![]() |
ການພົບປະດຳເນີນໄປໃນບັນຍາກາດແຫ່ງມິດຕະພາບ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ຊຶ່ງກັນ ແລະ ກັນ, ໂດຍທັງສອງຝ່າຍ ໄດ້ທົບທວນໝາກຜົນການຮ່ວມມືໄລຍະຜ່ານມາ ແລະ ແລກປ່ຽນທິດທາງການຮ່ວມມືໃນຕໍ່ໜ້າ.
ໃນໂອກາດນີ້, ສະຫາຍ ທອງລີ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ ພ້ອມທັງຕີລາຄາສູງ ຕໍ່ໝາກຜົນການຮ່ວມມືຂອງສອງອົງການຈັດຕັ້ງຊາວໜຸ່ມ ໂດຍສະເພາະ ການແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງພະນັກງານ ແລະ ການສຶກສາອົບຮົມມູນເຊື້ອມິດຕະພາບລາວ-ຫວຽດນາມ ໃຫ້ ຄົນຮຸ່ນໃໝ່.
![]() |
ເພື່ອສືບຕໍ່ຜັນຂະຫຍາຍບົດບັນທຶກຊ່ວຍຈຳ ການຮ່ວມມືໄລຍະ 2022-2027 ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ, ທັງສອງຝ່າຍໄດ້ເຫັນດີຊຸກຍູ້ 4 ທິດທາງການຮ່ວມມືຈຸດສຸມຄື: 1) ເພີ່ມທະວີການໂຄສະນາສຶກສາອົບຮົມມູນເຊື້ອມິດຕະພາບ: ສົ່ງເສີມການນຳໃຊ້ສື່ດີຈີຕອນ ແລະ ກິດຈະກຳຮຽນຮູ້ປະຫວັດສາດຮ່ວມກັນ, ພ້ອມທັງຄົ້ນຄວ້າການສ້າງໂຄງການ “ຄວາມຊົງຈຳການປະຕິວັດລາວ-ຫວຽດນາມ” ໃນຮູບແບບຄັງຂໍ້ມູນ ຫຼື ນິທັດສະການດີຈີຕອນ ໃນໂອກາດປີ 2027; 2) ຍົກລະດັບການແລກປ່ຽນຊາວໜຸ່ມ: ສືບຕໍ່ການແລກປ່ຽນຄະນະຜູ້ແທນ, ຄ້າຍພັກແລ້ງ ແລະ ຄົ້ນຄວ້າ ຂະຫຍາຍກິດຈະກຳຮ່ວມມືດ້ານການພັດທະນາຜູ້ນຳຊາວໜຸ່ມ, ຜູ້ປະກອບການໜຸ່ມ, ທັກສະດີຈີຕອນ ແລະ ວຽກງານອາສາສະໝັກ;
3) ຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນ: ສົ່ງເສີມໃຫ້ອົງການຈັດຕັ້ງຊາວໜຸ່ມ ຂອງບັນດາແຂວງແຮກສ່ຽວ ແລະ ແຂວງຊາຍແດນ ຮ່ວມກັນຈັດກິດຈະກຳອາສາສະໝັກ, ປົກປັກຮັກສາສິ່ງແວດລ້ອມ, ສົ່ງເສີມການສຶກສາ ແລະ ພັດທະນາທັກສະອາຊີບ; 4) ເພີ່ມທະວີການບຳລຸງສ້າງ ແລະ ການປະສານງານ: ສືບຕໍ່ຮ່ວມມືຝຶກອົບຮົມພະນັກງານຊາວໜຸ່ມ ໂດຍນຳໃຊ້ສູນຝຶກອົບຮົມຊາວໜຸ່ມ-ເຍົາວະຊົນລາວ-ຫວຽດນາມໃຫ້ເກີດປະ ໂຫຍດສູງສຸດ, ພ້ອມທັງເພີ່ມທະວີການປະສານງານໃນບັນດາເວທີຊາວໜຸ່ມລະດັບພາກພື້ນ ແລະ ສາກົນ.
![]() |
ໃນໂອກາດດັ່ງກ່າວ, ຝ່າຍລາວ ຍັງໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ຝ່າຍຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການສູນຝຶກອົບຮົມຊາວໜຸ່ມ-ເຍົາວະຊົນ ລາວ-ຫວຽດນາມ ຊຶ່ງເປັນອີກໜຶ່ງສັນຍາລັກອັນສຳຄັນຂອງມິດຕະພາບ ແລະ ການຮ່ວມມືລະຫວ່າງຊາວໜຸ່ມສອງປະເທດ.
ຕອນທ້າຍພິທີ, ສະຫາຍ ທອງລີ ສີສຸລິດ ໄດ້ເຊື້ອເຊີນສະຫາຍ ບຸ່ຍ ກວາງ ຮຸ່ຍ ພ້ອມຄະນະຜູ້ແທນຂັ້ນສູງຊາວໜຸ່ມກອມມູນິດໂຮ່ຈິມິນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນເວລາທີ່ ເໝາະສົມ.
ການພົບປະຄັ້ງນີ້, ເປັນອີກບາດກ້າວສຳຄັນ ໃນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນຍຸດທະສາດລະຫວ່າງລາວ-ຫວຽດນາມ ໃຫ້ສືບທອດຢ່າງໝັ້ນຄົງສູ່ຄົນຮຸ່ນໃໝ່ ພ້ອມທັງຫັນຄວາມສາມັກຄີພິເສດ ໃຫ້ເປັນການຮ່ວມມືທີ່ມີເນື້ອໃນ ແລະ ເກີດຜົນປະໂຫຍດຕົວຈິງຕໍ່ຊາວໜຸ່ມຂອງສອງປະເທດ.
(ຂ່າວ-ພາບ: ສຊປລ)



ຄໍາເຫັນ