ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ ແຂວງຫູໜານ ສປ ຈີນ

ບົດຮຽນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ​18 ຖ້ຳ ເມືອງຮວາຢວນ  ແຂວງຫູໜານ ສປ ຈີນ
ນັບ​ແຕ່​ກອງ​ປະຊຸມ ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເປັນຕົ້ນ​ມາ, ສູນ​ກາງ​ພັກ​ທີ່​ຖື​ເອົາ​ສະ ຫາຍ ສີ​ຈິ້ນ​ຜິງ ເປັນ​ແກນ​ນຳ​ຂອງ​ພັກ ໄດ້​ນຳພາ​ປະຊາຊົນຈີນ ຍາດ​ໄດ້ຜົນ​ສຳເລັດ ແລະ ​ໄດ້​ເກີດ​ມີ​ການ​ປ່ຽນແປງ​ຄັ້ງ​ໃຫຍ່ທີ່ມີ​ລັກສະນະ​ປະຫວັດສາດ, ທີ່​ໄດ້​ຈາລຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ ການ​ແກ້​ໄຂ​ຄວາມທຸກ​ຍາກ ຕາມທິດ​ຊີ້​ນຳ​ທີ່​ຖືກ​ເປົ້າ​ໝາຍ ຂອງປະທານ ສີ​ ຈິ້ນ​ຜິງ ໂດຍ​ຖື​ເອົາ​ປະຊາຊົນ​ເປັນ​ແກນ​ກາງ ດ້ວຍ​ການ​ສົ່ງເສີມ​ໃຫ້​ເຂດ​ທີ່​ທຸກ​ຍາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ຍາກຈົນ ແລະ ເລັ່ງ​ລັດ​ພັດທະ ນາ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນໃຫ້​ມີ​ຄວາມ​ຈະ ເລີນ​ຮຸ່ງ​ເຮືອງ. ນັ້ນ​ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳເປັນພື້ນຖານ​ຂອງ​ສັງຄົມ​ນິຍົມ.

 

ບດຮຽນການແກໄຂຄວາມທກຍາກຂອງປະຊາຊນຢບານ​18 ຖຳ ເມອງຮວາຢວນ ແຂວງຫໜານ ສປ ຈນ - image 1
 

ການກໍ່ສ້າງສັງຄົມນິຍົມໃຫ້ມີຊີວິດການເປັນຢູ່ລະດັບປານກາງນັ້ນຖືວ່າເປັນວຽກທີ່ມີຄວາມຫຍຸ້ງຍາກສັບສົນພໍສົມຄວນ ໂດຍສະເພາະ ໃນຂົງເຂດຊົນນະບົດ, ຖ້າວ່າໃນສັງຄົມຍັງມີຄວາມທຸກຍາກຂາດເຂີນນັ້ນກໍບໍ່ສາມາດເວົ້າໄດ້ວ່າ ເປັນສັງຄົມທີ່ກິນອີ່ມນຸ່ງອຸ່ນໄດ້. ສະນັ້ນ, ສູນກາງພັກກອມມູນິດຈີນຖືເອົາວຽກງານຫຼຸດຜ່ອນຄວາມທຸກຍາກເປັນບຸລິມະສິດທຳອິດທີ່ສຳຄັນ. ໃນນີ້, ບ້ານ 18 ຖ້ຳ ກໍແມ່ນບ້ານໜຶ່ງທີ່ປະທານ ສີ ຈິ້ນຜິງ ໄດ້ມານຳສະເໜີແນວຄວາມຄິດ ເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາ ຊົນ, ສ້າງຄວາມຢູ່ດີກິນດີ ແລະ ຄວາມຮັ່ງຂອງປະຊາຊົນ.

ສະພາບຈຸດພິເສດລວມຂອງບ້ານ 18 ຖ້ຳແມ່ນບ້ານໜຶ່ງທີ່ຕັ້ງຢູ່ທິດຕາເວັນຕົກຂອງແຂວງຫູ ໜານ, ຫ່າງຈາກນະຄອນສາງຊ່າເທສະບານແຂວງຫູໜານປະມານ 416 ກິໂລແມັດ, ຂຶ້ນກັບເມືອງຮວາຢວນ ເຂດປົກຄອງຕົນເອງຂອງເຜົ່າທູເຈ່ຍ ແລະ ເຜົ່າມົ້ງ, ປະກອບມີ 4 ບ້ານ, ມີ

