ບົດລາຍງານຊີ້ໃຫ້ເຫັນວ່າ: ຈຳນວນຄົນເຈັບໄຂ້ເລືອດອອກສະສົມໃນບັງກລາເທດສຳລັບປີ 2026 ຈະເກີນ 123,000 ຄົນ, ໂດຍມີຜູ້ເສຍຊີວິດ 384 ຄົນ, ແບ່ງອອກເປັນດັ່ງຕໍ່ໄປນີ້: ເດືອນມິຖຸນາ 13 ຄົນ, ກໍລະກົດ 36 ຄົນ, ສິງຫາ 43 ຄົນ, ກັນຍາ 148 ຄົນ ແລະ ຕຸລາ 139 ຄົນ.
ທ່ານ ທາຣິກ ຣາມານ ນາຍົກລັດຖະມົນຕີບັງກລາເທດ ໄດ້ສັ່ງໃຫ້ອົງການທີ່ກ່ຽວຂ້ອງດຳເນີນການໂຄສະນາສ້າງຄວາມຮັບຮູ້ກ່ຽວກັບການປ້ອງກັນໄຂ້ເລືອດອອກໃຫ້ແກ່ປະຊາຊົນໂດຍການໃຊ້ໂທລະໂຄ່ງໃນເຂດຊຸມຊົນທີ່ຢູ່ອາໄສ.
ນອກຈາກນັ້ນ, ໄຂ້ເລືອດອອກຍັງແຜ່ລະບາດຢ່າງຕໍ່ເນື່ອງນອກເໜືອຈາກເດືອນມິຖຸນາ-ກັນຍາ ຊຶ່ງເປັນໄລຍະການລະບາດຕາມປົກກະຕິໃນບັງກະລາເທດ.
ຄໍາເຫັນ