ພິທີເປີດງານດັ່ງກ່າວຈັດຂື້ນໃນວັນທີ 23 ຕຸລາຜ່ານມາທີ່ສູນການຄ້າ ພາກຊັນ, ໂດຍມີທ່ານ ລີຈອງຮຢອບ (H.E. Lee JeongHyop) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ສ ເກົາຫລີ ປະຈໍາ ສປປ ລາວ, ທ່ານມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າແລະ ທ່ານ ປັກ ຈຸ່ນກິວ (Mr. ParkJungwe) ຫົວໜ້າຕາງໜ້າອົງການ KOTRA ວຽງຈັນ ປະຈຳ ສປປ ລາວເຂົ້າຮ່ວມ.
ງານນີ້ໄດ້ຮັບການສະໜັບສະໜູນເຈົ້າພາບໂດຍກະຊວງກະສິກຳ,ອາຫານແລະກິດຈະການຊົນນະບົດແຫ່ງ ສເກົາຫຼີ(MAFRA) ຮ່ວມຈັດໂດຍ ສະພາການຄ້າແລະອຸດສາຫະກຳ ແຂວງ ອິນຊອນ ແລະ ດໍາເນີນການຈັດງານໂດຍ ອົງກອນ KOTRAວຽງຈັນ.
ງານດັ່ງກ່າວແມ່ນໄດ້ຈັດເປັນປີທີສອງ, ໂດຍຮວບຮວມເອົາ 3 ອົງປະກອບຫຼັກ ເຂົ້າໄວ້ດ້ວຍກັນ ເຊັ່ນ: ການຈັບຄູ່ພົບປະທຸລະກິດ, ການສົ່ງເສີມຜະລິດຕະພັນ ສ ເກົາຫຼີແລະ ປະສົບການດ້ານອາຫານ ແລະ ວັດທະນະທຳ. ດ້ວຍການປະສົມປະສານການພົບປະກັບຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍທີ່ມີສັກກະຍະພາບບວກກັບການມີສ່ວນຮ່ວມຂອງຜູ້ບໍລິໂພກໂດຍກົງ, ໂຄງການນີ້ຈະຊ່ວຍໃຫ້ບໍລິສັດ ສ ເກົາຫຼີ ຊອກຫາຄູ່ຮ່ວມທຸລະກິດ ແລະ ເຂົ້າໃຈຄວາມຕ້ອງການໃນຕະຫຼາດລາວໄດ້ດີຍິ່ງຂຶ້ນ.
ການຈັບຄູ່ພົບປະທຸລະກິດ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ ຢູ່ ໂຮງແຮມ ຮໍລິເດ ອິນ ວຽງຈັນ. ໂດຍມີ18 ບໍລິສັດ ຈາກ ສເກົາຫຼີ ພ້ອມດ້ວຍຄະນະຜູ້ແທນສະພາການຄ້າ ອິນຊອນເຂົ້າຮ່ວມເພື່ອພົບປະນັກທຸລະກິດລະຫວ່າງ ລາວແລະ ສເກົາຫຼີ ເຊິ່ງມີຈຳນວນ 42 ບໍລິສັດຜູ້ປະກອບການຈາກລາວເຂົ້າຮ່ວມງານດັ່ງກ່າວໄດ້ອຳນວຍຄວາມສະດວກໃຫ້ແກ່ການເຈລະຈາທຸລະກິດພົບປະເຊິ່ງໜ້າ ໂດຍເນັ້ນໃສ່ໂອກາດດ້ານການນຳເຂົ້າ, ການພັດທະນາຕະຫຼາດເພື່ອກະຈາຍສິນຄ້າ ແລະ ການເຂົ້າສູ່ຕະຫຼາດໃນ ສປປ ລາວ. ຜົນສຳເລັດທີ່ສຳຄັນໄດ້ມີບໍລິສັດ ຕົກລົງກັນເພື່ອລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ C&P ຈຳກັດ ຈາກ ສ ເກົາຫຼີ ແລະ ບໍລິສັດ AK Im-Ex ຈຳກັດ ຈາກ ສປປ ລາວ, ເພື່ອນຳເຂົ້າ ແລະ ຈຳໜ່າຍຜະລິດຕະພັນນ້ຳໝາກໄມ້ປະສົມໂສມແດງສຳລັບເດັກນ້ອຍເຊິ່ງຄາດວ່າຈະມີມູນຄ່າການນຳເຂົ້າປະມານ 120,000 ໂດລາ ຕໍ່ປີ
