ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM

ສາທາລະນະສຸກ ກຽມຄວາມພ້ອມດ້ານການແພດ 24 ຊົ່ວໂມງ ຮັບໃຊ້ກອງປະຊຸມ 3RC-CCM
ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ສາທາລະນະສກ ກຽມຄວາມພອມດານການແພດ 24 ຊວໂມງ ຮບໃຊກອງປະຊມ 3RC-CCM - image 1
 

 

 

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ກະຊວງສາທາລະນະສຸກ ຕາງໜ້າຄະນະຮັບຜິດຊອບທີມແພດຮັບໃຊ້ກອງປະຊຸມ 3RC-CCM ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 16 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ການປະສານງານ ແລະ ການກຽມຄວາມພ້ອມຮັບໃຊ້ກອງປະຊຸມໃນຄັ້ງນີ້ເລີ່ມແຕ່ວັນທີ 12 ຫາ18ກັນຍາ 2026 ໂດຍໄດ້ຮັບການປະສານງານຢ່າງໃກ້ຊິດຈາກກະຊວງການຕ່າງປະເທດ. ໃນນັ້ນ, ໄດ້ຈັດກຳລັງທີມແພດໝໍສຸກເສີນຈາກໂຮງໝໍສູນກາງ 4 ແຫ່ງຄື: ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ ແລະ ໂຮງໝໍ 103 ກອງທັບ ລົງຕິດຕາມຂະບວນຜູ້ແທນທີ່ໄປເກັບກຳຂໍ້ມູນ ແລະ ລົງຢ້ຽມຢາມພາກສະໜາມເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງຫຼວງພະບາງ ເພື່ອຮອງຮັບເຫດການສຸກເສີນທີ່ອາດຈະເກີດຂຶ້ນແບບບໍ່ຄາດຄິດ.ສຳລັບການປະຈຳການຢູ່ທີ່ນະຄອນຫຼວງວຽງຈັນໄດ້ມີການແບ່ງກຳລັງປະຈຳຢູ່ 14 ໂຮງແຮມ ໂດຍແມ່ນກໍາລັງແພດໝໍຈາກໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ ແລະ ໂຮງໝໍ 103 ກອງທັບ. ນອກຈາກນີ້, ຢູ່ທີ່ໂຮງໝໍສູນກາງທັງ 4 ແຫ່ງ ກໍໄດ້ຈັດທີມແພດສຸກເສີນປະຈໍາການ 24 ຊົ່ວໂມງ ໂຮງໝໍລະ 6 ທ່ານ ລວມບຸກຄະລາກອນການແພດຮັບໃຊ້ກອງປະຊຸມໃນຄັ້ງນີ້ ມີທັງໝົດເກືອບ 100 ທ່ານ ເພື່ອຮອງຮັບການປິ່ນປົວສຸກເສີນໄດ້ທັນເວລາ. ພ້ອມນັ້ນ, ຍັງໄດ້ກະກຽມໝວດເລືອດທຸກໝວດ ເພື່ອຮອງຮັບກໍລະນີສຸກເສີນຕື່ມອີກ. ນອກນັ້ນ, ກໍໄດ້ມີການປະສົມປະສານການແພດເຄື່ອນທີ່ພ້ອມອຸປະກອນ ແລະ ຢາສຸກເສີນຕິດຕາມຂະບວນຜູ້ແທນໃນເວລາເດີນທາງໄປຕ່າງແຂວງອີກດ້ວຍ.

ສາທາລະນະສກ ກຽມຄວາມພອມດານການແພດ 24 ຊວໂມງ ຮບໃຊກອງປະຊມ 3RC-CCM - image 2
 

ຜູ້ອໍານວຍການໂຮງໝໍມິດຕະພາບ ຍັງໃຫ້ຮູ້ຕື່ມວ່າ: ກ່ຽວກັບການເຝົ້າລະວັງພະຍາດ, ເນື່ອງຈາກເປັນໄລຍະລະດູຝົນຫາລະດູໜາວ ຊຶ່ງອາດມີການລະບາດຂອງພະຍາດໄຂ້ຫວັດໃຫຍ່ ຫຼື ໄຂ້ຫວັດປະຈຳລະດູ, ທາງທີມງານໄດ້ມີການເຝົ້າລະວັງ ແລະ ຄັດກອງຢ່າງເຂັ້ມງວດ. ຖ້າຫາກຜູ້ແທນ ຫຼື ແຂກຕ່າງປະເທດມີອາການໄຂ້ ຫຼື ໄອ ແມ່ນໃຫ້ຮີບຮ້ອນແຈ້ງຫາທີມແພດ ຫຼື ຜູ້ປະສານງານປະຈຳ ເພື່ອໃຫ້ທີມແພດເຂົ້າຄັດກອງ, ແຍກປິ່ນປົວ ແລະ ອຳນວຍຄວາມສະດວກໃຫ້ສາມາດເຂົ້າຮ່ວມກອງປະຊຸມໄດ້ຢ່າງປອດໄພ.ຕະຫຼອດໄລຍະການດຳເນີນກອງປະຊຸມເຫັນວ່າສຸຂະພາບຂອງບັນດາແຂກ ແລະ ຜູ້ແທນມີຄວາມແຂງແຮງດີ ແລະ ບໍ່ມີອາການເຈັບປ່ວຍຮ້າຍແຮງມີພຽງແຕ່ການປິ່ນປົວ ແລະ ໃຫ້ການບໍລິການອາການເບົາບາງທົ່ວໄປເທົ່ານັ້ນ. ແນວໃດກໍຕາມຂະແໜງສາທາລະນະສຸກ ຍັງຄົງຮັກສາຄວາມພ້ອມຢ່າງເຕັມຮ້ອຍຮັກສາສຸຂະພາບຂອງແຂກ ແລະ ຜູ້ແທນຕ່າງປະເທດ ເພື່ອໃຫ້ກອງປະຊຸມດຳເນີນໄປຢ່າງມີປະສິດທິພາບ ແລະ ປອດໄພສູງສຸດ.