ເນື້ອທີ່ທັງໝົດ 13.8 ກິໂລຕາແມັດ. ຜ່ານການເກັບກຳຂໍ້ມູນໃນ ປີ 2023 ທີ່ຜ່ານມາ, ບ້ານ 18 ຖໍ້າ ມີທັງໝົດ 249 ຄອບຄົວ ແລະ ມີປະ ຊາກອນທັງໝົດ 990 ຄົນ. ບ້ານ 18 ຖ້ຳແມ່ນເອີ້ນຕາມຖ້ຳຫີນປູນທຳມະຊາດ 18 ແຫ່ງ ທີ່ມີຢູ່ໃນຂອບເຂດພື້ນທີ່ຂອງບ້ານ, ມີທິວທັດພູເຂົາ, ຮ່ອມພູ ແລະ ຖ້ຳຕ່າງໆ. ນອກຈາກນີ້, ຍັງມີອັດຕາການປົກຫຸ້ມຂອງປ່າໄມ້ກວມ 80% ຂອງໝູ່ບ້ານ. ບ້ານ 18 ຖໍ້າແມ່ນບ້ານແບບຢ່າງທີ່ໂດດເດັ່ນຂອງການພັດທະນາຊົນນະບົດໃນປະເທດຈີນ, ເປັນບ່ອນກຳເນີດແນວຄິດ “ການຫຼຸດຜ່ອນຄວາມທຸກຍາກຢ່າງຖືກເປົ້າໝາຍ” ຂອງສະ ຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ທີ່ໄດ້ມາຢ້ຽມຢາມ ບ້ານ 18 ຖ້ຳ ໃນເດືອນພະຈິກ ປີ 2013 ແລະ ເດືອນກຸມພາ ປີ 2017. ບ້ານດັ່ງກ່າວ, ໄດ້ສູ້ຊົນແກ້ໄຂຄວາມທຸກຍາກຈົນສຳ ເລັດ ຊຶ່ງສະແດງໃຫ້ເຫັນຕົວຊີ້ວັດທາງດ້ານລາຍຮັບສະເລ່ຍຕໍ່ຫົວຄົນ ເພີ່ມຂຶ້ນສູງເຖິງ 10.180 ຢວນຕໍ່ຄົນ/ປີ. ອັນທີ່ພົ້ນເດັ່ນແມ່ນການນຳໃຊ້ທ່າແຮງບົ່ມຊ້ອນທາງຊັບພະຍາກອນທຳມະຊາດ ແລະ ໄດ້ນຳໃຊ້ຊັບພະຍາກອນແບບຍືນຍົງທີ່ອຸດົມສົມບູນແບບດັ່ງເດີມມາໝູນໃຊ້ເຂົ້າໃນການພັດທະນາຂະແໜງການຕ່າງໆພົ້ນເດັ່ນຂຶ້ນ ແລະ ກາຍເປັນ

ບົດຮຽນອັນລ້ຳຄ່າໃຫ້ແກ່ໂລກ ສະແດງໃຫ້ເຫັນຄື:

- ການທ່ອງທ່ຽວຊົນນະບົດແບບທຳມະຊາດ, ເປັນຂະແໜງໜຶ່ງທີ່ໂດດເດັ່ນຂຶ້ນ ແລະ ໄດ້ຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ສະເລ່ຍ 600,000 ເທື່ອຄົນ ໃນປີ 2018, ມາຮອດເດືອນມີຖຸນາປີ 2021 ບ້ານ 18 ຖໍ້າ ໄດ້ພັດທະນາແຫຼ່ງທ່ອງທ່ຽວເພີ່ມອີກ 2 ແຫ່ງ ແລະ ໄດ້ຮັບຮອງຢ່າງເປັນທາງການ ໃຫ້ເປັນແຫຼ່ງທ່ອງທ່ຽວລະດັບ 5A ແຫ່ງຊາດ. ໃນປີ 2023, ໄດ້ຕ້ອນຮັບນັກທ່ອງທ່ຽວເພີ່ມຂຶ້ນເປັນ 883,000 ເທື່ອຄົນ ແລະ ໄດ້ສ້າງລາຍຮັບຈາກການທ່ອງທ່ຽວສູງເຖິງ 19 ລ້ານຢວນ. ເດືອນພະຈິກ ປີ 2024, ບ້ານ 18 ຖ້ຳ ໄດ້ຮັບໃບຍ້ອງຍໍໃຫ້ເປັນໜຶ່ງໃນ ບ້ານທ່ອງທ່ຽວທີ່ສວຍງາມທີ່ສຸດ.

