ບົດລາຍງານຊີ້ໃຫ້ເຫັນວ່າ: ດັດຊະນີລາຄາຜູ້ບໍລິໂພກທົ່ວປະເທດຍີ່ປຸ່ນ, ບໍ່ລວມອາຫານສົດໄດ້ເພີ່ມຂຶ້ນຢ່າງໄວວາໃນເດືອນກັນຍາ ເມື່ອທຽບກັບການເພີ່ມຂຶ້ນ 1.7% ໃນເດືອນສິງຫາ. ໃນຂະນະດຽວກັນ, ລາຄາຜູ້ບໍລິໂພກພື້ນຖານ, ບໍ່ລວມອາຫານສົດ ແລະ ພະລັງງານເພີ່ມຂຶ້ນ 2.4%, ສະທ້ອນໃຫ້ເຫັນເຖິງແຮງກົດດັນດ້ານລາຄາ.
ລາຄາອາຫານ, ບໍ່ລວມອາຫານສົດເພີ່ມຂຶ້ນ 2.9% ເມື່ອທຽບກັບປີກ່ອນ ຊຶ່ງເພີ່ມຂຶ້ນຈາກ 2.7%ໃນເດືອນສິງຫາ. ສ່ວນລາຄາພະລັງງານຫຼຸດລົງ 0.6% ເມື່ອທຽບກັບປີກ່ອນ ຫຼັງຈາກຫຼຸດລົງ 0.7% ໃນເດືອນສິງຫາ, ໂດຍລາຄານໍ້າມັນແອັດຊັງ ຫຼຸດລົງ 2.6% ແລະ ຄ່າໄຟຟ້າຫຼຸດລົງ 2.4%.
ຄໍາເຫັນ