![]() |
ນັບແຕ່ປີ 2008 ເປັນຕົ້ນມາ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມຊ ໄດ້ຮ່ວມກັບສະຖານທູດຍີ່ປຸ່ນປະຈໍາລາວ ແລະ ອົງການໄຈກາ ຈັດງານພົບປະເພື່ອສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ໂດຍມີຈຸດປະສົງເພື່ອແລກປ່ຽນບົດຮຽນລະຫວ່າງບັນດາມະຫາວິທະ ຍາໄລຍີ່ປຸ່ນ ແລະ ມຊ ເພື່ອແຈ້ງຂໍ້ມູນຂ່າວສານໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາລາວ ທີ່ຕ້ອງການໄປຮຽນຕໍ່ລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກຢູ່ປະເທດຍີ່ປຸ່ນ ໃຫ້ໄດ້ຮັບຂໍ້ມູນ ແລະ ເງື່ອນ ໄຂຕ່າງໆ ຂອງມະຫາວິທະຍາໄລໃນປະເທດຍີ່ປຸ່ນ. ນອກນີ້, ຍັງໄດ້ແນະນໍາທຶນການສຶກສາຈາກລັດຖະບານຍີ່ປຸ່ນ ແລະ ທຶນການສຶກສາຂອງມະຫາວິທະຍາໄລຍີ່ປຸ່ນ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາກຽມຄວາມພ້ອມໃນການສະໝັກເອົາທຶນ ເພື່ອໃຫ້ທຸກທ່ານໄດ້ເຂົ້າເຖິງຂໍ້ມູນຂ່າວສານ.
![]() |
ຜ່ານການຈັດງານພົບປະໃນໄລຍະຜ່ານມາ, ມີຜູ້ສົນໃຈເຂົ້າຮ່ວມ ແລະ ສອບຖາມຂໍ້ມູນເປັນຈໍານວນຫຼວງຫຼາຍ ສະເພາະປີນີ້ ມີ 4 ມະຫາວິທະຍາໄລ 1 ໂຮງຮຽນສອນພາສາຍີ່ປຸ່ນເຂົ້າຮ່ວມ ເຊັ່ນ: Asia University, Nagasaki University, Language Schoool Oji School, Okayama University, Musashino University, ອົງການ JASSO ສະມາຄົມອະດີດນັກສຶກສາລາວ ທີ່ຮຽນຈົບຈາກປະເທດຍີ່ປຸ່ນ. ໃນພິທີມີການນໍາສະເໜີຂອງແຕ່ລະມະຫາວິທະຍາໄລ, ອົງການ JASSO ແລະ ການແລກປ່ຽນບົດ ຮຽນຂອງອາດີດນັກສຶກສາ ທີ່ຮຽນຈົບຈາກປະເທດຍີ່ປຸ່ນ ຕິດຕາມດ້ວຍການພົບປະຕາມຄວາມສະໝັກໃຈ ລະຫວ່າງ ນັກສຶກສາ ຄູ-ອາຈານ ກັບຜູ້ຕາງໜ້າແຕ່ລະມະຫາວິທະຍາໄລ.
ພາບ-ຂ່າວ: ບົວລະພາ


ຄໍາເຫັນ