- ອຸດສາຫະກຳການປັກແສ່ວຂອງຊົນເຜົ່າມົ້ງໃນບ້ານ 18 ຖໍ້າ (Shbadong) ໄດ້ປ່ຽນມໍຣະດົກວັດທະນະທຳທີ່ຈັບຕ້ອງບໍ່ໄດ້ໃຫ້ກາຍເປັນ “ເສດຖະກິດຈັບຕ້ອງໄດ້” (fingertip economy) ທີ່ກຳລັງຈະເລີນຮຸ່ງເຮືອງ. ໃນປີ 2014, ຊ່າງຫັດຖະກຳຍິງ ຂອງທ້ອງຖິ່ນ 54 ຄົນ ໄດ້ຮ່ວມກັນສ້າງຕັ້ງສະຫະກອນຂຶ້ນ, ຕໍ່ມາໄດ້ພັດທະນາກາຍເປັນບໍລິ ສັດອຸດສາຫະກຳວັດທະນະທຳການປັກແສ່ວມົ້ງ ສິບແປດຖໍ້າຫູໜານ ຮວາຢວນ ຈຳກັດ (Hunan Huayuan Shbadong Miao Embroidery Cultural Industry Co., Ltd.) ໃນປີ 2022, ໄດ້ສ້າງຕ່ອງໂສ້ອຸດສາຫະກຳຄົບວົງຈອນ. ຂະບວນການຜະລິດໃນປັດຈຸບັນ, ປະກອບມີສາຍການຜະລິດປັກແສ່ວອັດສະລິຍະ 6 ສາຍ ຊຶ່ງໃຊ້ເຄື່ອງຈັກຮັບໜ້າ ທີ່ເຮັດລວດລາຍພື້ນຖານ. ໃນຂະນະທີ່ຊ່າງຫັດຖະກຳຈະເພີ່ມລາຍລະອຽດອັນປານີດດ້ວຍການປັກມື. ທັງໝົດນີ້ດຳເນີນການຢູ່ໃນຖານການຜະລິດແບບດີຈີຕອນທີ່ດັດແປງມາຈາກອາຄານໂຮງຮຽນເກົ່າ. ຜະລິດຕະພັນຕ່າງໆເຊັ່ນ: “ໝວກຫົວເສືອ” ໄດ້ຮັບຄວາມນິຍົມຢ່າງສູງໃນຊ່ອງທາງອອນລາຍ. ປີ 2025, ຜະລິດຕະພັນປັກແສ່ວມົ້ງຫຼາຍກວ່າ 200,000 ຊິ້ນ ໄດ້ຖືກສົ່ງອອກຈາກເຂດຊຽງຊີ (Xiangxi) ແລະ ໃນປີ 2026, ວິສາຫະກິດດັ່ງກ່າວ ໄດ້ເລີ່ມຕອບສະໜອງຄຳສັ່ງຊື້ຈາກສະຫະລັດອາເມຣິກາ ຜ່ານທາງ Amazon. ປັດຈຸ

ບັນ, ມີຜະລິດຕະພັນ 6 ປະເພດ ວາງຈຳໜ່າຍຢູ່ເທິງແພລັດຟອມການຄ້າເອເລັກໂຕຣນິກຂ້າມຊາຍແດນ. ອຸດສາຫະກຳນີ້ໄດ້ສ້າງໂອກາດການຈ້າງງານທີ່ມີຄວາມຢືດຢຸນໃຫ້ແກ່ແມ່ຍິງ ຫຼາຍກວ່າ 500 ຄົນ, ໃນ 8 ບ້ານໃກ້ຄຽງ, ຊ່ວຍເພີ່ມລາຍໄດ້ສະເລ່ຍຕໍ່ເດືອນຂອງພວກເຂົາຫຼາຍກວ່າ 1,500 ຢວນ, ເຮັດໃຫ້ມູນຄ່າການຜະລິດປະຈຳປີ ສູງເຖິງ 20 ລ້ານຢວນ. ໂຄງການນີ້, ໄດ້ແກ້ໄຂບັນຫາການຊອກວຽກເຮັດງານທຳໃນທ້ອງຖິ່ນ ສຳລັບແມ່ຍິງໄດ້ຢ່າງມີປະສິດທິຜົນ.

- ອຸດສາຫະກຳປູກໝາກກີວີ (Kiwifruit) ໂດຍອີງໃສ່ຮູບແບບ “ເສດຖະກິດນອກພື້ນທີ່ກັບການຮ່ວມມືແບບຫຸ້ນສ່ວນ”. ນັບຕັ້ງ

ແຕ່ປີ 2014 ເປັນຕົ້ນມາ, ເພື່ອແກ້ໄຂບັນຫາການຂາດແຄນທີ່ດິນກະສິກຳໃນທ້ອງຖິ່ນ, ທາງບ້ານໄດ້ເຊົ່າທີ່ດິນຈຳນວນປະ ມານ 66.7 ເຮັກຕາ ຊຶ່ງຕັ້ງຢູ່ຫ່າງອອກໄປ 31 ກິໂລແມັດ ໃນເຂດອຸທະຍານວິທະຍາສາດ ແລະ ເຕັກໂນໂລຊີກະສິກຳແຫ່ງຊາດ Xiangxi ໂດຍໄດ້ຮັບການສະໜັບສະໜູນດ້ານເຕັກນິກຈາກສວນພຶກສາສາດ Wuhan (Wuhan Botanical Garden) ພາຍໃຕ້ສະຖາບັນວິທະຍາສາດຈີນ, ທາງບ້ານໄດ້ປູກໝາກກີວີຊະນິດເນື້ອສີເຫຼືອງ. ໃນຂະນະທີ່ບໍລິສັດຄູ່ຮ່ວມງານໄດ້ຕົກລົງຮັບຊື້ຜົນຜະລິດທັງໝົດ, ມີການສ້າງຕັ້ງສະຫະກອນຂຶ້ນ ເພື່ອຄຸ້ມຄອງການແບ່ງປັນຜົນກຳໄລ ໂດຍຊາວບ້ານຖືຫຸ້ນ 39%, ວິສາຫະກິດຖືຫຸ້ນ 51% ແລະ ກຸ່ມລວມໝູ່ຂອງບ້ານຖືຫຸ້ນ 10%. ຄອບຄົວ

