![]() |
ທ່ານ ໄຊນະຄອນ ອິນທະວົງ ກ່າວວ່າ: ກອງປະຊຸມຄັ້ງນີ້ຖືເປັນໂອກາດອັນດີທີ່ຈະເປັນເວທີຮັບຊາບຂໍ້ມູນຂ່າວສານຕ່າງໆກ່ຽວກັບທ່າແຮງຂອງແຂວງເຊກອງ, ຊຽງຂວາງ, ວຽງຈັນ ແລະ ສະຫວັນນະເຂດບັນດານະໂຍບາຍສົ່ງເສີມຂອງພາກລັດ ແລະ ສະພາບການຕົວຈິງໃນການລົງທຶນເຂົ້າໃນວຽກງານກະສິກໍາຂອງນັກລົງທຶນຈາກ ສສ ຫວຽດນາມ ພ້ອມທັງເປີດກວ້າງການປຶກສາຫາລືແລກປ່ຽນຄໍາຄິດເຫັນລະຫວ່າງພາກລັດ ແລະ ພາກເອກະຊົນເພື່ອເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ເພື່ອພ້ອມກັນແກ້ໄຂໃຫ້ທັນເວລາແນໃສ່ບັນລຸໂຕເລກແຜນພັດທະນາກະສິກໍາ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີVII (2026-2030) ທີ່ໄດ້ວາງຄາດໝາຍການດຶງດູດການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າໃນຂົງເຂດກະສິກໍາ ແລະ ສິ່ງແວດລ້ອມໃຫ້ໄດ້ 10 ຕື້ໂດລາ. ປັດຈຸບັນສະເພາະວິສາຫະກິດທີ່ເປັນຂອງນັກລົງທຶນຈາກ ສສ ຫວຽດນາມ ມາລົງທຶນດ້ານປູກຝັງ, ປ່າໄມ້ ແລະ ລ້ຽງສັດທັງໝົດ 208 ບໍລິສັດ, ແບ່ງເປັນກິດຈະການສຳປະທານ 79 ບໍລິສັດ ແລະ ກິດຈະການທົ່ວໄປ 129 ບໍລິສັດມີມູນຄ່າທຶນຈົດທະບຽນປະມານ 1.4 ຕື້ໂດລາ ຊຶ່ງໃນກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນປະຈໍາປີຜ່ານມາລັດຖະບານໄດ້ເນັ້ນໃຫ້ທຸກກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ - ບັນດາແຂວງສືບຕໍ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນໃນການຍູ້ແຮງການລົງທຶນຂອງພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດໃຫ້ບັນລຸຕາມຄາດ ໝາຍຂອງແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030) ແລະ ການພັດທະນາຕ້ອງນໍາໃຊ້ທ່າແຮງບົ່ມຊ້ອນທາງດ້ານຊັບພະຍາກອນທີ່ມີຂອງປະເທດໃຫ້ເກີດຜົນປະໂຫຍດສູງສຸດຕາມທິດສີຂຽວ ແລະ ຍືນຍົງດ້ວຍການຊຸກຍູ້ສົ່ງເສີມຄົ້ນຄວ້າການໃຫ້ນະໂຍບາຍ ແລະ ສ້າງກົນໄກທີ່ເອື້ອອໍານວຍໃຫ້ມີການພັດທະນາຂອງບັນດາຫົວໜ່ວຍທຸລະກິດໃຫ້ສາມາດແຂ່ງຂັນໄດ້ໂດຍສອດຄ່ອງກັບທິດທາງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.
![]() |
ໂອກາດນີ້ທ່ານຮອງລັດຖະມົນຕີ ຍັງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມທຸກພາກສ່ວນຈົ່ງເຊີດຊູຄວາມຮັບ ຜິດຊອບໃນການຕິດຕາມການສະເໜີບົດຄົ້ນຄວ້າປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງມີຈຸດສຸມແລະ ມີເປົ້າໝາຍ ເພື່ອກໍາແໜ້ນເນື້ອໃນຈິດໃຈຢ່າງເປັນເອກະພາບແລ້ວນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ປະສົບຜົນສໍາເລັດຕົວຈິງ.
(ຂ່າວ: ແສງຈັນ)


ຄໍາເຫັນ