ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ
ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ໄຊບວທອງ ເສຍຫາຍຈາກນາຖວມ 16 ຕກບ ພອມສະເໜຂທນຟນຟສອມແປງ - image 1
 

ທ່ານ ອຸດົມໄຊ ລັດຕະນະເຮືອງສີ ຮອງປະທານຄະນະກຳມະການປົກຄອງເມືອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໄຊບົວທອງ ໃຫ້ຮູ້ວ່າ: ພາຍຫຼັງພະຍຸໄດ້ພັດຜ່ານຈຳນວນ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາ ເດືອນກັນຍາ 2026, ຄະນະກຳມະການໄພພິບັດຂັ້ນເມືອງ ຮ່ວມກັບຫ້ອງການກ່ຽວຂ້ອງ ໄດ້ລົງສຳຫຼວດ ແລະ ປະເມີນຄວາມເສຍຫາຍໃນຫຼາຍຂະແໜງການ ພົບວ່າມີມູນຄ່າຄວາມເສຍຫາຍລວມ 16.59 ຕື້ກວ່າກີບ. ສຳລັບພື້ນຖານໂຄງລ່າງ ມີເສັ້ນທາງເສຍຫາຍ 13 ເສັ້ນ ແລະ ຂົວ 7 ແຫ່ງ; ສະເພາະເສັ້ນທາງມີມູນຄ່າເສຍຫາຍປະມານ 14.14 ຕື້ກີບ, ສ່ວນຂົວມີມູນຄ່າເສຍຫາຍກວ່າ 103 ລ້ານກີບ. ນອກນັ້ນ ຍັງມີເຂດບ້ານຈຳນວນໜຶ່ງຖືກຕັດຂາດໃນຊ່ວງນ້ຳຖ້ວມ ໂດຍສະເພາະແຕ່ສາມແຍກບ້ານນາພ້າວ ເຂົ້າໄປຫາບ້ານໜອງຜື-ກຸດນ້ຳໃສ-ທ່າແຮ່, ທົ່ງຕຽມ ຮອດບ້ານທ່າໂພ ປະຊາຊົນບາງເຂດຕ້ອງໃຊ້ເຮືອເດີນທາງໄປມາ. ສ່ວນເຂດບ້ານນາພ້າວ-ນາກະທິງ-ນາຊຽງຄວນ ກໍປະສົບບັນຫາການສັນຈອນໃນລະດູຝົນເຊັ່ນກັນ.

ດ້ານການຜະລິດກະສິກຳ ມີເນື້ອທີ່ນາເສຍຫາຍ 1,337 ເຮັກຕາ, ລະບົບຊົນລະປະທານ 4 ແຫ່ງ, ສັດລ້ຽງປະເພດງົວ, ຄວາຍ, ແບ້ ແລະ ສັດປີກຫຼາຍກວ່າ 243 ໂຕ, ພ້ອມທັງໜອງປາ 58 ໜອງ ແລະ ມີປາປະມານ 90,500 ໂຕ, ມູນຄ່າເສຍຫາຍດ້ານກະສິກຳ ແລະ ຊົນລະປະທານລວມປະມານ 2.11 ຕື້ກີບ. ນອກນັ້ນ ຍັງມີໂຮງຮຽນ 1 ແຫ່ງຖືກນໍ້າຖ້ວມ ມີອຸປະກອນການຮຽນເສຍຫາຍກວ່າ 7 ລ້ານກີບ ແລະ ພາຫະນະ ເຊັ່ນ: ລົດໄຖ, ລົດຈັກ ເສຍຫາຍກວ່າ 55 ລ້ານກີບ. ສ່ວນລະບົບໄຟຟ້າມີໝໍ້ແປງໄຟຟ້າເສຍຫາຍ 1 ໜ່ວຍ ແລະ ເສົາໄຟຟ້າລົ້ມ 1 ຕົ້ນ, ຜ່ານມາ ໄດ້ມີການຍົກຍ້າຍໝໍ້ນັບໄຟຟ້າ 36 ໜ່ວຍ ອອກຈາກເຂດສ່ຽງ ເພື່ອຫຼຸດຄວາມສ່ຽງຕໍ່ອັນຕະລາຍຈາກໄຟຟ້າ.

ທ່ານ ອຸດົມໄຊ ກ່າວຕື່ມວ່າ: ຄະນະນໍາເມືອງໄດ້ຈັດລຽງບູລິມະສິດຈຸດເສຍຫາຍ ເພື່ອສະເໜີຂໍງົບປະມານຈາກຂັ້ນແຂວງ ມາສ້ອມແປງຟື້ນຟູ ແລະ ປັດຈຸບັນ ປະຊາຊົນໄດ້ຊ່ວຍກັນສ້ອມແປງເສັ້ນທາງບາງຈຸດເຊັ່ນ: ການຖົມຂຸມເພື່ອໃຫ້ສັນຈອນໄດ້ສະດວກຂຶ້ນ. ສ່ວນຂົວບາງແຫ່ງຍັງມີຈຸດຊຳລຸດ ເຊິ່ງມີຄວາມສ່ຽງຕໍ່ການເກີດອຸບັດເຫດ ຈຶ່ງຕ້ອງເລັ່ງແກ້ໄຂຕາມຄວາມຈຳເປັນ. ສ່ວນແຜນໃນໄລຍະຍາວ ແມ່ນຈະສຸມໃສ່ແກ້ໄຂຍົກລະດັບເສັ້ນທາງ, ຂຸດຄອງລະບາຍນໍ້າລົງໃສ່ບ່ອນພື້ນທີ່ຕໍ່າ ແລະ ວາງທໍ່ຕາມເສັ້ນທາງໃຫ້ຫຼາຍຂຶ້ນ ເພື່ອລະບາຍນໍ້າໃຫ້ໄດ້ດີກວ່າເກົ່າ.

