![]() |
ທ່ານ ທອງ ສຸວັນທາ ປະຊາຊົນບ້ານໂນນບໍ່ແກ້ວ ເມືອງໄຊທານີ ນວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ມື້ນີ້ຕັ້ງໃຈພາລູກ-ຫຼານມາຊົມ-ເຊຍການແຂ່ງຂັນຊ່ວງເຮືອ ເພື່ອໃຫ້ລູກ-ຫຼານໄດ້ຮັບຮູ້ເຖິງບຸນຊ່ວງ ເຮືອ ທ່າວັດຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ໃນຮີດ 12 ຄອງ 14 ປະເພນີລາວ ແລະ ໃຫ້ໄດ້ຮັບຮູ້ເຖິງວັດທະນະທໍາຮີດຄອງປະເພນີອັນດີງາມຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ເມື່ອຮອດເດືອນ 11 ລາວ ແລະ ຮູ້ສຶກດີໃຈ, ປະທັບໃຈ ໄດ້ມາທ່ຽວຊົມການແຂ່ງຂັນຊ່ວງເຮືອໃນປີນີ້ ຊຶ່ງເຫັນວ່າມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈການແຂ່ງຂັນຊ່ວງເຮືອ ກໍຄືວັດທະນາທໍາອັນດີງາມລາວເປັນຢ່າງດີ.
![]() |
ທ່ານ ນາງ ວອນ ພະນັກງານຮ້ານນວດບານສະບາຍ ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນວ ກ່າວວ່າ: ຕົນເອງໄດ້ມາທ່ຽວບຸນຊ່ວງເຮືອເປັນຄັ້ງທໍາອິດ ຮູ້ສຶກດີໃຈ ແລະ ປະທັບໃຈຫຼາຍ ທີ່ໄດ້ມີໂອກາດມາທ່ຽວຊົມ-ເຊຍ ບຸນຊ່ວງເຮືອໃນປີນີ້ ເຖິງແມ່ນວ່າມື້ນີ້ອາກາດຈະຂ້ອນຂ້າງຮ້ອນ ແຕ່ກໍບໍ່ເປັນອຸປະສັກ ຖ້າມີໂອກາດປີໜ້າຊິມາທ່ຽວຊົມອີກ.
![]() |
ການແຂ່ງຂັນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນວ ໃນປີນີ້ ເຫັນວ່າມີມວນຊົນທຸກສາລະທິດໃຫ້ຄວາມສົນໃຈ ຫຼັ່ງໄຫຼກັນມາທ່ຽວຊົມ, ເຊຍເປັນຈໍານວນຫຼາຍ ຊຶ່ງໄດ້ສ້າງຄວາມມ່ວນຊື່ນ ແລະ ປະທັບໃຈຕໍ່ຜູ້ມາທ່ຽວເປັນຢ່າງດີ.



ຄໍາເຫັນ