ທີ່ທຸກຍາກໄດ້ນຳໃຊ້ທຶນຊ່ວຍ ເຫຼືອຈາກລັດຖະບານ ເພື່ອແກ້ໄຂຄວາມທຸກຍາກມາລົງທຶນໃນໂຄງການນີ້ (ໃນລາຄາ 3,000 ຢວນຕໍ່ຫຸ້ນ), ເຮັດໃຫ້ຊາວບ້ານທຸກຄົນ ກາຍເປັນຜູ້ຖືຫຸ້ນ. ພາຍຫຼັງການເກັບກ່ຽວຄັ້ງທຳອິດ ໃນປີ 2017, ຄອບຄົວທີ່ທຸກຍາກທີ່ໄດ້ລົງທະບຽນໄວ້ ໄດ້ຮັບເງິນປັນຜົນສະເລ່ຍຄອບຄົວລະ 1,000 ຢວນ.

ຮອດປີ 2019, ຊາວບ້ານຈຳນວນ936 ຄົນ ໄດ້ຮັບເງິນປັນຜົນລວມ ທັງໝົດ 1.18 ລ້ານຢວນ ຊຶ່ງເປັນການປ່ຽນຂໍ້ເສຍປຽບເລື່ອງ “ການຂາດ ແຄນທີ່ດິນ” ໃຫ້ກາຍເປັນປັດ ໄຈສຳຄັນໃນການເພີ່ມລາຍຮັບ.

- ອຸດສາຫະກຳນ້ຳເຜິ້ງໄດ້ດຳເນີນງານໂດຍອີງໃສ່ຮູບແບບ “ຜູ້ປະກອບການຮ່ວມກັບສະຫະ ກອນ”. ທ່ານ Long Xianlan ຊາວບ້ານຜູ້ໜຶ່ງທີ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ, ລາວເລີ່ມຕົ້ນຈາກການລ້ຽງເຜິ້ງ ພຽງແຕ່ 4 ຮັງ, ມາຮອດປີ 2016, ທຸລະກິດລ້ຽງເຜິ້ງຂອງລາວ ສ້າງລາຍຮັບໄດ້ 50,000 ຢວນ ຊຶ່ງຊ່ວຍໃຫ້ລາວຫຼຸດພົ້ນອອກຈາກຄວາມທຸກຍາກ ໄດ້ຢ່າງສົມບູນ. ໃນປີ 2017, ລາວໄດ້ເປັນແກນນຳ

ໃນການສ້າງຕັ້ງສະຫະກອນຂຶ້ນ, ປັດຈຸບັນໄດ້ຂະຫຍາຍສະມາຊິກເພີ່ມເປັນ 562 ຄົນ, ຈາກ 118 ຄອບຄົວ ແລະ ມີຮັງເຜິ້ງຫຼາຍກວ່າ 300 ຮັງ. ນອກຈາກນີ້, ຍັງມີອີກຫຼາຍກວ່າ 100 ຄອບຄົວ ທັງພາຍໃນບ້ານ ແລະ ພື້ນທີ່ໃກ້ຄຽງ ໄດ້ຫັນມາປະກອບອາຊີບລ້ຽງເຜິ້ງ ໂດຍມີການຮັບປະກັນການຮັບຊື້ຜົນຜະລິດ. ເພື່ອຮັບປະກັນຄຸນນະພາບ, ສະຫະ ກອນໄດ້ນຳໃຊ້ເຕັກນິກແບບທັນສະໄໝ. ມາຮອດປີ 2025, ບໍລິສັດນໍ້າເຜິ້ງດັ່ງກ່າວ ມີມູນຄ່າຜົນຜະລິດ ບັນລຸເຖິງ 1,8 ລ້ານຢວນຕໍ່ປີ, ເປັນການສ້າງພື້ນຖານອຸດສາຫະກຳທີ່ເຂັ້ມແຂງສຳລັບການສ້າງວຽກເຮັດງານທຳໃນທ້ອງຖິ່ນ.

