ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ວັນທີ 1 ຕຸລາ 2026 ນີ້, ໂຮງໝໍເມືອງໂຂງ ແຂວງຈຳປາສັກ ໄດ້ເປີດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານໄລຍະ 9 ເດືອນຕົ້ນປີ ແລະ ວາງແຜນການ 3 ເດືອນທ້າຍປີ 2026. ໂດຍ ມີທ່ານ ໜູແສງ ຜຸຍບັນດິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ຄຳສວຍ ຊາພິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຄະນະຈັດຕັ້ງເມືອງ, ຕາແສງດອນໂຂງ, ຄະນະອຳນວຍການໂຮງໝໍ, ຫົວໜ້າ-ຮອງຫົວໜ້າໜ່ວຍງານ, ແພດ-ໝໍ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບ ແລະ ເປີດນໍາໃຊ້ເຮືອນນອນ ບໍລິການປິ່ນປົວຄົນເຈັບຂອງໂຮງໝໍກອງພົນທີ 2 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ວິຊາການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຂຶ້ນໃນວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ມີທ່ານ ຊາໂຕໂກະ ອົດສຶ (Satoko OTSU) ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ທ່ານ ນາງ ຄະຢອງ ມີ ຄິມ (Kyung-me Kim) ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ຈັດກິດຈະກໍາສະຫຼອງວັນປະຖົມພະຍາບານໂລກ ປະຈໍາປີ 2026 ທີ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ຈັນທະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ນາງ ຍູມິ ມາເອຊາວະ ຜູ້ຕາງໜ້າດ້ານວຽກງານສຸຂະພາບປະຈຳສະຫະພັນກາແດງ ແລະ ຊີກເດືອນແດງສາກົນ (IFRC) ພ້ອມດ້ວຍທ່ານ ເຂັມເພັດ ສີວໍລະວົງ ຫົວໜ້າຫ້ອງການສົ່ງເສີມສຸຂະພາບຊຸມຊົນ ພ້ອມດ້ວຍທ່ານຫົວໜ້າພະແນກສຸຂະພາບສຸກເສີນ, ທ່ານຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ພະນັກງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສປປ ລາວ ໄດ້ພະຍາຍາມຕອບໂຕ້, ຄວບຄຸມ ແລະ ສະກັດກັ້ນ ພະຍາດອະຫິວາໝູອາຟຣິກກາ ໃຫ້ສະຫງົບລົງ ແຕ່ການປະເມີນສະພາບການໂດຍລວມ ແລະ ອີງໃສ່ຂໍ້ມູນທາງດ້ານລະບາດວິ ທະຍາທີ່ເກັບກຳໄດ້ ເຫັນວ່າຍັງມີຄວາມສ່ຽງສູງທີ່ພະຍາດດັ່ງກ່າວ ຈະແຜ່ລະບາດອອກໄປສູ່ເຂດອື່ນໆ ໃນຂອບເທດທົ່ວປະເທດ. ຍ້ອນແນວນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດດັ່ງກ່າວ. ໂດຍຜັນຂະຫຍາຍແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 4213/ກສ, ລົງວັນທີ 11 ກັນຍາ 2026 ວ່າດ້ວຍການເພີ່ມທະວີ ການຕິດຕາມເຝົ້າລະວັງ ແລະ ສະກັດກັ້ນ ການລະບາດຂອງພະຍາດອະຫິວາໝູອາຝຣິກກາ ທີ່ກຳລັງລະ ບາດຢູ່ຫຼາຍທ້ອງຖິ່ນ ລົງສູ່ບັນດາເມືອງ, ອົງການປົກຄອງທ້ອງຖິ່ນ, ດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ, ບໍລິສັດ ແລະ ຜູ້ປະກອບການ.
ຂະແໜງສາທາລະນະສຸກ ໄດ້ກຽມຄວາມພ້ອມຮອບດ້ານ 100% ທາງດ້ານກຳລັງທີມແພດໝໍ, ຢາປິ່ນປົວພະຍາດ ແລະ ອຸປະກອນການແພດ ເພື່ອໃຫ້ການບໍລິການປິ່ນປົວດູແລຮັກສາສຸຂະພາບຂອງບັນດາແຂກ, ຜູ້ຊ່ຽວຊານ ແລະ ຜູ້ແທນຈາກຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຢ່າງໃກ້ຊິດຕະຫຼອດ 24 ຊົ່ວໂມງ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU ) ລະຫວ່າງພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ອົງການໄອຊັບ ປະຈໍາ ສປປ ລາວ ແລະ ກອງປະຊຸມເປີດໂຄງການປັບປຸງການເຂົ້າເຖິງຄຸນນະພາບການບໍລິການສຸຂະພາບແມ່ ແລະ ເດັກໃນຊຸມຊົນ ເຂດຊົນນະບົດຂອງເມືອງບົວລະພາ ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2026
ຄໍາເຫັນ