ງານເທດສະການKorea Lifestyle Festival2026 ໄດ້ຈັດຂຶ້ນຢູ່ ສູນການຄ້າ ພາກຊັນ ໃນວັນທີ 23 ແລະ 24 ຕຸລາ ເພື່ອເປີດໂອກາດໃຫ້ຜູ້ຊົມໃຊ້ຄົນລາວໄດ້ເຂົ້າເຖິງສິນຄ້າເກົາຫຼີຫຼາຍຂຶ້ນ, ທັງໃຫ້ທົດລອງໃຊ້ສິນຄ້າຊີມຜະລິດຕະພັນ ແລະ ພົບປະກັບເຈົ້າຂອງແບຣນ ສ ເກົາຫຼີໂດຍກົງຢູ່ໃນງານ. ໂຊນຈັດສະແດງສິນຄ້າ ສ ເກົາຫຼີ ທີ່ໄດ້ນຳເອົາ115 ຜະລິດຕະພັນ ຈາກ 35 ບໍລິສັດເກົາຫຼີ, ລວມມີ ອາຫານເສີມເພື່ອສຸຂະພາບ, ໝີ່ເຄິ່ງສຳເລັດຮູບ, ຕັອກໂບກີ, ເຂົ້າໜົມ ແລະ ເຄື່ອງດື່ມ. ສ່ວນໂຊນເຄື່ອງສຳອາງແລະຄວາມງາມແມ່ນມີທັງໝົດ15 ບໍລິສັດຈາກ ແຂວງອິນຊອນ ທີ່ໄດ້ນໍາສະເໜີສິນຄ້າຫຼາຍກວ່າ75ຜະລິດຕະພັນ, ລວມມີ ເຄື່ອງສຳອາງ, ຜະລິດຕະພັນຄວາມງາມ, ເຄື່ອງໃຊ້ປະຈຳວັນ ແລະ ເຄື່ອງຕົກແຕ່ງພາຍໃນ.
ງານດັ່ງກ່າວ ຊ່ວຍເຮັດໃຫ້ຜູ້ສົ່ງອອກໄດ້ເຂົ້າເຖິງລູກຄ້າຜູ້ຊົມໃຊ້ ທີ່ມີສັກກະຍະພາບ ມີຄວາມສົນໃຈຈາກຜູ້ອຸປະໂພກບໍລິໂພກຫຼາຍຂຶ້ນ. ເຖິງວ່າການເຈລະຈາທາງທຸລະກິດຈະຊ່ວຍກຳນົດຊ່ອງທາງການຂາຍ, ແຕ່ຂໍ້ສະເໜີໂດຍກົງຈາກຜູ້ເຂົ້າຊົມງານ ຈະຊ່ວຍໃຫ້ບໍລິສັດຕ່າງໆ ເຂົ້າໃຈຄວາມພຶງພໍໃຈຈາກຜູ້ຊົມໃຊ້ຕົວຈິງ ກ່ຽວກັບ ຜະລິດຕະພັນ, ລາຄາ,ວັດທຸດິບ ການນຳໃຊ້ສິນຄ້າ ແລະ ການຫຸ້ມຫໍ່ເຊິ່ງເປັນພື້ນຖານສຳລັບການພັດທະນາຕະຫຼາດໃນອະນາຄົດ.
ທ່ານ ປັກຈຸ່ນກິວ ຫົວໜ້າຕາງໜ້າອົງການ KOTRA ວຽງຈັນ ປະຈຳລາວ, ໄດ້ສະແດງຄວາມຂອບໃຈ ຕໍ່ພາກລັດ, ບໍລິສັດ ສ ເກົາຫຼີ, ບັນດານັກທຸລະກິດລາວ, ຄະນະອາຈານ, ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດ ພ້ອມທັງຜູ້ເຂົ້າຊົມທຸກທ່ານ ທີ່ມີສ່ວນຮ່ວມ ໃນງານ Korea Lifestyle Festival 2026. ທ່ານໄດ້ຢ້ຳວ່າ: ງານນີ້ເປັນໂອກາດສຳຄັນຍິ່ງ ໃນການເຊື່ອມໂຍງຜູ້ສະໜອງຈາກ ສ ເກົາຫຼີ ກັບນັກທຸລະກິດລາວ, ໃຫ້ເຂົ້າໃຈເຖິງຄວາມຕ້ອງການຂອງຕະຫຼາດທ້ອງຖິ່ນໄດ້ດີຂຶ້ນແລະ ເສີມສ້າງຄວາມຮ່ວມມືທາງທຸລະກິດໃຫ້ເຂັ້ມແຂງ. ທ່ານຍັງໄດ້ຢືນຢັນຄວາມມຸ່ງໝັ້ນຂອງ ອົງການ KOTRAວຽງຈັນ ຈະມຸ່ງເນັ້ນຂະຫຍາຍຕະຫຼາດ ສໍາລັບຜະລິດຕະພັນ ສ ເກົາຫຼີ ແລະ ສົ່ງເສີມຄວາມຮ່ວມມືທາງການຄ້າ ທີ່ຍືນຍົງ ລະຫວ່າງ ສເກົາຫຼີ ແລະ ສປປ ລາວ.
ຄໍາເຫັນ