມື ລະຫວ່າງ ລາວ - ກໍາປູເຈຍ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມື ລະຫວ່າງ ແຂວງຈໍາປາສັກ - ກັບບັນດາແຂວງຕ່າງໆຂອງຣາຊະອານາຈັກກໍາປູເຈຍ ທີ່ມີຊາຍແດນຕິດກັນ ເພື່ອວາງແຜນເຄື່ອນໄຫວ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື 2 ຝ່າຍ.
ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານທ່າແຮງບົ່ມຊ້ອນຂອງແຂວງຈໍາປາສັກ ໂດຍສຸມໃສ່ການປູກພືດເປັນສິນຄ້າ ໂດຍສະເພາະແມ່ນປູກໝາກບູເບີຣີ ແລະ ລ້ຽງປາ ເພື່ອສົ່ງອອກ. ນອກນີ້, ຍັງເນັ້ນໃສ່ການປຸງແຕ່ງຫຸ້ມຫໍ່ ເພີ່ມມູນຄ່າໃນການສົ່ງອອກ; ທ່າແຮງດ້ານການທ່ອງທ່ຽວທໍາມະຊາດ ແລະ ທ່າແຮງດ້ານການຂົນສົ່ງ ໂລຈິດສະຕິກ. ພ້ອມທັງສະເໜີໃຫ້ທ່ານ ສອນໄຊ ວັນນະໄຊ ຮັບຊາບກ່ຽວກັບຈຸດປະສົງຂອງແຂວງຈໍາປາສັກ ເຊິ່ງມີຄວາມຕ້ອງການແຮກສ່ຽວກັບບັນດາແຂວງຕ່າງໆຂອງຣາຊະອານາຈັກກໍາປາເຈຍ ທີ່ມີຊາຍແດນຕິດກັນ ລວມທັງແຂວງຊຽມຮຽບ ເພື່ອພົວພັນຮ່ວມມື ແລະ ເປີດຮ້ານກະເຟມິດຕະພາບ ກັບບັນດາແຂວງທີ່ໄດ້ແຮກສ່ຽວ. ສິ່ງດັ່ງກ່າວ ຂໍໃຫ້ທ່ານ ສອນໄຊ ວັນນະໄຊ ຊຸກຍູ້ສົ່ງເສີມ ລວມທັງຊຸກຍູ້ສົ່ງເສີມໃຫ້ມີການພົວພັນຮ່ວມມື ລະຫວ່າງ ແຂວງຈໍາປາສັກ ແລະ ສະຖານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