ໃນວັນທີ 2 ມິຖຸນາ 2018 ຜ່ານມາ, ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ ກໍເຄີຍໄປຢ້ຽມຢາມບ້ານ 18 ຖໍ້າ ເພື່ອສຶກສາເອົາບົດຮຽນຂອງຈີນກ່ຽວກັບການຫຼຸດຜ່ອນຄວາມ ທຸກຍາກ ແລະ ພັດທະນາຊົນນະບົດ. ການໄປຢ້ຽມຢາມດັ່ງກ່າວ, ເປັນການສ້າງຄວາມເຊື່ອໝັ້ນ ແລະ ຄວາມສົນໃຈໃຫ້ແກ່ບ້ານ 18 ຖ້ຳ, ທັງເປັນການສ້າງແຮງບັນດານໃຈໃຫ້ປະຊາຊົນພາຍໃນບ້ານ. ຕໍ່ກັບຄວາມສາມາດໃນການຫຼຸດພົ້ນອອກຈາກຄວາມ ທຸກຍາກໃນໄລຍະສັ້ນ. ຊາວບ້ານ 18 ຖ້ຳ ໄດ້ຮ່ວມແຮງຮ່ວມໃຈກັນຂຽນຈົດໝາຍເຖິງສະຫາຍ ບຸນຍັງ ວໍລະຈິດ ເນື່ອງໃນໂອກາດໃກ້ຈະເຖິງວັນບຸນປີໃໝ່ລາວ ເພື່ອອວຍພອນ ແລະ ເປັນການແຈ້ງຈຸດປະສົງໃຫ້ສະຫາຍຊາບ ຕໍ່ກັບຜົນສຳເລັດໃນການລຶບລ້າງຄວາມທຸກຍາກ, ສະແດງໃຫ້ເຖິງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງສະຫາຍ ບຸນຍັງ ວໍລະຈິດ. ຂະນະທີ່ສະຫາຍ ບຸນຍັງ ວໍລະຈິດ ກໍໄດ້ຂຽນຈົດໝາຍຕອບກັບຊາວບ້ານ 18 ຖ້ຳ ທີ່ທ່ານຍັງຈື່ບໍ່ລືມບັນຍາກາດອັນອົບອຸ່ນສະໜິດ ສະໜົມຂອງຊາວບ້ານໃນການຕ້ອນຮັບຄະນະຜູ້ແທນລາວ ໃນຄັ້ງນັ້ນ ຊຶ່ງເນື້ອໃນຈົດໝາຍແມ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຮອບ ດ້ານຂອງການພັດທະນາບ້ານ 18 ຖ້ຳ ກ່ຽວກັບຜົນສໍາເລັດການລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ໃນໄລຍະເວລາອັນສັ້ນ, ພາຍໃຕ້ທິດຊີ້ນຳທີ່ສຳຄັນ, ຖືກຈຸດ ແລະ ຖືກເປົ້າໝາຍ ຂອງສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່. ໃນຊຸມປີຜ່ານມາ, ໄດ້ເຮັດໃຫ້ບ້ານ 18 ຖ້ຳ ມີໃບໜ້າອັນ ໃໝ່, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ. ຜົນສຳເລັດ ຂອງບັນດາສະຫາຍໄດ້ກາຍເປັນ ບົດຮຽນອັນລ້ຳຄ່າທີ່ສຸດປຽບ ເໝືອນຄຳເວົ້າທີ່ວ່າ: ໃນທ້ອງຟ້າບໍ່ມີຫຍັງມີຄ່າເທົ່າກັບປະຊາຊົນ”.

ນອກຈາກນີ້, ບ້ານ 18 ຖໍ້າ ຍັງໄດ້ສ້າງສາຍພົວພັນແຮກສ່ຽວ ເປັນບ້ານມິດຕະພາບສາກົນກັບບ້ານຖິ່ນຊົມ ສປປ ລາວ ກັບບ້ານ 18 ຖ້ຳ ສປ ຈີນ ຊຶ່ງໄດ້ເຊັນສັນຍາແຮກສ່ຽວ ໃນວັນທີ 3 ພະຈິກ ປີ 2023 ດ້ວຍເນື້ອໃນລົງເລິກການຮ່ວມມືພັດທະນາບ້ານ, ມີ 5 ໂຄງການເຊັ່ນ: ໂຄງການຂຸດລອກຄອງຊົນລະປະທານຫວຍຊີ 2; ໂຄງການສ້າງໂຮງຮຽນອະນຸບານ, ໂຄງການຊ່ວຍສ້ອມແປງຮ່ອມທາງຊອຍເຂົ້າບ້ານຈຳນວນ 8 ຮ່ອມ ລວມມີຄວາມຍາວ 2004 ແມັດ ພ້ອມທັງມີໄຟເຢືອງທາງ; ໂຄງການສ້າງຫ້ອງການບ້ານ ສອງຊັ້ນ ພ້ອມດ້ວຍອຸປະກອນ ແລະ ໂຄງການຊ່ວຍເຫຼືອປະຊາຊົນທຳການຜະລິດປູກຝັງ-ລ້ຽງສັດ, ອັນໄດ້ເຮັດໃຫ້ປະຊາຊົນຊາວບ້ານຖິ່ນຊົມມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.