ສາທາລະນະສກ ກຽມຄວາມພອມດານການແພດ 24 ຊວໂມງ ຮບໃຊກອງປະຊມ 3RC-CCM - image 3
 

ຄໍາເຫັນ

ຂ່າວສາທະລະນະສຸກ

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ໂຮງໝໍເມືອງໂຂງ ສະຫຼຸບວຽກງານ 9 ເດືອນຕົ້ນປີ ແລະ ວາງແຜນ 3 ເດືອນທ້າຍປີ 2026

ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນບໍລິການປິ່ນປົວຄົນເຈັບ ໂຮງໝໍກອງພົນທີ 2

ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ສາທາ ສະຫຼອງວັນຕ້ານພະຍາດວໍ້ໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ສະຫຼອງວັນປະຖົມພະຍາບານໂລກ ປະຈຳປີ 2026

ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ພ້ອມກັນເພີ່ມທະວີເຝົ້າລະວັງ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ

ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ ພາວເວີ ມອບອຸປະກອນການແພດເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ 800 ລ້ານກີບ ໃຫ້ແກ່ ໂຮງໝໍແຂວງຫຼວງພະບາງ ເພື່ອເສີມສັກກະຍະພາບ ການໃຫ້ບໍລິການທາງການແພດ ແລະ ສະໜັບສະໜູນການເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບຂອງປະຊາຊົນ.
ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ-ອົງການໄອຊັບ ປະຈໍາ ສປປ ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ຍົກລະດັບການພະຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ

ໂຮງໝໍມິດຕະພາບ ຮ່ວມກັບສະມາຄົມແພດໄຂ່ຫຼັງລາວ (LNS) ຈັດພິທີເປີດຫຼັກສູດຝຶກອົບຮົມການພະ ຍາບານ ແລະ ປິ່ນປົວສະເພາະທາງ ໃນຄົນເຈັບພະຍາດໄຂ່ຫຼັງຊຸດໂຊມ (Program of Nursing Specialty and Treatment in Kidney Disease) ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງໝໍມິດຕະພາບໂດຍການ ເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ນາງ ຈັນມາລີ ແກ້ວມະນີ ປະທານສະມາຄົມແພດໄຂ່ຫຼັງລາວ ຫົວໜ້າພະແນກໄຂ່ຫຼັງໂຮງໝໍມິດຕະພາບ, ມີບັນດາແຂກ ຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

3 ປະເພດອາການພະຍາດໄຂ້ຍຸງລາຍ ທີ່ທຸກຄົນຄວນຮູ້ຈັກ

ພະຍາດໄຂ້ຍຸງລາຍ ແມ່ນພະຍາດໂດຍມີຍຸງກົ້ນຊີ້ເປັນພາຫະ. ຍຸງຈະຕິດເຊື້ອໄດ້ກໍຕໍ່ເມື່ອມັນໄປກັດຄົນທີ່ຕິດເຊື້ອໄຂ້ຍຸງລາຍ. ຄົນເຮົາອາດຈະສະແດງອາການ ຫຼື ບໍ່ສະແດງອາການ. ພາຍຫຼັງ 1 ອາທິດ, ຍຸງດັ່ງກ່າວ ສາມາດສົ່ງຕໍ່ເຊື້ອພະຍາດໂດຍການກັດຄົນທີ່ແຂງແຮງ. ພະຍາດໄຂ້ຍຸງລາຍບໍ່ສາມາດແຜ່ກະຈາຍເຊື້ອຈາກຄົນສູ່ຄົນໄດ້ໂດຍກົງ. ກຸ່ມຄົນທີ່ມີຄວາມສ່ຽງເຈັບເປັນຮຸນແຮງຈາກພະຍາດໄຂ້ຍຸງລາຍຫຼາຍກວ່າກຸ່ມອື່ນແມ່ນແມ່ຍິງຖືພາ, ຜູ້ທີ່ມີພະຍາດປະຈໍາໂຕ ຫຼື ພະຍາດຊໍ້າເຮື້ອເຊັ່ນ: ເບົາ ຫວານ, ໝາກໄຂ່ຫຼັງຊຸດໂຊມ ຫຼື ພະຍາດຫົວໃຈ.
ເພີ່ມເຕີມ