![]() |
ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ ''ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ'' ເພື່ອສົ່ງເສີມການປຶກສາຫາລື ແລະ ແລກ ປ່ຽນວັດທະນາທຳລະຫວ່າງກັນ ໂດຍການເປັນເຈົ້າພາບຮ່ວມຂອງສູນກາງ ອພສ ແຫ່ງ ສປປ ລາວ, ສນຊ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັບສະມາຄົມ ພຸດທະສາສະໜານະຄອນເສີນເຈີນ ແລະ ວັດຫົງຟ້າ ສປ ຈີນ, ກອງປະຊຸມຈັດຂຶ້ນໃນທ່າມກາງບັນຍາກາດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ, ຈີນ-ລາວ ຄົບຮອບ 65 ປີ ແລະ ເປັນປີທີ່ສອງປະເທດ ຍົກລະດັບສາຍພົວພັນເປັນຄູ່ຮ່ວມຊາຕາກໍາລາວ-ຈີນທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່” ລະຫວ່າງສອງພັກ, ທັງເປັນປີແຫ່ງມິດຕະພາບລາວ-ຈີນ, ເປັນປີທ່ອງທ່ຽວລາວ-ຈີນ. ຈຸດປະສົງຂອງກອງປະຊຸມເພື່ອສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການ ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ X ໃຫ້ມີຜົນສຳເລັດເປັນຮູບປະທໍາ; ເພື່ອຮ່ວມກັນຈັດກອງປະ ຊຸມພາຍໃຕ້ຫົວຂໍ້: “ຕົ້ນກຳເນີດອັນດຽວກັນ, ຮ່ວມປະນິທານດຽວກັນ, ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ” ແລະ ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດຫຼັກທໍາຄໍາສອນຂອງພຸດທະສາສະໜາ, ສົ່ງເສີມຄວາມສາມັກຄີ, ຮັກສາ ແລະ ເສີມຂະຫຍາຍຄວາມຫຼາກຫຼາຍທາງວັດທະນະທໍາ ພ້ອມທັງສົ່ງເສີມສັນຕິພາບ ແລະ ການພັດທະນາຮ່ວມກັນຢ່າງຍືນຍົງ.
![]() |
ກອງປະຊຸມຄັ້ງນີ້, ເປັນເວທີສາກົນໜຶ່ງທີ່ສຳຄັນທາງພຸດທະສາສະໜາ ແລະ ສ້າງຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ພຸດທະສາສະໜາດ້ວຍກັນ ແລະ ພະສົງ ເພື່ອຄົ້ນຄວ້າພະທຳຄຳສອນ ແລະ ຕິດພັນກັບການສ້າງຄວາມເຂົ້າໃຈໃຫ້ພຸດທະສາສະນິກະຊົນໃຫ້ຮູ້ຈັກ ແລະ ປະຕິບັດຕາມພະທຳຄຳສອນຂອງພະພຸດທະສາສະໜາ ທັງເປັນການສືບທອດມໍຣະດົກທາງດ້ານສາສະໜາ ແລະ ວັດທະນະທໍາໃຫ້ເລິກເຊິ່ງເປັນຮູບປະທໍາ ເປັນຕົ້ນ ເວທີສົນທະນາດ້ານການສຶກສາ, ການແລກປ່ຽນຂອງພະໜຸ່ມ ແລະ ໂຄງການ ການກຸສົນຕ່າງໆ. ສິ່ງເຫຼົ່ານີ້ໄດ້ເປັນສ່ວນໜຶ່ງທີ່ສຳຄັນຕາມຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສປປລາວ - ສປ ຈີນ ເພື່ອສົ່ງເສີມເສັ້ນທາງແຫ່ງສັນຕິພາບ ມິດຕະພາບ, ສ້າງຄວາມຈະເລີນຮຸ່ງເຮືອງ, ປົກປັກຮັກສາວັດທະ ນະທໍາ, ອາລິຍະທຳ ແລະ ຮີດຄອງປະເພນີອັນດີງາມໃຫ້ຄົນຮຸ່ນຫຼັງສືບຕໍ່ຕະຫຼອດໄປ.