ຄວາມຮູ້ສຶກຂອງຜູ້ຂຽນ ຜ່ານການມາທັດສະນະເກັບກຳຂໍ້ມູນ ກ່ຽວກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ 18 ຖ້ຳ ເມືອງຮາວຢວນ ແຂວງຫູໜານ ສປ ຈີນ ພໍໄດ້ມາຮອດແຂວງຫູໜານເປັນດິນແດນທີ່ເຕັມໄປດ້ວຍຄວາມອຸດົມສົມບູນ ຄວາມມີຊີວີດຊີວາກໍຄືຄວາມຜູກພັນຂອງປະຊາຊົນ. ຂ້າພະເຈົ້າກໍຮູ້ສຶກປະທັບໃຈທີ່ສຸດທີ່ໄດ້ສຳຜັດພາບບັນຍາກາດອົບອຸ່ນຈາກການຕ້ອນຮັບຂອງຊາວບ້ານ ເຕັມໄປດ້ວຍຄວາມໄມຕີຈິດມິດຕະພາບອັນສະໜິດສະໜົມທີ່ ປະຫວັດສາດໄດ້ປະໄວ້, ສະແດງເຖິງມິດຕະພາບອັນເປັນມູນ ເຊື້ອທີ່ເລິກເຊິ່ງຂອງສອງພັກ ແລະ ປະຊາຊົນສອງຊາດໄດ້ສ້າງຂຶ້ນໃນພາລະກິດຕໍ່ສູ້ກູ້ຊາດ ແລະ ການສ້າງສາພັດທະນາປະເທດຊາດທີ່ມີການນຳຮຸ່ນອາວຸໂສຂອງພັກຂອງລັດໄດ້ສ້າງຂຶ້ນ ໂດຍຜ່ານສາຍພົວພັນ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ຕາມທິດ 4 ດີ ຄື: “ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ມິດສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ໄດ້ເຮັດໃຫ້ຂ້າພະເຈົ້າເຂົ້າໃຈຢ່າງເລິກ ເຊິ່ງຂຶ້ນຕື່ມ ໂດຍສະເພາະແມ່ນຂໍສະແດງຄວາມຂອບໃຈຢ່າງຈິງໃຈ ນຳ CMG ໂດຍຜ່ານໂຄງການຍ່າງຊົມທົ່ວຈີນທີ່ໄດ້ສ້າງໂອກາດໃຫ້ຂ້າພະເຈົ້າ ໃນນາມເປັນຄູສອນທິດສະດີຄົນໜຶ່ງທີ່ຮັບໂອກາດຖືກຄັດເລືອກຈາກ CMG ເພື່ອໄປສໍາຜັດພຶດຕິກຳຕົວຈິງກ່ຽວກັບການລຶບລ້າງຄວາມທຸກຍາກຂອງປະຊາຊົນ ຢູ່ບ້ານ 18 ຖ້ຳ ເພື່ອເປັນການຢັ້ງຢືນເຖິງສັດຈະທຳ ລະຫວ່າງທິດສະດີ ແລະ ພຶດຕິກຳແມ່ນໄດ້ມາຈາກການສັງເກດ ແລະ ການຕີລາຄາສະພາບຕົວຈິງ ເພື່ອສ້າງເປັນທິດສະດີໃໝ່ຂຶ້ນມາ ໂດຍຜ່ານຈາກເຫດການ ແລະ ສະພາບຄວາມເປັນຈິງທີ່ຜູ້ຂຽນໄດ້ພົບເຫັນ. ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າ: “ທິດສະດີທີ່ແທ້ຈິງແມ່ນໄດ້ມາຈາກພຶດຕິກຳຕົວຈິງ. ດັ່ງຄຳຂວັນມ້ວນທ້າຍຂອງກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນ ນໍ້າເຕົ້າເປົ່າເຮັດໃຫ້ປະເທດປະສົບຄວາມເສຍຫາຍ, ການເຮັດແທ້ທຳຈິງ ສາມາດສ້າງຊາດໃຫ້ຈະເລີນ, ຕ້ອງມີຄວາມໝັ້ນໃຈອັນເດັດດ່ຽວ, ຮ່ວມແຮງຮ່ວມໃຈກັນ ເຮັດວຽກງານຢ່າງທໍລະຫົດອົດທົນ, ບຸກໜ້າບືນຕົວ, ສາມັກຄີສູ້ຊົນ ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ”.

ຄໍາເຫັນ

ຂ່າວຕ່າງປະເທດ

ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສິງກະໂປ - ຊາອຸດິດ ອາຣັບບີ ຮ່ວມມືກັນສ້າງຕັ້ງສະຖານທີ່ເກັບມ້ຽນນ້ຳມັນດິບໃນສິງກະໂປ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ກະຊວງພະລັງງານ, ການຄ້າ ແລະ ອຸດສາຫະກຳສິງກະໂປ ກັບ ກະຊວງພະລັງງານຂອງ ຊາອຸດິດ ອາຣັບບີ ໄດ້ປະກາດແຜນການຮ່ວມກັນເພື່ອສ້າງຕັ້ງສະຖານທີ່ເກັບຮັກສານ້ຳມັນດິບຂອງຊາອຸດິດ ອາຣັບບີ ໃນຖ້ຳໃຕ້ດິນ Jurong ຂອງສິງກະໂປ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນທັນວາ 2027. ຫຼັງຈາກມີການລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ບໍລິສັດ Saudi Aramco ບໍລິສັດນ້ຳມັນແຫ່ງຊາດຊາອຸດິດ ອາຣັບບີ, ອົງການກຳກັບດູແລຕະຫຼາດພະລັງງານຂອງສິງກະໂປ ແລະ ບໍລິສັດ JTC. ການເຈລະຈາລະອຽດຄາດວ່າຈະສຳເລັດໃນເດືອນຂ້າງໜ້າ.
ບັງກລາເທດ ກວດພົບຄົນເຈັບໄຂ້ເລືອດອອກ ຫຼາຍກວ່າ 2,000 ຄົນ ໃນມື້ດຽວ

