![]() |
ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ ກ່ຽວກັບທີ່ຕັ້ງ ພາລະບົດບາດ ແລະ ການ ເຄື່ອນໄຫວປະຕິບັດໜ້າທີ່ໃນໄລຍະຜ່ານມາ ຂອງຄະນະບັນຊາແຕ່ລະສູນ. ຈາກນັ້ນ, ທ່ານ ພັນໂທ ສອນ ອິນທະຈັກ ຮອງຫົວໜ້າພະແນກຍ້ອງຍໍ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫຼຽນໄຊພິລະອາດຫານຊັ້ນ II ແລະ ມອບໃບຍ້ອງຍໍ ເນື່ອງໃນໂອກາດວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ວັນທີ 21 ມີນາ ຄົບ ຮອບ 80 ປີ. ໃນນີ້, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໝູ່ ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ກອງບັນຊາການທະຫານແຂວງຫຼວງພະບາງ ໂດຍແມ່ນທ່ານ ພັນເອກ ແສງອາລຸນ ເປັນຜູ້ຂຶ້ນປະດັບຢ່າງສົມກຽດ.
![]() |
ຂ່າວ: ທອງລິດ ແກ້ວທຸມມາ


ຄໍາເຫັນ