![]() |
ພະອາຈານໃຫຍ່ ມະຫາເວດ ມະເສໄນ ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນນິມິດໝາຍອັນສໍາຄັນຄັ້ງປະ ຫວັດສາດ ການຮ່ວມມືທາງດ້ານພະພຸດທະສາສະໜາ ແລະ ວັດທະນະທໍາຂອງອົງການພຸດທະສາສະໜາແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ເວົ້າລວມ-ເວົ້າສະເພາະ ກໍຄືສະມາຄົມພຸດທະສາສະໜານະຄອນເສີນເຈີນ ແລະ ວັດຫົງຟ້າ ດ້ວຍຫຼັກທໍາຄື ສັດທາຄວາມເຊື່ອໝັ້ນວາງໃຈຕໍ່ກັບສິນ ຄວາມປະພຶດດີງາມ ຈິງໃຈຕໍ່ກັນ ພະຫຸສຸຕຕະ ການແລກປ່ຽນບົດຮຽນ ແລກປ່ຽນການສຶກສາສົງ ປັນຍາ ແລກປ່ຽນທັດສະນະການສຶກສາ ຮ່ວມມືກັນຮອບດ້ານ. ຊຶ່ງໃນປີ 2019 ອົງການ ອພສ ແຫ່ງ ສປປ ລາວ ແລະ ສະມາຄົມພຸດທະສາສະໜາ ນະຄອນເສີນເຈີນ ແລະ ວັດຫົງຟ້າ ໄດ້ມີການແລກປ່ຽນການສຶກສາສົງດ້ວຍກັນ ໂດຍທາງລາວໄດ້ສົ່ງພະສົງໜຸ່ມຈໍານວນ 20 ອົງໄປແລກປ່ຽນບົດຮຽນການສຶກສາສົງ ທີ່ວັດຫົງຟ້າເປັນເວລາ 6 ເດືອນ ແລະ ໃນປີ 2026 ນີ້, ທາງອົງການ ອພສ ລາວ ກໍໄດ້ສົ່ງພະສົງໜຸ່ມໄປແລກປ່ຽນບົດຮຽນ ການສຶກສາສົງຈໍານວນ 20 ອົງ ເປັນເວລາເກືອບ 1 ປີ.
![]() |
ພະອາຈານໃຫຍ່ ມະຫາເວດ ມະເສໄນ ຍັງໄດ້ກ່າວອີກວ່າ: ກອງປະຊຸມຄັ້ງນີ້, ໄດ້ນໍາສະເໜີຫົວຂໍ້ວ່າດ້ວຍຕົ້ນກຳເນີດດຽວກັນ ການຮ່ວມມືປະນິທານຮ່ວມກັນ ສູ່ຄວາມຮຸ່ງເຮືອງສີວິໄລຮອບດ້ານ ທີ່ ນວ ໝາຍເຖິງພວກເຮົາຊາວພຸດທະບໍຣິສັດທັງຫຼາຍ ຈະເປັນພະພຸດທະສາສະໜາເຖຣະວາດ ຫຼື ມະຫາຍານ ພວກເຮົາກໍມີອົງພະສໍາມາສໍາພຸດທະເຈົ້າ ເປັນພະບໍຣົມສາສະດາຈານ ເປັນພໍ່ແມ່ທີ່ສູງສຸດຂອງພວກເຮົາທັງໝົດ ມີພະທໍາຄໍາສັ່ງສອນ ວ່າດ້ວຍຫຼັກປະພຶດປະຕິບັດອັນດຽວກັນ ຄື ຄວາມເມດຕາກະຣຸນາ ມຸທິຕາ ອຸເປກຂາ ຫຼັກອະຣິຍະສັດຈະ 4 ຫຼັກທໍາອັນສາກົນ ຄື ສຸດທິປັນຍາ ເມດຕາ ຂັນຕິ ແລະ ເຜີຍແຜ່ຫຼັກທໍາເຫຼົ່ານີ້ໃຫ້ກວ້າງຂວາງຮ່ວມກັນເພື່ອຄວາມສຸກ ຄວາມຈະເຣີນ ສ້າງສັນຕິພາບພາຍໃນ ຕະຫຼອດສັນຕິພາບຂອງໂລກ. ບົນຫົວຂໍ້ຫຼັກການ ວິທີການ ແນວທາງ ໃນການປະຕິບັດຮ່ວມກັນຂອງກອງປະຊຸມໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນທີ່ສຸດ.
![]() |
ຂ່າວ-ພາບ: ບຸນຕອມ+ບຸນອູ້ມ





ຄໍາເຫັນ