ທັງນີ້ ເມືອງໄຊບົວທອງ ຈະສືບຕໍ່ປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອສະເໜີຂັ້ນເທິງຂໍງົບປະມານ ແລະ ລະດົມແຫຼ່ງທຶນມາຟື້ນຟູພື້ນຖານໂຄງລ່າງ ແລະ ພື້ນທີ່ການຜະລິດຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ພິທີເປີດງານສັບປະດາດີຈີຕອນລາວປະຈໍາປີ 2026

ພິທີເປີດງານສັບປະດາດີຈີຕອນລາວປະຈໍາປີ 2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຕສ, ໄດ້ຈັດພິທີເປີດງານສັບປະດາດີຈີຕອນລາວປະຈໍາປີ 2026 (Lao Digital Week2026) ຂຶ້ນຢ່າງເປັນທາງການ ໃນວັນທີ 21 ຕຸລານີ້, ທີ່ສູນການຄ້າລາວ - ໄອເຕັກ (ຕຶກເກົ່າ)ນະຄອນຫຼວງວຽງຈັນ. ໂດຍໄດ້ຮັບກຽດເຂົ້າຮ່ວມງານຂອງ ທ່ານ ພົອ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ກ່າວເປີດງານໂດຍ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານຄະນະກຳມະການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຈາກຕ່າງປະເທດ, ບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ, ບັນດາທ່ານການນໍາອາວຸໂສ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ-ນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ ຫຼາຍກວ່າ 1,000 ຄົນ.
ລມຕ ກະຊວງ ກສ ຕ້ອນຮັບ ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່

ລມຕ ກະຊວງ ກສ ຕ້ອນຮັບ ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່

ໃນວັນທີ 20 ຕຸລາຜ່ານມານີ້ ທີ່ ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ), ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອານຸລັກ ກິດຕິຄຸນ ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່ ພ້ອມດ້ວຍ ຄະນະ.
ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2  ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ບໍລິສັດ ເບຍລາວ ຈັດກິດຈະກຳ ວັນຄອບຄົວເບຍລາວປີທີ 2 ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ

ໃນອາທິດຜ່ານມາ, ບໍລິສັດ ເບຍລາວ ຈຳກັດ ໄດ້ຈັດກິດຈະກຳ “ວັນຄອບຄົວເບຍລາວ ປີທີ 2” ເພື່ອເປີດບ້ານຕ້ອນຮັບພະນັກງານ ແລະ ຄອບຄົວ ເຂົ້າຢ້ຽມຊົມບໍລິສັດ ແລະ ໂຮງງານຜະລິດຢ່າງໃກ້ຊິດ. ກິດຈະກຳໄດ້ຈັດຂຶ້ນທັງ 2 ໂຮງງານຄື: ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ແລະ ໂຮງງານເບຍລາວ ປາກເຊ ແຂວງຈຳປາສັກ.
ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ພິທີປິດໂຄງການ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ

ສະຖາບັນອຸດສາຫະກໍາ, ການຄ້າ ແລະ ພະລັງງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບອົງການການຄ້າ ລະດັບພາກພື້ນ ເພື່ອການພັດທະນາ (Regional Trade for Development “RT4D”) ໄດ້ຈັດພິທີປິດໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ ໂດຍຜ່ານການພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ການອອກແບບການຫຸ້ມຫໍ່ ແລະ ການຄ້າເອເລັກໂຕຣນິກ ໃນ ສປປ ລາວ” ຂຶ້ນ ໃນວັນ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ, ມີທ່ານ ນາງ ສີອານົງ ພົມກອງ ຜູ້ຈັດການພາກພື້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄົນພິການ, ທ່ານ ນາງ ສຸກິດຕາ ສີສຸລາດ ຫົວໜ້າກຸ່ມຫັດຖະກໍາຄົນພິການເມືອງປາກອູ ແຂວງຫຼວງພະບາງ ແລະ ຜູ້ຕາງໜ້າຈາກກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມ.
ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໂຮງໝໍສູນກາງ 103 ກອງທັບ ມອບໂອນວຽກງານຍ້ອງຍໍ

ໃນວັນທີ 20 ຕຸລານີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບໂອນວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາ-ອົບຮົມ ໂດຍການເປັນປະທານຂອງສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ຮອງອໍານວຍການ ຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