ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ການລົງມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍຢ່າງເລິກເຊິ່ງຂອງພັກ-ລັດ ກໍຄືອົງການກາແດງແຫ່ງຊາດລາວ ຊຶ່ງຍາມໃດກໍຢູ່ຄຽງຂ້າງ ແລະ ເປັນທີ່ເພິ່ງຂອງປະຊາຊົນໃນຍາມພົບຄວາມຫຍຸ້ງຍາກ ແລະ ໄພພິບັດຕ່າງໆ ເພື່ອຊ່ວຍໃຫ້ຟື້ນຟູຊີວິດການເປັນຢູ່ ແລະ ສ້າງກຳລັງໃຈໃຫ້ປະຊາຊົນໃນການດຳລົງຊີວິດໃຫ້ດີຂຶ້ນເລື້ອຍໆ.
ໂອກາດນີ້, ທ່ານປະທານອົງການກາແດງແຫ່ງຊາດລາວ ຍັງໄດ້ມີຄຳເຫັນໂອ້ລົມປະຊາຊົນໃຫ້ພ້ອມກັນດຸໝັ່ນທຳມາຫາກິນເພີ່ມພູນຜະລິດຜົນໃນລະດູແລ້ງທີ່ຈະມາເຖິງນີ້ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ ແລະ ກຸ້ມຕົນເອງໃຫ້ຄອບຄົວມີຢູ່ມີກິນຫຼຸດພົ້ນຄວາມທຸກຍາກທັງເປັນການປະກອບສ່ວນໃນການພັດທະນາບ້ານ, ຕາແສງ, ເມືອງ, ແຂວງກໍຄືພັດທະນາປະເທດຊາດ.
(ຂ່າວ: ອົງການກາແດງ)
ຄໍາເຫັນ