ບັງກລາເທດ ກວດພົບຄົນເຈັບໄຂ້ເລືອດອອກ ຫຼາຍກວ່າ 2,000 ຄົນ ໃນມື້ດຽວ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ສຳນັກງານບໍລິການສາທາລະນະສຸກຂອງບັງ ກລາເທດ ໄດ້ລາຍງານການກວດພົບຄົນເຈັບໄຂ້ເລືອດ ຈຳນວນ 2,249 ຄົນ ໃນ 24 ຊົ່ວໂມງ ກ່ອນເວລາ 8:00 ໂມງເຊົ້າຂອງວັນທີ 25 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຊຶ່ງເປັນໂຕເລກປະຈໍາວັນສູງສຸດນັບຕັ້ງແຕ່ຕົ້ນປີ 2026 ແລະ ມີຜູ້ເສຍຊີວິດ 7 ຄົນໃນໄລຍະ 24 ຊົ່ວໂມງດຽວກັນ.
ທ່ານ ລູລາ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີບຣາຊິນ ອີກສະໄໝໜຶ່ງ

ທ່ານ ລູລາ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີບຣາຊິນ ອີກສະໄໝໜຶ່ງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ອີງ​ຕາມ​ຜົນ​ການ​ນັບ​​ບັດ​ທີ່​ປະ​ກາດ​ໂດຍ​ສານ​ເລືອກ​ຕັ້ງ​ຂັ້ນ​ສູງບ​ຣາ​ຊິນ​ໃນ​ວັນ​ທີ 25 ຕຸ​ລາ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ການ​ປ່ອນ​ບັດເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊິນ​ຮອບ​ທີ 2 ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງ​ກ່າວ, ທ່ານ​ ລູ​ອິ​ສ ອິ​ນາ​ຊິ​ໂອ ລູ​ລາ ດາ ຊິວ​ວາ ຜູ້​ສ​ະ​ໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກ​​ແຮງ​ງານ ແລະ ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ປັດ​ຈຸ​ບັນ ໄດ້​ຮັບ​ການ​ເລືອກ​ຕັ້​ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ບ​ຣາ​ຊິນ​ອີກ​ສະ​ ໄໝ​ໜຶ່ງ.
ຫວຽດ​ນາມ - ໂປ​ໂລຍ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​

ຫວຽດ​ນາມ - ໂປ​ໂລຍ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 26 ຕຸລາ ຜ່ານມາວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ, ທ່ານ ໂດນັລ ຕຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ໂປ​ໂລຍ ໄດ້​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 – 26 ຕຸ​ລາ ນີ້. ​ພິ​ທີ​ຕ້ອນ​ຮັບ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດຖະ​ມົນ​ຕີ​ຫວຽດນາມ ໃນ​ວັນ​ທີ 26 ຕຸ​ລາ ຜ່ານມາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ ນະຄອນຫຼວງຮ່າ​ໂນ້ຍ.
ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ອົສຕຣາລີ ຈະຫ້າມຄົນດັງ ແລະ ນັກກິລາທີ່ມີຊື່ສຽງໂຄສະນາການພະນັນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ໜ່ວຍງານຄຸ້ມຄອງການສື່ສານ ແລະ ສື່ມວນຊົນຂອງອົສຕຣາລີ ໄດ້ອອກຄຳແນະນຳເບື້ອງຕົ້ນກ່ຽວກັບກົດລະບຽບໃໝ່ທີ່ມີຈຸດປະສົງຫ້າມບຸກຄົນທີ່ມີຊື່ສຽງ ຊຶ່ງລວມທັງນັກກິລາມືອາຊີບໃນປັດຈຸບັນ ແລະ ອະດີດ, ຄົນດັງ, ຜູ້ມີອິດທິພົນໃນສື່ສັງຄົມອອນລາຍ ແລະ ບຸກຄົນອື່ນໆທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ປະກົດຕົວໃນການໂຄສະນາການພະນັນ. ໂດຍກົດລະບຽບເຫຼົ່ານີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027.
ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ກອງ​ທຶນ​ດິນ​ຟ້າ​ອາ​ກາດ ສ​ປ​ຊ ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອເນປານ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງ​ທຶນ​ຮັບ​ມື​ກັບ​ຜົນ​ເສຍ​ຫາຍ​ທີ່ເກີດຈາກ​ດິນ​ຟ້າ​ອາ​ກາດຂອງ ສ​ປ​ຊ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ຫງວນ​ເງິນ​​ຈຳ​ນວນ 20 ລ້ານໂດລາ ໃຫ້​ແກ່​ເນ​ປານ ຕາມ​ການ​ສະ​ເໜີ​ຂອງ​ບັນ​ດາປະ​ເທດ​ອາ​ຊີໃຕ້ ​ພາຍຫຼັງ​ເກີດເຫດ​ນ້ຳຊຸ​ຖ້ວມ​ທີ່​ຮ້າຍ​ແຮງ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ກອງທຶນໄດ້​ສະ​ຫງວນ​ງົບ​ປະ​ມານ​​ຊ່ວຍເຫຼືອ​​ໃຫ້ປະ​ເທດ​ໜຶ່ງ​ນັບ​ແຕ່​​ສ້າງ​ຕັ້​ງ​ຂຶ້ນ, ​ສ້າງ​ຂີດ​ໝາຍ​​ສຳ​ຄັນ​ຕໍ່​ອິດ​ທິ​ພົນ​ຊື່​ສຽງ ແລະ ການ​ເຄື່ອນ​ໄຫວ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງກອງ​ທຶນ.
ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ສິງກະໂປ - ມາເລເຊຍ - ໄທ ຮ່ວມມືພັດທະນາການຊຳລະເງິນດີຈີຕອນຂ້າມແດນ

