ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງທຶນຮັບມືກັບຜົນເສຍຫາຍທີ່ເກີດຈາກດິນຟ້າອາກາດຂອງ ສປຊ ເຫັນດີເປັນເອກະພາບສະຫງວນເງິນຈຳນວນ 20 ລ້ານໂດລາ ໃຫ້ແກ່ເນປານ ຕາມການສະເໜີຂອງບັນດາປະເທດອາຊີໃຕ້ ພາຍຫຼັງເກີດເຫດນ້ຳຊຸຖ້ວມທີ່ຮ້າຍແຮງ. ນີ້ເປັນຄັ້ງທຳອິດທີ່ກອງທຶນໄດ້ສະຫງວນງົບປະມານຊ່ວຍເຫຼືອໃຫ້ປະເທດໜຶ່ງນັບແຕ່ສ້າງຕັ້ງຂຶ້ນ, ສ້າງຂີດໝາຍສຳຄັນຕໍ່ອິດທິພົນຊື່ສຽງ ແລະ ການເຄື່ອນໄຫວທີ່ມີປະສິດທິຜົນຂອງກອງທຶນ.
ໃນກອງປະຊຸມວິສາມັນຄັ້ງທຳອິດນັບແຕ່ສ້າງຕັ້ງຂຶ້ນໃນປີ 2022, ຄະນະບໍລິຫານກອງທຶນເຫັນດີເປັນເອກະພາບສະຫງວນເງິນຈຳນວນ 20 ລ້ານໂດລາໃຫ້ແກ່ເນປານ, ໂດຍແມ່ນປະເທດທີ່ຖືກນ້ຳຊຸຖ້ວມຢ່າງຮ້າຍແຮງ ເມື່ອເດືອນສິງຫາຜ່ານມາ ພາຍຫຼັງນ້ຳກ້ອນ ແລະ ຫີນເຊາະເຈື່ອນທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ, ເຮັດໃຫ້ເກີດກະແສນ້ຳຊຸຖ້ວມທີ່ມີແຮງທຳລາຍຄ້າຍຄືກັບຄື້ນຟອງຍັກ. ເຫດໄພພິບັດໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1,400 ກວ່າຄົນ ແລະ ຫາຍສາບສູນ 5,000 ກວ່າຄົນ.
ຄໍາເຫັນ