![]() |
ໃນພິທີດັ່ງກ່າວ ໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງສະມາຄົມ ລາວ - ໄທ ເພື່ອມິດຕະພາບ ຕະຫຼອດໄລຍະ 5 ປີຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນສຳເລັດໃນການເສີມສ້າງສາຍພົວພັນມິດຕະພາບລາວ-ໄທ, ການສົ່ງເສີມທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງປະຊາຊົນສອງຊາດ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ແລະ ການຍາດແຍ່ງເອົາການຊ່ວຍເຫຼືອ ເພື່ອພັດທະນາທາງດ້ານໂຄງລ່າງພື້ນຖານການສຶກສາ ແລະ ສາທາລະນະສຸກ ຂອງ ສປປ ລາວ. ພ້ອມນີ້, ກໍຍັງມີຂໍ້ຄົງຄ້າງບາງຈຸດທີ່ຈະຕ້ອງປັບປຸງແກ້ໄຂຖອດຖອນບົດຮຽນ ເພື່ອປະຕິບັດທິດທາງແຜນການໃນຕໍ່ໜ້າ ແລະ ໄດ້ຜ່ານມະຕິຕົກລົງ ຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຫຽມພົມມະຈັນ ອະດີດລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເປັນປະທານສະມາຄົມ ລາວ - ໄທ ເພື່ອມິດຕະພາບຊຸດໃໝ່.
![]() |
ໂອກາດດັ່ງກ່າວ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍ-ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນຂອງ ບັນດາສະຫາຍ ຄະນະບໍລິຫານງານສະມາຄົມ ລາວ - ໄທ ເພື່ອມິດຕະພາບຊຸດເກົ່າ ທີ່ໄດ້ສຸມທຸກກໍາລັງແຮງຮອບດ້ານເຂົ້າໃນການເຄື່ອນໄຫວວຽກງານຂອງສະມາຄົມ ກໍຄືວຽກງານການທູດປະຊາຊົນ ຊຶ່ງສາມາດຍາດແຍ່ງເອົາການຊ່ວຍເຫຼືອເພື່ອສ້າງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆໃນ ສປປ ລາວລວມມູນຄ່າທັງໝົດເປັນເງິນ: 957,825,000 ກີບ, 157,777 ໂດລາ ແລະ 7,150,000 ບາດ. ພ້ອມນັ້ນ, ສະຫາຍ ຍັງໄດ້ມີຄຳເຫັນໂອລົມຕໍ່ຄະນະບໍລິຫານງານ ສະມາຄົມ ລາວ - ໄທ ເພື່ອມິດຕະພາບ ຊຸດໃໝ່ ທີ່ຈະສືບຕໍ່ປະຕິບັດໜ້າທີ່ສໍາຄັນ ແລະ ມີກຽດນີ້ ຈົ່ງນໍາພາການເຄື່ອນໄຫວວຽກງານຂອງສະມາຄົມ ຢ່າງຫ້າວຫັນ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ທີ່ພັກ-ລັດ ມອບໝາຍໃຫ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ໄທ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຈະເລີນງອກງາມ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
(ຂ່າວ: ກຕທ)


ຄໍາເຫັນ