ຂ່າວຕ່າງປະເທດລາຍງານວ່າ: ອົງການເງິນຕາສິງກະໂປ (MAS) ໄດ້ປະກາດຫວ່າງມໍ່ໆມານີ້ວ່າ, ທະນາຄານກາງຂອງສິງກະໂປ, ມາເລເຊຍ ແລະ ໄທ ຈະຮ່ວມມືກັບຜູ້ປະກອບການໃນພາກອຸດສາຫະກຳການເງິນຂອງແຕ່ລະປະເທດ ເພື່ອພັດທະນາວິທີການຮ່ວມກັນສຳລັບການນຳໃຊ້ສະກຸນເງິນດີຈີຕອນຂ້າມ ແດນ.
ອັດຕາເງິນເຟີ້ພື້ນຖານຍີ່ປຸ່ນເກີນ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ

ອັດຕາເງິນເຟີ້ພື້ນຖານຍີ່ປຸ່ນເກີນ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນລາຍງານວ່າ, ດັດສະນີລາຄາຜູ້ບໍລິໂພກພື້ນຖານຂອງຍີ່ປຸ່ນໃນເດືອນກັນຍາເພີ່ມຂຶ້ນ 2.1% ເມື່ອທຽບກັບປີກ່ອນ ຊຶ່ງສູງເກີນເປົ້າໝາຍອັດຕາເງິນເຟີ້ຂອງທະນາຄານກາງຍີ່ປຸ່ນກຳນົດໄວ້ທີ່ 2% ເປັນຄັ້ງທຳອິດໃນຮອບ 9 ເດືອນ.
3 ໄຕມາດ ປີນີ້ ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນ ລົງທຶນດ້ານຊັບສິນຄົງທີ່ຫຼາຍກວ່າ 450 ຕື້ຢວນ

3 ໄຕມາດ ປີນີ້ ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນ ລົງທຶນດ້ານຊັບສິນຄົງທີ່ຫຼາຍກວ່າ 450 ຕື້ຢວນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານ ຫວ່າງມໍ່ໆມານີ້ວ່າ: ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ແຕ່ເດືອນມັງກອນ ຫາ ເດືອນກັນຍາປີນີ້, ບໍລິສັດເຄືອຂ່າຍໄຟຟ້າແຫ່ງຊາດຈີນໄດ້ບັນລຸການລົງທຶນດ້ານຊັບສິນຄົງທີ່ທັງໝົດຫຼາຍກວ່າ 450 ຕື້ຢວນ, ເພີ່ມຂຶ້ນ 5.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ອາ​ຊຽນ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ອາ​​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 22 ຕຸລາ ຜ່ານມາວ່າ: ບັນ​ດາ​ປະ​ເທດອາ​ຊຽນ ພວມ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນເຕີ​ເນັດ, ການ​ສໍ້​ໂກງ​ອອນ​ລາຍ ແລະ ການ​ຄ້າ​ມະ​ນຸດ, ໃນ​ສະ​ພາບ​ການ​ບັນ​ດາ​ເຄືອ​ຂ່າຍ​ອາຊະ​ຍາ​ກຳ​ທີ່​ນັບ​ມື້​ນັບ​ສວຍ​ໃຊ້​ເຕັກ​ໂນ​ໂລ​ຊີເພື່ອ​ເປີດກວ້າງ​ການ​ເຄື່ອນ​ໄຫວ​ຂ້າມ​ຊາ​ຍ​ແດນ.
ເພີ່ມເຕີມ