![]() |
ການພົບປະຄັ້ງນີ້ ເພື່ອແລກປ່ຽນ ແລະ ປຶກສາຫາລືແນວທາງນຳເອົາເຕັກໂນໂລຊີມາສະໜັບສະໜູນວຽກງານຊາວໜຸ່ມ, ພັດທະນາທັກສະດີຈີຕອນ ແລະ ຂະຫຍາຍໂອກາດການຮຽນຮູ້, ການຈ້າງງານ ແລະ ການປະກອບອາຊີບໃຫ້ຊາວໜຸ່ມລາວ.
ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ຊົມເຊີຍຜົນສຳເລັດຂອງ Viettel ໃນດ້ານໂທລະຄົມ, ເຕັກໂນໂລຊີ ແລະ ການຫັນປ່ຽນດີຈີຕອນ, ພ້ອມທັງຕີລາຄາສູງຕໍ່ການປະກອບສ່ວນຂອງ Viettel ຜ່ານ ຢູນີເທວ (Unitel) ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ໂດຍສະເພາະການຂະຫຍາຍຕາຂ່າຍການສື່ສານ, ບໍລິການດີຈີຕອນ ແລະ ກິດຈະກຳເພື່ອສັງຄົມ.
ທ່ານ ທອງລີ ສີສຸລິດ ຍັງໄດ້ກ່າວເຖິງການຮ່ວມມືລະຫວ່າງສູນກາງຊາວໜຸ່ມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການນຳສັນຍານອິນເຕີເນັດສູ່ຊຸມຊົນ ຊຶ່ງໃນເບື້ອງຕົ້ນດຳເນີນຢູ່ແຂວງຫົວ ພັນ ແລະ ແຂວງຊຽງຂວາງ. ໃນນີ້, Unitel ໄດ້ຮ່ວມສະໜັບສະໜູນດ້ານການສຳຫຼວດ, ການຕິດຕາມ, ການຈັດຕັ້ງປະຕິບັດ ແລະ ການໃຫ້ຄຳປຶກສາດ້ານເຕັກໂນໂລຊີ ແລະ ສະເໜີໃຫ້ Viettel ພິຈາລະນາຂະ ຫຍາຍການຮ່ວມມືໃຫ້ເປັນຮູບປະທຳຫຼາຍຂຶ້ນ ເພື່ອສ້າງ “ໂອກາດດີຈີຕອນ” ໃຫ້ຊາວໜຸ່ມລາວ ໂດຍສຸມໃສ່ຄື: ຈັດຫຼັກສູດ ແລະ ຝຶກອົບຮົມທັກສະດີຈີຕອນ, ການເປັນຜູ້ປະກອບການດີຈີຕອນ ແລະ ການນຳໃຊ້ AI ໃນການຮຽນ ແລະ ການເຮັດວຽກ; ສ້າງຊ່ອງທາງໃຫ້ຊາວໜຸ່ມເຂົ້າເຖິງຂໍ້ມູນອາຊີບ ແລະ ໂອກາດການຈ້າງງານດ້ານເຕັກໂນໂລຊີ; ພິຈາລະນາໂຄງການທົດລອງ ສະໜອງອິນເຕີເນັດຄວາມໄວສູງໃຫ້ໂຮງຮຽນ, ຫໍສະໝຸດ, ສູນກິດຈະກຳຊາວໜຸ່ມ ແລະ ຊຸມຊົນໃນພື້ນທີ່ຫ່າງໄກ ເພື່ອຫຼຸດຊ່ອງວ່າງດ້ານດີຈີຕອນ.
![]() |
ຕອນທ້າຍ, ທ່ານ ທອງລີ ສີສຸລິດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສຊປລ ແລະ Viettel ຈະສາ ມາດຮ່ວມກັນຜັກດັນໃຫ້ເກີດມີໂຄງການທີ່ມີເປົ້າໝາຍຊັດເຈນ, ວັດແທກຜົນໄດ້ ແລະ ສ້າງປະໂຫຍດເປັນຮູບປະທຳໃຫ້ຊາວໜຸ່ມລາວ ໃນການເຂົ້າເຖິງຄວາມຮູ້, ທັກສະ ແລະ ໂອກາດດ້ານອາຊີບໃນຍຸກດີຈີຕອນ.
(ຂ່າວ: ພະແນກພິທີການ-ເລຂານຸການ ສຊປລ)


ຄໍາເຫັນ