![]() |
ໂອກາດດັ່ງກ່າວ, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງວຽກງານກວດກາວ່າ: ພັກປະຊາຊົນ ປະຕິວັດລາວ ຖືວຽກງານກວດກາເປັນວຽກງານຍຸດທະສາດສໍາຄັນຂອງພັກເພື່ອສ້າງຄວາມບໍລິສຸດຜຸດຜ່ອງພາຍໃນພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ການຄຸ້ມຄອງບໍລິຫານລັດມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ເພື່ອຮັບປະກັນການພັດທະນາປະເທດຊາດໃຫ້ມີຄວາມຍືນຍົງດັ່ງທີ່ພັກເຮົາໄດ້ມີທິດນໍາວ່າ“ ບໍ່ມີການກວດກາກໍບໍ່ມີການນໍາພາ” ມີແຕ່ຜ່ານການກວດກາຈຶ່ງຮູ້ໄດ້ວ່າແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດໝາຍຂອງລັດໄດ້ຈັດຕັ້ງຜັນຂະຫຍາຍຖືກຕ້ອງ ຫຼື ບໍ ແລະ ມີຜົນສໍາເລັດແນວໃດ ຊຶ່ງບັນດາເນື້ອໃນເອກະສານທີ່ຈະນໍາມາສະເໜີຕໍ່ກອງປະຊຸມຄັ້ງນີ້ລ້ວນແຕ່ແມ່ນເອກະສານທີ່ສໍາຄັນ ແລະ ເປັນເອກະສານຍຸດທະສາດຕໍ່ວຽກງານກວດກາຂອງພວກເຮົາ. ສະນັ້ນ, ເຊື່ອໝັ້ນວ່າບັນດາສະຫາຍຜູ້ແທນກອງປະຊຸມຈະເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາຄົ້ນຄວ້າ, ຕຶກຕອງ ແລະ ປະກອບຄໍາຄິດຄໍາເຫັນຕໍ່ເນື້ອໃນຕ່າງໆໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນເພື່ອເປັນທິດຊີ້ນໍາໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງເຮັດໃຫ້ຄາດໝາຍທີ່ກອງປະຊຸມວຽກງານກວດກາກຳນົດທິດທາງແຜນການເຄື່ອນໄຫວ 5 ປີໃນຕໍ່ໜ້າບັນລຸຜົນສໍາເລັດຕາມຄາດໝາຍ. ຈາກນັ້ນ, ສະຫາຍ ລໍາໄມ ກູດລາວົງ ຄະນະປະຈໍາພັກແຂວງ ປະທານຄະນະກວດກາພັກແຂວງໄດ້ຜ່ານຮ່າງບົດສະຫຼຸບຕີລາການເຄື່ອນໄຫວວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການວຽກງານຈຸດສຸມ (2026-2030) ຂອງແຂວງວຽງຈັນ ຊຶ່ງສະຫາຍໄດຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາແຂວງວຽງຈັນ, ໂດຍສະເພາະສະຫາຍໄດ້ຍົກໃຫ້ເຫັນໄລຍະ 5 ປີຜ່ານມາແຂວງວຽງຈັນໄດ້ຕິດຕາມກວດກາການລົງທຶນຂອງລັດຈໍານວນ 1,084 ໂຄງການ; ຜ່ານການຕິດຕາມ, ກວດກາໄດ້ມີການຈັດຕັ້ງປະຕິບັດຕົວຈິງ 519 ໂຄງການ ແລະ ເຫັນວ່າບາງໂຄງການບໍ່ມີການວາງເງິນຄໍ້າປະກັນ ຫຼື ໜັງສືຄໍ້າປະກັນສັນຍາ ຊຶ່ງບໍ່ສອດ ຄ່ອງກົດໝາຍວ່າດ້ວຍການລົງທຶນຂອງລັດ; ໂຄງການບູລະນະຮັກສາ ແລະ ສ້ອມແປງທາງຫຼວງທ້ອງຖິ່ນ (ບ້ວງ 20%) ແມ່ນບໍ່ໄດ້ຜ່ານການຮັບຮອງຂອງສະພາປະຊາຊົນແຂວງ ແລະ ການຊຳລະບໍ່ໄດ້ຜ່ານພະແນກແຜນການ ແລະ ການລົງທຶນແຂວງເພື່ອຢັ້ງຢືນການຊຳລະ; ໄດ້ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຈຳນວນ 5 ໂຄງການຄື: ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ບ້ານວຽງຄໍາ, ເມືອງວຽງຄໍາ ຫາ ບ້ານລິ້ງຊັນ ເມືອງທຸລະຄົມ; ຜ່ານການຕິດຕາມກວດກາເຫັນວ່າມີການປ່ຽນແລວທາງໃໝ່ເຮັດໃຫ້ໄລຍະທາງສັ້ນລົງ 150 ແມັດ ແລະ ມູນຄ່າກໍ່ສ້າງຫຼຸດລົງ 260 ລ້ານກີບ, ນອກຈາກນີ້ຍັງພົບເຫັນການນໍາໃຊ້ເງິນຊົດເຊີຍສິ່ງກີດຂວາງທີ່ບໍ່ໄດ້ຈັດຕັ້ງປະຕິບັດ ແລະ ພັນທະງົບປະມານ 10% ລວມເປັນເງິນ 984 ລ້ານກີບ, ປັດຈຸບັນໄດ້ຫັກລົບ ແລະ ໄດ້ດັດແກ້ສັນຍາແລ້ວ. ພ້ອມນີ້, ສະຫາຍ ເຄນ ເຮືອງຄໍາແສງ ຮອງປະທານຄະນະກວດກາພັກແຂວງໄດ້ຜ່ານຮ່າງແຜນພັດທະນາວຽກງານກວດກາແຂວງວຽງຈັນປີ 2026-2030.
![]() |
ຫຼັງຈາກນັ້ນ, ເພື່ອເຮັດໃຫ້ກອງປະຊຸມດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງນັ້ນ ສະຫາຍ ວັນໄຊ ພອງສະຫວັນ ປະທານກອງປະຊຸມ ກໍໄດ້ມີຄຳເຫັນເຈາະຈີ້ມລົງເລິກບາງບັນຫາ ໂດຍສະເພາະແມ່ນບັນດາຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງຕ່າງໆນັ້ນ ເພື່ອໃຫ້ບັນດາສະຫາຍຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນ. ກອງປະຊຸມຈະດໍາເນີນເປັນເວລາສອງວັນ.
![]() |
(ຂ່າວ: ນ. ສີອາມອນ ໃຍຮຽງອ່ອນ)



ຄໍາເຫັນ